ບໍ່ແກ້ວເດັດຂາດ! ສັ່ງຫ້າມຊຸມແຊວແມ່ນແຕ່ໃນຄອບຄົວກໍ່ບໍ່ເວັ້ນ ໃຜລະເມີດກຽມຖືກປັບໃໝ

    0
    4457

    ເນື່ອງຈາກປັດຈຸບັນມີການແຜ່ລະບາດຂອງເຊື້ອພະຍາດ ໂຄວິດ-19 ຢູ່ແຂວງບໍ່ແກ້ວ ໂດຍສະເພາະແມ່ນການ ແຜ່ລະບາດຢູ່ໃນຊຸມຊົນທີ່ເຂດເສດຖະກິດພິເສດສາມຫຼ່ຽມຄໍາ ແລະ ເມືອງຕົ້ນເຜິ້ງ ເຊິ່ງມີຈໍານວນຜູ້ຕິດເຊື້ອ ແລະ ສໍາຜັດໃກ້ຊິດ ເພີ່ມຂຶ້ນເປັນຈໍານວນຫຼາຍ.


    ດັ່ງນັ້ນແຂວງບໍ່ແກ້ວຈຶ່ງອອກມາແຈ້ງການດ່ວນ ເລກທີ 123/ສພກ.ບກ ລົງວັນທີ 24 ສິງຫາ 2021 ເລື່ອງ: ເພີ່ມທະວີປະຕິບັດມາດຕະການປ້ອງກັນ, ຄວບຄຸມ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດ ໂຄວິດ-19 ຢູ່ແຂວງບໍ່ແກ້ວ; ເຖິງບັນດາເຈົ້າເມືອງ 5 ເມືອງ, ຫົວຫນ່ວຍທຸລະກິດ, ຜູ້ປະກອບການ, ອົງການຈັດຕັ້ງສັງຄົມທຸກພາກສ່ວນ ພາຍໃນແຂວງບໍ່ແກ້ວ ເພື່ອຊາບວ່າ:


    1. ປິດການຊຸມແຊວໃນທຸກສະຖານທີ່ ທັງຢູ່ໃນຄອບຄົວ, ຢູ່ໃນຊຸມຊົນ, ຢູ່ບັນດາຮ້ານອາຫານ, ຮ້ານກິນດື່ມ, ຮ້ານຄາລາ-ໂອເກະ, ຮ້ານບັນເທີງ, ຮ້ານຕໍາ, ຮ້ານປີ້ງ, ຮ້ານບຸບເຟ້ ແລະ ຮ້ານຂາຍເຫຼົ້າ-ເບຍທຸກປະເພດ.
    2. ໃຫ້ປິດການຫຼີ້ນກິລາໃນຮົ່ມທຸກປະເພດ, ກິລາຕີດອກປີກໄກ່, ຟີດເນັດ, ກິລາກ໊ອຟ, ກິລາບານສົ່ງ ແລະ ເຕະບານ.
    3. ມອບໃຫ້ພະແນກອຸດສາຫະກໍາ ແລະ ການຄ້າ ລົງສົມທົບຜູ້ປະກອບການຕະຫຼາດສົດທຸກແຫ່ງ ໃຫ້ເອົາໃຈໃສ່ປະຕິບັດມາດຕະການປ້ອງກັນ, ຄວບຄຸມ ແລະ ສະກັດກັ້ນການລະບາດ ຂອງເຊື້ອພະຍາດໂຄວິດ-19 ຢ່າງເຂັ້ມງວດ ນັບທັງຜູ້ຊື້-ຂາຍ ພາຍໃນຕະຫຼາດ.


    4. ມອບໃຫ້ພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວແຂວງ ສົມທົບເຈົ້າໜ້າທີ່ລົງຕິດຕາມ, ກວດກາຢູ່ບັນດາຮ້ານອາຫານ, ຮ້ານກິນດື່ມ, ຮ້ານຄາລາໂອເກະ, ຮ້ານບັນເທີງ, ຮ້ານຕໍາ, ຮ້ານປີ້ງ, ຮ້ານບຸບເຟ້ ແລະ ຮ້ານ ຂາຍເຫຼົ້າ-ເບຍທຸກປະເພດ ໃນທຸກໆວັນ ຢ່າງເຂັ້ມງວດ ພ້ອມທັງເຮັດບົດບັນທຶກຮ່ວມກັບບັນດາຮ້ານ ກ່ຽວກັບການຈັດຕັ້ງປະຕິບັດມາດຕະການ ແລະ ຢຸດເຊົາ ໃນໄລຍະທີ່ມີການລະບາດນີ້.
    5. ມອບໃຫ້ສອງກອງບັນຊາການ ປກຊ-ປກສ, ບັນດາເມືອງລຽບຊາຍແດນ ເອົາໃຈໃສ່ສະກັດກັ້ນການລັກລອບເຂົ້າຂອງຄົນ ແລະ ນໍາເຂົ້າສິນຄ້າ ທີ່ບໍ່ຖືກຕ້ອງ ເຊິ່ງຈະເກີດໃຫ້ມີການລະບາດ ຂອງພະຍາດໂຄວິດ-19
    6. ມອບໃຫ້ຄະນະສະເພາະກິດແຕ່ລະເມືອງ ສົມທົບກັບອົງການປົກຄອງບ້ານເອົາໃຈໃສ່ປ້ອງກັນເວນຍາມ ຕິດຕາມການເຂົ້າອອກ ແລະ ໂຄສະນາປຸກລະດົມປະຊາຊົນບັນດາເຜົ່າ ເປັນເຈົ້າເຂົ້າຮ່ວມໃນການປະຕິບັດມາດຕະການຕ່າງໆ.
    7. ປີດໂຮງຮຽນອະນຸບານ, ລ້ຽງເດັກຊົ່ວຄາວ.
    8. ມອບໃຫ້ຄະນະສະເພາະກິດເມືອງ, ສອງກອງບັນຊາການລົງກວດກາ, ກ່າວເຕືອນ ແລະ ປັບໃຫມຜູ້ລະເມີດຢ່າງເດັດຂາດ.

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.