ປະຈຸບັນໄດ້ມີຜູ້ຕິດເຊື້ອໂຄວິດ-19 ແລະ ຜູ້ສໍາພັດ, ໃກ້ຊິດ ກັບຜູ້ຕິດເຊື້ອ ຢູ່ບ້ານໂຄມຂວາງນະຄອນ ຫຼວງພະບາງ ເພື່ອຮັບປະກັນບໍ່ໃຫ້ມີການແຜ່ຂະຫຍາຍອອກເປັນວົງກວ້າງ ແນໃສ່ເຮັດໃຫ້ພໍ່ແມ່ປະຊາຊົນ ມີຄວາມປອດໄພ ແລະ ບໍ່ໃຫ້ມີ ຜົນກະທົບຕໍ່ຊີວີດ, ສຸຂະພາບ ແລະ ເຮັດໃຫ້ເຂດດັ່ງກ່າວໄດ້ຮັບການຊີດຢາຂ້າເຊື້ອຢ່າງທັນເວລາ ເຈົ້ານະຄອນ ຫຼວງພະບາງ ໄດ້ອອກຄໍາສັ່ງ ດັ່ງນີ້:
1. ຫ້າມຄົນທີ່ອາໄສຢູ່ບ້ານໂຄມຂວາງ(ຮ່ອມບໍລິສັດພູສີກໍ່ສ້າງ ຫາ ຮ່ອມຫນ້ານ້ໍານ້ໍາມັນຫນອງຊາຍ) ເດີນທາງເຂົ້າ ອອກ ( lock down ) ຈາກບ້ານຢ່າງເດັດຂາດ ພ້ອມທັງຕັ້ງຈຸດ – ກວດກາຄົນເຂົ້າ-ອອກ ປະຈໍາ 24 ຊົ່ວໂມງ ຍົກເວັ້ນກໍ່ລະນີຈໍາເປັນຕ້ອງໄດ້ຮັບອານຸຍາດຈາກຄະນະສະເພາະກິດຂັ້ນບ້ານ.
2. ໃຫ້ປິດບັນດາຮ້ານຂາຍເຄື່ອງຍ່ອຍ, ຮ້ານປີ້ງເອັນລະເບີດ, ຮ້ານອາຫານ ແລະ ຮ້ານອື່ນໆທີ່ຢູ່ໃນຮ່ອມດັ່ງກ່າວ, ເຊີ່ງກໍານົດເຂດພື້ນທີ່ບ້ານດັ່ງກ່າວເປັນ(ເຂດແດງ) ຈຸດທີ່ມີຄວາມສ່ຽງໃນການພົວພັນ, ສໍາພັດ, ໃກ້ສິດ ຂອງຜູ້ຕິດເຊື້ອພະຍາດໂຄວິດ-19.
3. ມອບໃຫ້ ຄະນະສະເພາະກິດຂັ້ນນະຄອນ ຮີບຮ້ອນ ລົງສົມທົບກັບຫົວຫນ້າກຸ່ມ ແລະ ອົງການປົກຄອງບ້ານໂຄມ
ຂວາງ ສືບສວນ-ສອບສວນ ເກັບກໍາຂໍ້ມູນຕົວຈິງຜູ້ສໍາພັດໃກ້ສິດກັບຜູ້ຕິດເຊື້ອໃຫ້ລະອຽດຈະແຈ້ງ ແລະ ລາຍງານ
ໃຫ້ຄະນະສະເພາະກິດຂັ້ນແຂວງຮັບຊາບ ແລະ ແກ້ໄຂທັນເວລາ
4. ມອບໃຫ້ຄະນະສະເພາະກິດຂັ້ນນະຄອນ, ກອງບັນຊາການ ປກຊ-ປກສ ນະຄອນ ແລະ ຄະນະສະເພາະກິດຂັ້ນບ້ານ-ເປັນເຈົ້າການປະຕິບັດຢ່າງເຂັ້ມງວດ.
5. ຄໍາສັ່ງສະບັບນີ້ ເລີ່ມຈັດຕັ້ງປະຕິບັດແຕ່ເວລາ 18:00 ໂມງ ຂອງວັນທີ 26 ສິງຫາ ຫາ 8 ກັນຍາ 2021. ຖ້າບໍ່ມີ ກໍລະນີພົບຜູ້ຕິດເຊື້ອໃຫມ່ຫຼັງ 14 ວັນ ຈະໄດ້ມີການປະເມີນອອກຈາກເຮົາແດງ 2