ແມ່ລ້ຽງດ່ຽວ ຝາກຂໍ້ຄິດ “ກ່ອນຈະແຕ່ງດອງ ຢ່າເລືອກພຽງຄຳວ່າ ເຂົາຈລ້ຽງເຮົາໄດ້ ໃຫ້ເລືອກຄົນທີ່ ລ້ຽງຫົວໃຈເຮົາ”ຈາກໂພສ Noudee Deenoy ກ່ອນຈະແຕ່ງງານກັບໃຜຄົນ1ຢ່າເລືອກພຽງຄຳວ່າ “ເຂົາຈະລ້ຽງເຮົາໄດ້”ແຕ່ຈົ່ງເລືອກຄົນທີ່ “ລ້ຽງຫົວໃຈ”ຂອງເຈົ້າໄດ້ ນຳເພາະນັ່ນຄືຄວາມສຸກທີ່ແທ້ຈິງບໍ່ຊັ້ນຊີວິດກະຊິບໍ່ຄວາມສຸກ ຄືກັບຕອນທີ່
ຂ້ອຍເລືອກໄດ້ພຽງວັດທຸສິ່ງຂອງແຕ່ບໍ່ເຄີຍໄດ້ຄວາມຮັກ ຄວາມໃສ່ໃຈ ຄວາມອົບອຸ່ນ ແລະ ຄວາມເຂົ້າໃຈບໍ່ເຄີຍມີ ຈັ່ງໃດກໍ່ຂໍເປັນກຳລັງໃຈໃຫ້ແມ່ລ້ຽງດ່ຽວ ຫຼື ຜູ້ທີ່ກຳລັງຈະເປັນແມ່ລ້ຽງດ່ຽວ ເຊື່ອວ່າໃຜກໍ່ບໍ່ຢາກເປັນແບບນີ້ຢາກມີຄວາມຮັກທີ່ດີ ຄອບຄົວທີ່ສົມບູນແບບ ມີຄວາມສຸກຄືກັບຄົນອື່ນ ແຕ່ໃນເມື່ອຄວາມຮັກບໍ່ສົມຫັວງຊີວິດກໍ່ຕ້ອງສູ້ຕໍ່ໄປ
ເພື່ອລູກທີ່ເປັນແກ້ວຕາແລະດວງໃຈຂອງແມ່ ເພາະແມ່ລ້ຽງດ່ຽວສະໄໝນີ້ກໍ່ມີຫຼາຍ ບໍ່ເປັນເລື້ອງທີ່ນ້າອາຍເລີຍທີ່ຈະລ້ຽງລູກຄົນດຽວ ຂໍເປັນກຳລັງໃຈໃຫ້ແມ່ໆທີ່ລ້ຽງດ່ຽວ ແລະ ແມ່ຍິງທຸກຄົນທີ່ລ້ຽງດູລູກ ເພາະພວກເຈົ້າເປັນຜູ້ຍິງທີ່ສຸດຍອດຫຼາຍ
ແມ່ລ້ຽງດ່ຽວ ຝາກຂໍ້ຄິດ “ກ່ອນຈະແຕ່ງອດງ ຢ່າເລືອກພຽງຄຳວ່າ ເຂົາຈະລ້ຽງເຮົາໄດ້ ໃຫ້ເລືອກຄົນທີ່ລ້ຽງຫົວໃຈເຮົາ”
ແມ່ລ້ຽງດ່ຽວ ຝາກຂໍ້ຄິດ “ກ່ອນຈະແຕ່ງອດງ ຢ່າເລືອກພຽງຄຳວ່າ ເຂົາຈະລ້ຽງເຮົາໄດ້ ໃຫ້ເລືອກຄົນທີ່ລ້ຽງຫົວໃຈເຮົາ”
(ແມ່ລ້ຽງດ່ຽວ)