ອ່ານດ່ວນ!!ຂໍ້ມູນຜູ້ຕິດເຊື້ອໃນຊຸມຊົນ 3 ຄົນ ທີ່ນະຄອນຫຼວງວຽງຈັນ (ວັນທີ 23/08/2021)

    0
    1021

    ອ່ານດ່ວນ!!ຂໍ້ມູນຜູ້ຕິດເຊື້ອໃນຊຸມຊົນ 3 ຄົນ ທີ່ນະຄອນຫຼວງວຽງຈັນ (ວັນທີ 23/08/2021)

    ສູນຂ່າວສານການແພດສຸຂະສຶກສາ Centre of Information and Education for Health ໄດ້ໃຫ້ຮູ້ວ່າ: ໃນວັນທີ 23 ສິງຫາ 2021 ສປປ ລາວ ກວດພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມໃໝ່ 152 ກໍລະນີ ເຊິ່ງມີຜູ້ຕິດເຊື້ອໃນຊຸມຊົນເຖິງ 65 ຄົນ

    ເປັນຜູ້ສຳຜັດໃກ້ຊິດນຳຜູ້ຕິດເຊື້ອທີ່ຜ່ານມາຄື: ສະຫວັນນະເຂດ 43 ຄົນ, ບໍ່ແກ້ວ 18 ຄົນ, ນະຄອນຫຼວງ 3 ຄົນ, ຫຼວງນ້ຳທາ 1 ຄົນ

    ຂໍມູນຜູ້ຕິດເຊື້ອໃນຊຸມຊົນ  3 ຄົນທີ່ນະຄອນຫຼວງວຽງຈັນຄົນທີ 1 ເປັນເພດຊາຍ ອາຍຸ 25 ປີ ແລະ ຄົນທີ 2 ເປັນເພດຍິງ ອາຍຸ 25  ປີ ຢູ່ບ້ານກົ້ວ ເມືອງສັງທອງ ທັງສອງຄົນເປັນຜົວເມຍກັນ

    ວັນທີ 12 ສິງຫາ 2021 ພາກັນໄປຢາມພີ້ນ້ອງເກີດລູກ ຢູ່ເມືອງຕົ້ນເຜີ້ງ, ແຂວງບໍ່ແກ້ວ ກັບມາບ້ານວັນທີ 16
    ວັນທີ 20 ໄດ້ຂ່າວວ່າພີ້ນ້ອງຢູ່ບໍ່ແກ້ວຕິດເຊື້ອ
    ວັນທີ 21 ຈຶ່ງໄດ້ພາກັນໄປເກັບຕົວຢ່າງ ຢູ່ຈຸດກວດ ມ ປາຍ ເມືອງສີໂຄດ ຜົນອອກມາວ່າພົບເຊື້ອ

    -ຄົນທີ 3 ເປັນເພດຍິງ ອາຍຸ 17 ປີ ບ້ານດົງໂດກ ເມືອງໄຊທານີ ເປັນຄົນຂາຍເຄື່ອງຢູ່ຮ້ານຂາຍເຄື່ອງ ຂອງກໍລະນີ , ພະນັກງານຕຳຫລວດ ກົມໃຫ່ຍສັນຕິບານ ທີ່ຢັ້ງຢືນຕິດເຊື້ອ ໃນວັນທີ 20 ສິງຫາ 2021

    ທີ່ມາ: InsideLaos

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.