ຜູ້ໃຊ້ເຟສບຸກຊື່ແມ່ເຖົ້າບົວຊ້ອຍ ພົມສະຫວັດ ໄດ້ໂພສວ່າ: ຜົນການໄປຟັງການຕັດສິນຂອງສານພາກກາງມື້ວານນີ້ ແມ່ນເຮັດໃຫ້ແມ່ເຖົ້າເຊື່ອແລ້ວວ່າ ເງີນມີອຳນາດກ່ອນຄວາມເປັນຈິງ
ດິນທັງສອງຕອນເປັນສິນສົມສ້າງຂອງແມ່ເຖົ້າກັບຜົວ ສ້າງມາດ້ວຍຄວາມຊື່ສັດບໍລິສຸດ ຫາມາດ້ວຍເຮື່ອດ້ວຍແຮງຂອງສອງຜົວເມຍ.ແມ່ເຖົ້າບໍ່ໄດ້ຂາຍໃຫ້ໃຜ ແມ່ເຖົ້າບໍ່ໄດ້ມອບໃຫ້ຜູ້ໜຶ່ງຜູ້ດຽວ ເຂົາໂກງແມ່ ແມ່ກະຍັງບໍ່ເຮຕາຍເທື່ອ
ແຕ່ເປັນຫຍັງແມ່ເຖົ້າຈິ່ງບໍ່ໄດ້ຮັບຄວາມຢຸດຕິທຳເລີຍ ຜົນການຕັດສິນຄັ້ງນີ້ລູກສາວທັງສອງ ນາງແກ້ວ ຊູວົງສາ ແລະນາງແສງຄຳ ຄົງຈະພາກັນສະຫລອງຢ່າງໃຫຍ່ໃນວັນທີ່ແມ່ຜິດຫວັງ ໂຊກເສົ້າເສຍໃຈ ແລະນໍ້າຕາຕົກ.
ແມ່ເຖົ້າຈະອອກມານໍາສະເໜີໃຫ້ພີ່ນ້ອງ ແລະສັງຄົມຮັບຊາບຢ່າງລະອຽດອີກຄັ້ງຫລັງໄດ້ຮັບເອກະສານຜົນການຕັດສິນຢ່າງເປັນທາງການໃນໃວໆນີ້.
ຕາມທີ່ຟັງຜົນການຕັດສິນມື້ວານ ເຮັດໃຫ້ແມ່ເຖົ້າທໍ້ ແລະບໍ່ຮູ້ສິສູ້ໄປເພື່ອຫຍັງ ເພາະແມ່ເຖົ້າບໍ່ເຫັນມີຄວາມຢຸດຕິທຳຈັກໜ້ອຍຕໍ່ກັບແມ່ເຖົ້າເລີຍ ທັ້ງທີ່ດິນທັງສອງເປັນສິນສົມສ້າງຂອງແມ່ເຖົ້າ..ແມ່ເຖົ້າຄວນສູ້ຕໍ່ບໍ? ຫລືຢຸດຊໍ່ານີ້? ເພາະແມ່ເຖົ້າບໍ່ມີເງີນຊິທຽວໄປສານ ແລະໄປຈ້າງທະນາຍ
ພີ່ນ້ອງ ແລະສັງຄົມ ພໍຈະມີແນວທາງ ແລະທິດຊີ້ນຳແນວໃດໃຫ້ແມ່ເຖົ້າແດ່ນໍ ເພາະປະຈຸບັນແມ່ເຖົ້າມືດແປດດ້ານ ແລະບໍ່ຊ່າງຊິໄປທາງໃດຕໍແລ້ວ
(ຊົມຄລິບ)