ຄິດເຫັນແນວໃດ? ໃຜຖືກເລກຕ້ອງໄດ້ເສຍອາກອນ 5% ຂອງລາຍໄດ້ທັງໝົດ ຈາກການຖືກຫວຍ

    0
    1254

    ການຊື້ເລກ ຫວຍເປັນການສ່ຽງໂຊກ ທີ່ປັດຈຸບັນຫຼາຍໆຄົນກໍມັກຊື້ ແລະ ສ່ຽງໂຊກກັນຫຼາຍຂຶ້ນ ລວມທັງຄົນຂາຍທີ່ເພີ່ມຂຶ້ນຫຼາຍຢ່າງເຫັນໄດ້ຊັດເຈນເລີຍຄື ຫວຍລາວຈະອອກທຸກໆວັນຈັນ ວັນພະຫັດແລະ ວັນພຸດຂອງອາທິດທ້າຍເດືອນ ມີຕັ້ງແຕ່ເລກ 2-6 ໂຕ ເຊິ່ງຜ່ານມາກໍມີຜູ້ໂຊກດີຖືກເລກໄປແລ້ວ 6 ໂຕ ທັງ 1000 ກີບ ແລະ 2000 ກີບ ຫອບເງິນກັບບ້ານຢ່າງມີຄວາມສຸກ.

    ສະນັ້ນ ເພື່ອຮັບປະກັນໃຫ້ການເສຍອາກອນລາຍໄດ້ ຈາກການຖືກຫວຍເປັນເງິນ ຫຼື ວັດຖຸ ຖືກຈັດຕັ້ງປະຕິບັດ ຕາມລະບຽບກົດໝາຍທີ່ໄດ້ກໍານົດໄວ້ ແລະ ມີຄວາມເປັນເອກະພາບໃນຂອບເຂດທົ່ວປະເທດ ເວົ້າລວມ ເວົ້າສະເພາະ ຢູ່ພາຍໃນແຂວງ ບໍ່ແກ້ວ.
    ໃນວັນທີ 10 ສິງຫາ 2021 ສ່ວຍສາອາກອນປະຈຳແຂວງ ບໍ່ແກ້ວ ໄດ້ອອກແຈ້ງການ ມາຍັງບັນດາທ່ານ ຢູ່ໃນຂອບເຂດແຂວງ ບໍ່ແກ້ວ ຊາບວ່າ: ນັບແຕ່ນີ້ເປັນຕົ້ນໄປ ແມ່ນຈະໄດ້ຄິດໄລ່, ຫັກອາກອນລາຍໄດ້ ນຳບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ຖືກຫວຍເປັນເງິນ ຫຼື ວັດຖຸ ມອບເຂົ້າງົບປະມານຂອງລັດ ຕາມລະບຽບກົດໝາຍກຳນົດໄວ້ ດັ່ງລຸ່ມນີ້:

    1 ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ຖືກຫວຍເປັນເງິນ ຫຼື ວັດຖຸ ຕ້ອງໄດ້ເສຍອາກອນລາຍໄດ້ 5% ຂອງລາຍໄດ້ທັງໝົດ ຈາກການຖືກຫວຍ (ຈຳນວນເງິນລາງວັນຖືກຫວຍທັງໝົດ).

    2 ມອບໃຫ້ສາຂາ ຫຼື ຕົວແທນ ຈຳໜ່າຍໃບຫວຍປະເພດຕ່າງໆ ຢູ່ພາຍໃນແຂວງບໍ່ແກ້ວ ເປັນຜູ້ຄິດໄລ່, ຫັກ ອາກອນໄວ້ຈາກຜູ້ທີ່ຖືກຫວຍໃນແຕ່ລະຄັ້ງ, ແລ້ວສັງລວມ ແລະ ແຈ້ງ-ມອບຈຳນວນເງິນທີ່ຫັກໄວ້ ຕໍ່ເຈົ້າໜ້າທີ່ສ່ວຍສາອາກອນທີ່ຕົນຂຶ້ນກັບ ໃຫ້ຄົບຖ້ວນ ກ່ອນວັນທີ 20 ຂອງເດືອນຖັດໄປ ໝາຍວ່າ ເດືອນໜຶ່ງແຈ້ງ-ມອບ 01 ຄັ້ງ.

    3 ກໍລະນີ ບໍ່ຄິດໄລ່ ແລະ ຫັກອາກອນລາຍໄດ້ນັ້ນ ສາຂາ ຫຼື ຕົວແທນຈຳໜ່າຍໃບຫວຍ ກໍ່ຕ້ອງຮັບຜິດຊອບຈ່າຍແທນ.

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.