ປະກາດ! ໃຜພົບເຫັນແຈ້ງເຈົ້າໜ້າທີ່ດ່ວນ ຕຳຫຼວດໄທ3ຄົນໜີຂ້າມມາລາວ

    0
    4325

    ຂ່າວໄທລາຍງານວ່າ: ຕມ.ມຸກດາຫານຄຸມເຂັ້ມດ່ານຊາຍແດນ ແລະ ຊ່ອງທາງທຳມະຊາດ ພ້ອມປະສານງານກັບທາງການ ສປປ.ລາວ ໄລ່ລ່າຕົວ “ຜູ້ກຳກັບໂຈ້”

    ເຈົ້າຫນ້າທີ່ ກວດຄົນເຂົ້າເມືອງ ຈັງຫວັດມຸກດາຫານ ອອກສືບສວນຫາຂ່າວ ກວດເຂັ້ມຈຸດລວມເຮືອ ແລະ ຊ່ອງທາງທຳມະຊາດທີ່ເປັນຈຸດສຸ່ມສ່ຽງຕາມແນວຊາຍແດນ ປ້ອງກັນການລັກລອມ ເຂົ້າ-ອອກ ປະເທດໂດຍຜິດກົດຫມາຍ ໂດຍສະເພາະຜູ້ຕ້ອງຫາຕາມຫມາຍຈັບຄື: ພັນຕຳຫຼວດເອກ ທິຕິສັນ ອຸດທະນະຜົນ ( พ.ต.อ.ธิติสรรค์ อุทธนผล )

    ຜູ້ກຳກັບການສະຖານີຕຳຫຼວດພູທອນ ເມືອງນະຄອນສະຫວັນ ພ້ອມດ້ວຍລູກນ້ອງ ອີກຫນຶ່ງຄົນ ຮ້ອຍຕຳຫຼວດໂທ ທໍຣະນິນ ມາດສະວັນນາ ( ร.ต.ท.ธรณินทร์ มาศวรรณา) ທີ່ຍັງຫລົບຫນີການຈັບກຸມໃນຄະດີທຳຮ້າຍຮ່າງກາຍຜູ້ຕ້ອງຫາຈົນເສຍຊິວິດ.

    ນອກຈາກນີ້ເຈົ້າຫນ້າທີ່ໄທຍັງໄດ້ປະສານງານກັບທາງການ ສປປ.ລາວ ຄື: ທ່ານບົວວົງ ຫົວຫນ້າດ່ານ ແລະ ທ່ານເສົາສີລາເພັດ ເມກບັງຈັນ ຮອງຫົວຫນ້າດ່ານ ຫາກພົບເຫັນບູກຄົນດັງກ່າວໃຫ້ແຈ້ງປະສານງານໃຫ້ທາງການໄທໄດ້ 24 ຊົ່ວໂມງ.

    ທີ່ມາ:ໄລ່ຕາມກະແສຂ່າວ

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.