ມາເບິ່ງດວງລາຍວັນປະຈຳວັນທີ 30 ສິງຫາ ການງານ ການເງິນ ຄວາມຮັກ

    0
    1111

    ວັນຈັນ;ການ​ງານ ທຸລະກິດ​ການ​ບໍລິການ​ ເໝາະ​ສົມ​ກັບ​ທ່ານ​ໃນ​ຊ່ວງ​ນີ້​ ​ ແຕ່​ເມື່ອ​ໃຊ້​ຄວາມ​ສະຫລຽວ​ສະຫລາດ​ ຄວາມ​ຕັ້ງ​ໃຈ​ ແລະ​ພະຍາຍາມ​ທຸລະກິດ​ການ​ງານ​ກໍ​ຈະ​ປະ​ສົບ​ຄວາມ​ສຳ​ເລັດ​ໄດ້​ ການ​ເງິນ ໃຊ້​ອອກ​ໄປ​ຫລາຍ​ກໍ​ຈະ​ຫາ​ເຂົ້າ​ມາ​ໄດ້​ໃນ​ຊ່ວງ​ນີ້​ ຕິດ​ຂັດ​ຢູ່​​ແຕ່​ກໍ​ສາມາດ​ບໍລິຫານ​ດ້ານ​ການ​ເງີນ​ໃຫ້​ຜ່ານ​ພົ້ນ​ໄປ​ໄດ້​ ຄວາມ​ຮັກ​ ຍັງ​ກັງ​ວົນ​ເລື່ອງ​ຄວາມ​ຮັກ​ໃນ​ຊ່ວງ​ນີ້​ ກ່ຽວກັບ​ການ​ສື່​ສານ​ ຫລື​ຂ່າວ​ສານ​ດ້ານ​ຄວາມ​ຮັກ​ສົ່ງ​ຜົນ​ຕໍ່​ຄວາມ​ລ່າ​ຊ້າ​

    ວັນຄານ:ການ​ງານ ​ເມື່ອຍ​ໃນ​ເລື່ອງ​ການ​ເຮັດ​ວຽກງານ​ ແຕ່​ຄວາມ​ພະຍາຍາມ​ ຫລື​ການ​ລົງ​ທຶນ​ໃ​ນຕອນ​ນີ້​ກໍ​ຈະ​ຄຸ້ມ​ຄ່າ​ກັບ​ເວລາ​ ການ​ເງິນ ຈະເສຍເງິນໃນການ​ຊື້ເສື້ອ​ຜ້າ​ ຫລື​ເຄື່ອງ​ປະ​ດັບ​ທີ່​ຖືກ​ໃຈ​ເຂົ້າ​ມາ​ ຊ່ວງ​ນີ້​ເປັນ​ການ​ໃຊ້​ເງີນ​ຊື້​ສິ່ງຂອງ​ທີ່​ຢາກ​ໄດ້​ ຄວາມ​ຮັກ ມີ​ໂອ​ກາດ​ພົບ​ຮັກ​ ພົບ​ຄູ່​ ພົບ​ຄົົນທີ່​ຖືກ​ໃຈ​ໃນ​ຊ່ວງ​ນີ້​ທີ່​ຈະ​ມີ​ເຂົ້າ​ມາ​ ການ​ງານ​ນຳ​ພາ​ມາ​ໃຫ້​ໄດ້​ພົບ​​ກັນ​

    ວັນພຸດ:ການ​ງານ​ ເກີດ​ຄວາມ​​ຊ້າ​ໃນ​ເລື່ອງ​ການ​ງານ​ ເພາະ​ບໍລິວານ​ ຫລື​ເພື່ອນ​ຮ່ວມ​ງານ​ຍັງ​ໃຫ້​ຄວາມ​ຮ່ວມ​ມື​ບໍ່​ເຕັມ​ທີ່​ ຈຶ່ງ​ຕ້ອງ​ເຮັດ​ດ້ວນ​ຕົນເອງ​ ການ​ເງິນ ​ ແມ່ນ​ຈະ​ໄດ້​ຊ້າ​ ແຕ່​ກໍ​ຈະ​ໄດ້​ຄົບ​ເຕັມ​ຈຳນວນ​ເພິ່ມເຕິມ​ ເພີ່ມ​ຂຶ້ນ​ ຈະ​ສັງເກດ​ໄດ້​ວ່າ​ມີ​ຖານະ​ດີ​ຂຶ້ນ​ກວ່າ​ແຕ່​ກ່ອນ​ ຄວາມ​ຮັກ ຍັງ​ຄົງ​ລົງ​ຕົວ​ດີ​ໃນ​ເລື່ອງ​ຄວາມ​ສຳພັນ​ດ້ານ​ຄວາມ​ຮັກ​ ມີ​ຄວາມ​ຂັດ​ແຍ້ງ​ກັນ​​ ແຕ່​ກໍ​ເປັນ​ເລື່ອງ​ປົກກະຕິ​ ເພາະ​ຈະ​ສາມາດ​ກັບ​ມາ​ເວົ້າ​​ປັບ​ຄວາມ​ເຂົ້າໃຈ​ກັນ​ໄດ້​

    ວັນພະຫັດ:ການ​ງານ ຄວາມ​ຂະຫຍັນ​ຈະ​ເຮັດໃຫ້​ໄດ້​ພົບ​ໂອ​ກາດ​ໃໝ່​ໆ​ ແລະ​ຄວາມ​ພະຍາຍາມ​ການຕັ້ງ​ເປົ້າ​ໝາຍ​ໃຫ້​ສູງ​ຂຶ້ນ​ ຈະ​ເຮັດໃຫ້​ມຸ້ງ​ມັ່ນ​ໄປ​ສູ່​ຄວາມ​ສຳ​ເລັດ​ໄດ້​ ການ​ເງິນ​ ​​ ​ມີ​ໂຊກ​ຈະ​ໄດ້​ເງີນ​ເພິ່ມເຕິມ​ເພີ່ມ​ຂຶ້ນ​ໃນ​ມື້​ນີ້​ກໍ​ເປັນ​ໄປ​ໄດ້​ ແຕ່​ກໍ​ຕ້ອງ​ລະ​ວັງ​ຄົົນທີ່​ຈະ​ເຂົ້າ​ມາ​ຫຢິບ​ຢືມ​ເງີນ​ໃນ​ມື້​ນີ້​ ຄວາມ​ຮັກ ໂດດ​ເດັ່ນ​ຖ້າ​ຈະ​ພົບ​​ໃຜ​ໃນ​ມື້​ນີ້​ທີ່​ຈະ​ມີ​ເຂົ້າ​ມາ​ ດ້ວຍ​ບຸນ​ເກົ່າ​ນຳ​ພາ​ມາ​ໃຫ້​ໄດ້​ພົບ​ເປັນ​ການ​ຄົບ​ຫາ​ກັບ​ຄົນ​ຜິວ​ສອງ​ສີ​

    ວັນສຸກ:ການ​ງານ​ ເມື່ອຍ​ກ່ຽວກັບ​ການ​ບໍລິຫານ​ທາງ​ດ້ານ​ການ​ງານ​ທີ່​ຍັງມີ​ຄວາມ​ເລັ່ງ​ຮີບ​ ແລະ​ຕ້ອງ​ມຸ້ງ​ມັ່ນ​ເພາະ​ຕ້ອງ​ພົບ​ສະພາ​ວະ​ຄວາມ​ກົດ​ດັນ​ເຮັດໃຫ້​ມີ​ຄວາມ​ກັງ​ວົນ​ໃຈ​
    ການ​ເງິນ​ ຊ່ວງ​ນີ້​ມີ​ແຕ່​ລາຍ​ຈ່າຍ​ ຈຶ່ງ​ຕ້ອງ​ບໍລິຫານ​ການ​ໃຊ້​ຈ່າຍ​ໃຫ້​ເກີດ​ຄວາມ​ສົມ​ດຸນ​ກັບ​ລາຍ​ຮັບ​ ຄວາມ​ຮັກ​ ຖ້າ​ຈະ​ໄດ້​ພົບ​​ໃຜ​ໃນ​ຊ່ວງ​ນີ້​ທ່ານ​ເປັນ​ຄົນ​ສຸ​ຂຸມ​ອ້ອມ​ຄອບ​ ເປັນ​ນັກ​ວາງ​ແຜນ​ ກ້າ​ໄດ້​ກ້າ​ເສຍ​

    ວັນເສົາ:ການ​ງານ ກວດ​ກາ​ເອກະສານ​ສັນຍາ​ໃຫ້​ມີ​ຄວາມ​ຣັດ​ກຸມ​ຈະ​ໄດ້​ບໍ່​ເກີດ​ຄວາມ​ລ່າ​ຊ້າ​ ແລະ​ຊ່ວງ​ນີ້​ຍັງ​ບໍ່​ຄວນ​ໄວ້​ໃຈ​ໃຜ​ຄວນ​ເຮັດ​ດ້ວຍ​ຕົນເອງ​ ການ​ເງິນ​ ມີ​ໂຊກ​ຈະ​ໄດ້​ເງີນ​ເຂົ້າ​ມາ​ ຊຶ່ງ​ຈະ​ສັງເກດ​ໄດ້​ວ່າ​ດວງສະຕາດີ​ຂຶ້ນ​ຫລາຍກວ່າ​ແຕ່​ກ່ອນ​ໃນ​ເລື່ອງ​ຖານະ​ທີ່​ຈະ​ດີ​ຂຶ້ນ​ເລື້ອຍໆ​ ນັ້ນ​ເອງ​ ຄວາມ​ຮັກ ມີ​ໂອ​ກາດ​ພົບ​ຄູ່​ ພົບ​ຄົົນທີ່​ຖືກ​ໃຈ​ ດ້ວຍ​ບຸນ​ເກົ່າ​ນຳ​ພາ​ມາ​ໃຫ້​ໄດ້​ພົບ​​ກັນ​ກໍ​ເປັນ​ໄປ​ໄດ້​

    ວັນອາທິດ:ການ​ງານ ກວດ​ກາ​ເອກະສານ​ສັນຍາ​ໃຫ້​ມີ​ຄວາມ​ລັດ​ກຸມ​ຈະ​ໄດ້​ບໍ່​ເກີດ​ຄວາມ​​ຊ້າ​ ແລະ​ຊ່ວງ​ນີ້​ຍັງ​ບໍ່​ຄວນ​ໄວ້​ໃຈ​ໃຜ​ຄວນ​ເຮັດ​ດ້ວຍ​ຕົນເອງ​ ການ​ເງິນ ມີ​ໂຊກ​ຈະ​ໄດ້​ເງີນ​ເຂົ້າ​ມາ​ ຊຶ່ງ​ຈະ​ສັງເກດ​ໄດ້​ວ່າ​ດວງຈະດີ​ຂຶ້ນ​ຫລາຍກວ່າ​ແຕ່​ກ່ອນ​ໃນ​ເລື່ອງ​ຖານະ​ທີ່​ຈະ​ດີ​ຂຶ້ນ​ເລື່ອຍໆ​ນັ້ນ​ເອງ​ ຄວາມ​ຮັກ ມີ​ໂອ​ກາດ​ພົບ​ຄູ່​ ພົບ​ຄົົນທີ່​ຖືກ​ໃຈ​ ດ້ວຍ​ບຸນເກົ່າ​ນຳ​ພາ​ມາ​ໃຫ້​ໄດ້​ເຈີ​ກັນ​ກໍ​ເປັນ​ໄປ​ໄດ້​

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.