7 ຕົ້ນໄມ້ປະດັບ ເສີມໂຊກລາບໃຫ້ຜູ້ປູກ ແລະ ຜູ້ດູແລ ຕາມຄວາມເຊື່ອ ລອງຫາມາປູກເບິ່ງເດີ້

    0
    1960

    ການປູກຕົ້ນໄມ້-ດອກໄມ້ປະດັບ ກໍເປັນອີກຫນຶ່ງກິດຈະກຳທີ່ຫລາຍຄົນນິຍົມຊົມຊອບ ເພາະນອກຈາກຈະສ້າງຄວາມສວຍງາມແລ້ວ ຍັງເປັນມິດຕໍ່ສຸຂະພາບ: ຊ່ວຍໃຫ້ຜ່ອນຄາຍສະບາຍຕາ,ຊ່ວຍຟອກອາກາດ,ເຮັດໃຫ້ຈິດໃຈເບີກບານສົດຊື່ນ. ພ້ອມດຽວກັນ, ກໍຍັງມີໄມ້ປະດັບຫລາຍຊະນິດທີ່ມາພ້ອມກັບຄວາມເຊື່ອທີ່ວ່າ ຫາກປູກໄວ້ແລ້ວຈະນຳມາເຊິ່ງຄວາມເປັນສິຣິມຸງຄຸນ ອັນໄດ້ແກ່:

    1 ຕົ້ນສະເຫນຈັນແດງ: ເປັນພືດມະຫານິຍົມ, ເສີມບາລະມີ, ໂຊກລາບ, ເຮັດໃຫ້ຄົນນິຍົມຊົມຊອບ, ເງິນຄຳໄຫລມາເທມາ.

    2 ຕົ້ນມະຫາເຮັງ: ເປັນພືດມຸງຄຸນທີ່ປູກຮັບໂຊກໃນໄລຍະຕົ້ນປີ, ເພິ່ນນິຍົມມອບເປັນຂອງຂວັນໃຫ້ແກ່ກັນໃນໂອກາດຕ່າງໆ.

    3 ຕົ້ນກວັກມໍລະກົດ: ເປັນພືດເສີມດວງຄ້າຂາຍ, ເສີມຄວາມສວຍງາມ.

    4 ຕົ້ນເງິນ: ເປັນພືດມຸງຄຸນຮຽກເງິນຕາມຊື່, ຊ່ວຍສົ່ງເສີມເລື່ອງການເງິນ.

    5 ຕົ້ນເສດຖີນຳ​ໂຊກ: ຊ່ວຍເສີມສົ່ງທາງດ້ານຄ້າຂາຍຫງາຍມື.

    6 ຕົ້ນເສດຖີກ້ານທອງ: ເປັນວ້ານເມດຕາມະຫານິຍົມ, ຖ້າຕົ້ນໃດອອກດອກ ເຈົ້າຂອງກໍຈະໂຊກຫມານ

    7 ຕົ້ນໄຜ່ກວນອິນ: ຊ່ວຍເສີຍຮວງຈຸ້ຍ, ຊ່ວຍໃຫ້ຄ້ຳຄູນພູນສຸກ.

    ປ.ລ ເປັນຄວາມເຊື່ອສະເພາະກຸ່ມຄົນ. ຈາກ: ກິນທີ່ນີ້, ທ່ຽວທີ່ນີ້(乐在老挝)

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.