ຢ່າເບິ່ງຂ້າມເດີ້..!!!ຜົນວິໄຈເຜີຍ ຍິ່ງຫຼີ້ນເຟສບຸກຫຼາຍ ຍິ່ງເພີ່ມຄວາມສ່ຽງໃນການເປັນພະຍາດຊຶມເສົ້າ ຄິດວ່າແມ່ນບໍ?

    0
    1062

    ຜົນການວິໄຈຫຼ້າສຸດຈາກສິງກະໂປພົບຫຼັກຖານວ່າ ຍິ່ງຄົນໃຊ້ເວລາຢູ່ກັບເຟສບຸກຫຼາຍຍິ່ງຂຶ້ນ ມັນກໍຍິ່ງຈະເພີ່ມອັດຕາສ່ຽງການປ່ວຍເປັນພະຍາດຊຶມເສົ້າຫຼາຍຂຶ້ນໄປນຳ. ຜົນການວິໄຈນີ້ເປັນຜົນງານຂອງມະຫາວິທະຍາໄລເຕັກໂນໂລຊີນັນຢາງ ໃນປະເທດສິງກະໂປ ພົບວ່າ ຜູ້ທີ່ມີອາການຂອງພະຍາດຊຶມເສົ້າ ມີຄວາມເຊື່ອມໂຍງກັບການໃຊ້ເຟສບຸກ ໂດຍສະເພາະໃນຜູ້ທີ່ຫຼິ້ນເຟສບຸກເປັນເວລາດົນ ຊໍ້າພັດພົບວ່າຍິ່ງມີອັດຕາການຈົມດິ່ງສູ່ວັງວົນຂອງພາວະການປ່ວຍດ້ວຍພະຍາດຊຶມເສົ້າຫຼາຍຂຶ້ນເຊັ່ນກັນ.


    ການທົດລອງດັ່ງກ່າວໃຫ້ອາສາສະໝັກໃຊ້ເວລາໃນເຟສບຸກປະມານ 2 ຊົ່ວໂມງເຄິ່ງຕໍ່ມື້ ແລະ ພວກເຂົາຈະໄດ້ຮັບແບບສອບຖາມເພື່ອຂຽນຄຳຕອບຫຼັງຫຼິ້ນເຟສບຸກ. ຄຳຕອບສ່ວນໃຫຍ່ຊີ້ໃຫ້ເຫັນວ່າ ກຸ່ມອາສາສະໝັກເກີດຄວາມຮູ້ສຶກອິດສາຄົນອື່ນຂຶ້ນ ເມື່ອພວກເຂົາຫຼິ້ນເຟສບຸກ ເຊິ່ງມັນຈະນຳໄປສູ່ຄວາມຮູ້ສຶກຊຶມເສົ້າໄດ້. ນອກຈາກນີ້ ຍັງມີການພົບອີກວ່າ ອາສາສະໝັກຊໍ້າພັດມີອາການຕິດເຟສບຸກຫຼາຍຍິ່ງຂຶ້ນ ເຊັ່ນ ພວກເຂົາມີທ່າອ່ຽງທີ່ຈະຫຼິ້ນເຟສບຸກຫຼາຍຍິ່ງຂຶ້ນ ແທນທີ່ຈະຢຸດຫຼິ້ນມັນ.


    ຜົນການວິໄຈຍັງພົບອີກວ່າ ການໃຊ້ເຟສບຸກສາມາດກະຕຸ້ນໃຫ້ຄົນຮູ້ສຶກອິດສາຄົນອື່ນໃນລະດັບສູງ ແລະ ເປັນສາເຫດທີ່ເຮັດໃຫ້ເກີດຄວາມຮູ້ສຶກຊຶມເສົ້າ. ທ່ານ ເອັດຊັນ ຊີ. ທັນດັອກ ຈູເນຍ ຜູ້ອຳນວຍການສະຖາບັນການສື່ສານ ແລະ ຂໍ້ມູນຂ່າວສານມະຫາວິທະຍາໄລເຕັກໂນໂລຊີນັນຢາງກ່າວວ່າ ທິດສະດີລຳດັບຊັ້ນທາງສັງຄົມບອກວ່າ ເຮົາມັກນຳຕົວເອງໄປປຽບທຽບກັບສັງຄົມ ເຊິ່ງໃນບາງຄັ້ງເຮົາບໍ່ສາມາດຫຼີກໜີການປຽບທຽບດັ່ງກ່າວໄດ້ ເນື່ອງຈາກການປຽບທຽບໂຕເອງກັບຄົນອື່ນ ເຮັດໃຫ້ເຮົາຮູ້ສຶກວ່າມີອັດຕະລັກຕົວຕົນໃນສັງຄົມນັ້ນ. ແຕ່ວ່າ ຂະບວນການປຽບທຽບ ເຮັດໃຫ້ເຮົາຮູ້ສຶກເສົ້າໄດ້ ເມື່ອເຮົາພົບວ່າຜູ້ອື່ນມີສິ່ງຕ່າງໆຫຼາຍກວ່າເຮົາ.

    ຫຼາຍຄົນຫັນມາເຮັດ Social Media Detox ເພື່ອຫຼີກໜີຈາກໂລກອອນລາຍນອກຈາກຜົນການວິໄຈທີ່ກ່າວມາຂ້າງຕົ້ນແລ້ວ ຍັງມີງານວິໄຈອື່ນໆທີ່ພົບວ່າ ການໃຊ້ ໂຊຊຽວມີເດຍມີພາວະວິຕົກກັງວົນ ຫຼື ສົ່ງຜົນຕໍ່ການນອນຫຼັບ ເຮັດໃຫ້ຫຼາຍຄົນເລີ່ມໃຊ້ໂຊຊຽວມີເດຍໃຫ້ໜ້ອຍລົງ ຫຼື ເຊົາໃຊ້ເລີຍ ຫຼື ທີ່ໃນພາສາອັງກິດເອີ້ນວ່າ social media detox.

    ວິທີການເຮັດ social media detox ສາມາດເຮັດໄດ້ຫຼາຍຮູບແບບ ບໍ່ວ່າຈະເປັນ ການປ່ອຍວາງຈາກໂທລະສັບ ໂດຍການເປີດໂໝດການບິນ (airplane mode) ຫຼື ວາງໂທລະສັບໄວ້ຢູ່ຫ້ອງອື່ນໆ ເພື່ອໃຫ້ມີເວລາໄປເຮັດຢ່າງອື່ນ, ປິດການແຈ້ງເຕືອນໂທລະສັບ, ກຳນົດເວລາທີ່ຫ້າມຫຼິ້ນໂທລະສັບ ໂດຍອາດຈະຕັ້ງກົດວ່າ 1-2 ຊົ່ວໂມງກ່ອນນອນຈະບໍ່ໃຊ້ໂທລະສັບ ຫຼື ຢູ່ໜ້າຈໍ,

    ຫຼັງຈາກຕື່ນນອນບໍ່ຄວນກວດເບິ່ງໂທລະສັບເປັນສິ່ງທຳອິດ ແລ້ວໄປເຮັດຢ່າງອື່ນກ່ອນເຊັ່ນ ອອກກຳລັງກາຍ ເປັນຕົ້ນ, ຕັ້ງເຂດປອດໂທລະສັບ ເຊັ່ນ ໂຕະກິນເຂົ້າ, ຫ້ອງນອນ ຫຼື ເວລາໄປເຈິໝູ່ ແລະ ສຸດທ້າຍອາດຈະໃຫ້ເວລາໂຕເອງດ້ວຍເວລາວ່າງ ໂດຍຕັ້ງເງື່ອນໄຂວ່າຈະຢູ່ກັບໂຕເອງ (ເຊັ່ນ 1 ຊົ່ວໂມງ) ໂດຍບໍ່ໃຊ້ອິນເຕີເນັດ ຫຼື ເຂົ້າໂຊຊຽວມີເດຍ ເພື່ອໃຫ້ມີເວລາຢູ່ກັບໂຕເອງແທ້ໆ ແລ້ວໄປເຮັດຢ່າງອື່ນ ບໍ່ວ່າຈະເປັນ ເບິ່ງໜັງ, ຟັງເພງ, ອ່ານໜັງສື ຫຼື ອອກກຳລັງກາຍເປັນຕົ້ນ.

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.