ມາເບິ່ງດວງລາຍວັນປະຈຳວັນທີ 31 ສິງຫາ 2021 ການງານ ການເງິນ ຄວາມຮັກ

    0
    920

    ວັນຈັນ:ການ​ງານ ຈະ​ຈັບ​ງານ​ຫລື​ທຸລະກິດ​ສິ່ງ​ໃດ​ໃນ​ຊ່ວງ​ນີ້​ຈະ​ປະ​ສົບ​ຄວາມ​ສຳ​ເລັດ​ດີ​ ມີ​ຄວາມ​ກ້າວ​ໜ້າ​ ມີ​ຄວາມ​ສຳ​ເລັດ​ເກີນ​ກວ່າ​ທີ່​ຄາດ​ຫວັງ​ ການ​ເງິນ ມີ​ແຕ່​ເລື່ອງ​ຈ່າຍ​ໃນ​ຊ່ວງ​ນີ້​ ພາລະ​ທີ່​ຕ້ອງ​ຈ່າຍ​ໃນ​ໄລຍະນີ້​​ມີ​ຫລາຍ​ເປັນ​ພິເສດ​ ຄວາມ​ຮັກ​ ຍັງ​ກັງ​ວົນ​ໃຈ​ດ້ານ​ຄວາມ​ຮັກ​ຄວາມ​ສຳພັນ​ ເພາະ​ຍັງ​ບໍ່​ໄດ້ຮັບ​ຄວາມ​ຊັດເຈນ​ດ້ານ​ຄວາມ​ຮັກ​ໃນ​ຊ່ວງ​ນີ້​

    ວັນຄານ:ການ​ງານ ເລື່ອງ​ການ​ງານ​ພົບ​ຄວາມ​ວຸ້ນວາຍ​ ຊຶ່ງ​ຕ້ອງ​ໃສ່​ໃຈ​ໃນ​ເລື່ອງ​ລາຍ​ລະອຽດ​ໃຫ້​ຫລາຍກວ່າ​ນີ້​ເພື່ອ​ຄວາມ​ຜິດ​ພາດ​ໃນ​ເລື່ອງ​ການ​ງານ​ ການ​ເງິນ ພົບ​ຄວາມ​ກັງ​ວົນ​ໃຈ​ກ່ອນ​ ແລ້ວ​ຈຶ່ງ​ຈະ​ມີ​ໂຊກ​ໄດ້​ເງີນ​ເຂົ້າ​ມາ​ເພິ່ມເຕິມ​ເພີ່ມ​ຂຶ້ນ​ກໍ​ເປັນ​ໄປ​ໄດ້​ ຄວາມ​ຮັກ ຍັງ​ຄົງ​ປາດຖະຫນາ​ໃນ​ເລື່ອງ​ຄວາມ​ຮັກ​ທີ່​ຈິງ​ຈັງ​ ແລະ​ຈິງ​ໃຈ​ ແຕ່​ກໍ​ຍັງ​ບໍ່​ເປັນ​ເຊັ່ນ​ນັ້ນ​ ແລະ​ຊ່ວງ​ນີ້​ກໍ​ຍັງມີ​ເລື່ອງ​ຂັດ​ແຍ້ງ​ກັບ​ຄົົນທີ່​ຄົບ​ຫາ​ກັນ​ຢູ່​

    ວັນພຸດ:ການ​ງານ​ ຕ້ອງ​ເດິນທາງ​ເພື່ອ​ຕິດ​ຕໍ່​ງານ​ຄ່ອນ​ຂ້າງ​ເລື້ອຍ​ໃນ​ຊ່ວງ​ນີ້​ ຈຶ່ງ​ຄວນ​ລະ​ມັດ​ລະ​ວັງ​ບໍ່​ຄວນ​ປະ​ມາດ​ໃນ​ການເດິນທາງ​ ການ​ເງິນ ​ ບໍລິຫານ​ການ​ໃຊ້​ຈ່າຍ​ ການ​ໃຊ້​ເງີນ​ໄດ້​ຢ່າງ​ເປັນ​ໂຊກ​ ມີ​ໂອ​ກາດ​ໄດ້​ເງີນ​ ໄດ້​ໂຊກ​ເຂົ້າ​ມາ​ເພິ່ມເຕິມ​ກໍ​ເປັນ​ໄປ​ໄດ້​ ຄວາມ​ຮັກ ມີ​ໂອ​ກາດ​ພົບ​ຄູ່​ ພົບ​ຄົົນທີ່​ຖືກ​ໃຈ​ ລາວເປັນ​ຄົນ​ອາ​ຍຸ​ຫລາຍກວ່າ​ ຈິງ​ຈັງ​ ຈິງ​ໃຈ​ ທ່ານ​ຈະ​ນຳ​ຄວາມ​ຊ່ວຍ​ເຫລືອ​ບາງຢ່າງ​ມາ​ໃຫ້ທ່ານ​

    ວັນພະຫັດ:ການ​ງານ ຈະ​ເຮັດວຽກ​ສິ່ງ​ໃດ​ໃນ​ຊ່ວງ​ນີ້ປະ​ສົບ​ຄວາມ​ສຳ​ເລັດ​ຢູ່ໃນ​ເກນ​ທີ່​ດີ​ ໂດຍ​ສະເພາະ​ດ້ານ​ໄອ​ທີ​ ດ້ານ​ການ​ທະ​ນາ​ຄານ​ ດ້ານ​ວົງ​ການ​ບັນ​ເທີງ​ ການ​ເງິນ​ ​​ ໝຸນ​ຫາ​ໃຊ້​ຈ່າຍ​ດ້ານ​ການ​ເງີນ​ໃຫ້​ຜ່ານ​ພົ້ນ​ໄປ​ໄດ້​ຢ່າງ​ເປັນ​ໂຊ​ກດີ​ສະເໝີ​ ຄວາມ​ຮັກ ມີ​ໂອ​ກາດ​ພົບ​ຮັກ​ ພົບ​ຄົົນທີ່​ຖືກ​ໃຈ​ທີ່​ຈະ​ມີ​ເຂົ້າ​ມາ​ໃນ​ຊ່ວງ​ນີ້​ ແຕ່​ຄົົນທີ່​ເຂົ້າ​ມາ​ກໍ​ຢາກ​ຈະໃຫ້​ທ່ານ​ຊ່ວຍ​ເຫລືອ​ບາງຢ່າງ​ເຊັ່ນ​ກັນ​

    ວັນສຸກ:ການ​ງານ​ ຈະ​ຈັບ​ງານ​ຫຍັງ​ມີ​ຄວາມ​ສຳ​ເລັດ​ຢູ່ໃນ​ເກນ​ທີ່​ດີ​ ມີຄົ​ນ​ໃຫ້​ຄວາມ​ຊ່ວຍ​ເຫລືອ​ ຫລື​ມີ​ຄວາມ​ກ້າວ​ໜ້າ​ທາງ​ດ້ານ​ທຸລະກິດ​ການ​ງານ​ຢ່າງ​ເຫັນ​ໄດ້​ແຈ້ງ​ ການ​ເງິນ​ ຊ່ວງ​ນີ້​ຢູ່ໃນ​ເກນ​ຊົງ​ຕົວ​ກ່ຽວກັບ​ເລື່ອງ​ລາຍ​ຮັບ​ລາຍ​ຈ່າຍ​ ຍັງ​ບໍ່​ມີ​ຫຍັງ​ປ່ຽນ​ແປງ​ປານໃດ ​ຄວາມ​ຮັກ​ ຊ່ວງ​ນີ້​ຍັງ​ບໍ່​ມີ​ເວລາ​ໃນ​ການ​ສື່​ສານ​ກັນ​ປານໃດ​ ເພາະ​ມີ​ເລື່ອງ​ທີ່​ຕ້ອງ​ໄປ​ຈັດການ​ອີກ​ຫລວງ​ຫລາຍ​ ຈຶ່ງ​ຍັງ​ບໍ່​ມີ​ເວລາ​ໃຫ້​ເລື່ອງ​ຄວາມ​ຮັກ​ນັ້ນ​ເອງ​

    ວັນເສົາ:ການ​ງານ ເອກະສານ​ສັນຍາ​ເຮັດໃຫ້​ເກີດ​ຄວາມ​ລ່າ​ຊ້າ​ ເພື່ອນ​ຮ່ວມ​ງານ​ຍັງ​ໄວ້​ໃຈ​ບໍ່​ໄດ້​ ຈຶ່ງ​ຕ້ອງ​ເຮັດ​ສິ່ງ​ຕ່າງ​ໆ​ ດ້ວຍ​ຕົນເອງ​ ການ​ເງິນ​ ມີ​ໂຊກ​ຈະ​ໄດ້​ເງີນ​ເຂົ້າ​ມາ​ ເປັນ​ມື້​ໂຊກດີ​ຂອງ​ທ່ານ​ຫລາຍ​ໆ​ ມື້​ໜຶ່ງ​ເລີຍ​​ ຄວາມ​ຮັກ ຍັງ​ເບິ່ງ​ໆ​ ຢູ່​ຫລາຍກວ່າ​ ແລະ​ຍັງບໍ່​ຕັດ​ສິນ​ໃຈ​ໃນ​ຊ່ວງ​ນີ້​ ແຕ່​ທ່ານ​ມີ​ສະເນ່​ ຈຶ່ງ​ມີຄົນ​ຍາກ​ເຂົ້າ​ມາ​ເຮັດ​ຄວາມ​ຮູ້​ຈັກ​ຢູ່​ຕະຫຼອດ​

    ວັນອາທິດ:ການ​ງານ ຈະ​ເຮັດວຽກ​ສິ່ງ​ໃດ​ໃນ​ຊ່ວງ​ນີ້​ຈະ​ປະ​ສົບ​ຄວາມ​ສຳ​ເລັດ​ ບາງເທື່ອ​ມີ​ໄອ​ເດຍ​ແປກ​ໃໝ່​ໃນ​ການສ້າງ​ສັນ​​ທີ່​ຈະ​ເຮັດ​ທຸລະກິດ​ໃໝ່​ໆ​ ການ​ເງິນ ຊ່ວງ​ນີ້​ຕ້ອງ​​ລະ​ວັງ​ໃນ​ເລື່ອງ​ການ​ໃຊ້​ເງີນ​ ແລະ​ການ​ໃຊ້​ຈ່າຍ​ ຢ່າ​ປະ​ມາດ​ໃນ​ເລື່ອງ​ເຫຼົ່າ​ນີ້​ ໃຊ້​ຄວາມ​ປະ​ຫຢັດ​ຮ່ວມ​ແດ່​ຈະ​ດີກວ່າ​ ຄວາມ​ຮັກ ຍັງ​ບໍ່​ມີ​ເວລາ​ປານໃດ​ໃນ​ການ​ທີ່​ຈະ​ໄປ​ທຸ້ມເທ​ໃຫ້​ເລື່ອງ​ຄວາມ​ຮັກ​ ເມື່ອຄົບ​ຫາ​ໃຜ​ໃນ​ໄລຍະ​ນີ້​ກໍ​ຈະ​ເປັນ​ແບບ​ບໍ່​ເປີດ​ເຜີຍ​

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.