ບັນຫາສິນຄ້າປອມແປງ ແລະ ໝົດອາຍຸ ຍັງພົບຫຼາຍຢູ່ບໍ່ແກ້ວ

    0
    1031

    ເຊື່ອວ່າຫຼາຍຄົນໄປຊື້ເຄື່ອງມັກຈະບໍ່ສັງເກດສິນຄ້າໃນຮ້ານຄ້າຕ່າງໆ ໂດຍສະເພາະກັບຮ້ານຂາຍທົ່ວໄປ ນ້ອຍໃຫຍ່, ຕາມທ້ອງຕະຫຼາດ ແຕ່ທ່ານຮູ້ຫຼືບໍວ່າສິນຄ້າເຫຼົ່ານັ້ນອາດເອົາມາຂາຍດົນເກີນໄປຈົນໝົດອາຍຸ ແລະຜູ້ຂາຍກໍ່ບໍ່ສົນໃຈຂາຍຕໍ່ໄປເລີຍ ແລະເຮົາກໍເປັນຄົນໄປຊື້ມາໃຊ້ ຫຼື ບໍລິໂພກ.

    ເພື່ອກວດກາສິນຄ້າຕາມພາລະບົດບາດຂອງໜ່ວຍງານການຄ້າ ໃນຕົ້ນເດືອນສິງຫານີ້ ເຈົ້າໜ້າທີ່ກວດກາການຄ້າ ແລະ ປົກປ້ອງຜູ້ຊົມໃຊ້ ພະແນກອຸດສາຫະກຳ ແລະ ການຄ້າແຂວງບໍ່ແກ້ວ ໂດຍສົມທົບ ຫ້ອງການ ອຄ ເມືອງຫ້ວຍຊາຍ ໄດ້ລົງເຄື່ອນໄຫວ ກວດກາ ໂດຍພົບວ່າຍັງມີການວາງຂາຍສິນຄ້າໝົດອາຍຸ , ສິນຄ້າປອມແປງຮຽນແບບ ແລະ ສິນຄ້ານຳເຂົ້າບໍ່ຖືກຕ້ອງຢູ່ພາຍໃນເທດສະບານເມືອງຫ້ວຍຊາຍ ເຊິ່ງປະກອບມີຮ້ານຄ້າ ແລະ ຕະຫລາດເທດສະບານແຂວງ ຈຳນວນ 116 ຫົວໜ່ວຍ.

    ດັ່ງນັ້ນ ທາງເຈົ້າໜ້າທີ່ຕ້ອງໄດ້ສ້າງບົດບັນທຶກກ່າວເຕືອນ ພ້ອມທັງຍຶດສິນຄ້າຈຳນວນ 25 ຫົວໜ່ວຍ ລວມລາຍການສິນຄ້າທັງໝົດ 40 ລາຍການ ເປັນມູນຄ່າ 11.549.800 ກີບ ເຊິ່ງຮັກສາໄວ້ຢູ່ສາງພະແນກ ອຄ ແຂວງ.

    ຕໍ່ກັບເຫດການດັ່ງກ່າວສະແດງໃຫ້ເຫັນເຖິງຄວາມບໍ່ຮັບຜິດຊອບຂອງຜູ້ຂາຍຕໍ່ສັງຄົມ ແນ່ນອນເມື່ອນຳໄປໃຊ້ ຫຼື ບໍລິໂພກຈະບໍ່ປອດໄພ ເຊິ່ງສິ່ງນີ້ມັນສື່ໃຫ້ເຫັນເຖິງຈັນຍາບັນຂອງການເຮັດທຸລະກິດ ດີແຕ່ເຈົ້າໜ້າທີ່ໄປກວດເຫັນກ່ອນ ບໍ່ດັ່ງນັ້ນ ຈະມີປະຊາຊົນຫຼາຍຄົນຈົກເງິນຊື້ສິນຄ້າຂາດຄຸນນະພາບໄດ້.

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.