ພັທ ອຸດອນ ຈັນທະວົງ ຮອງຫົວໜ້າຫ້ອງສັນຕິບານ ປກສ ນວໃຫ້ຮູ້ວ່າ: ວັນທີ 14 ສິງຫາ 2021 ຜ່ານມາເຈົ້າໜ້າທີ່ຕຳຫຼວດທ່ອງທ່ຽວ ຫ້ອງສັນຕິບານສົມທົບແໜ້ນກັບກອງພັນເຄື່ອນທີ່ໄວ ປກສ ນວ ແລະ ປກສ ເມືອງຈັນທະບູລີ ກວດກາພົບຮ້ານອາຫານຣັດສະຕິກກຣຸບຟ (Rustic Croove) ຢູ່ເຂດບໍລິເວນຖະໜົນເສດຖາທິລາດ ບໍ່ປະຕິບັດຕາມແຈ້ງການເລກທີ 20/ສພກ.ນວ ລົງວັນທີ 03 ສິງຫາ 2021 ເຊິ່ງມີການໃຫ້ບໍລິການເຄື່ອງດື່ມທີ່ມີທາດເຫຼົ້າ, ເປີດໃຫ້ບໍລິການເກີນໂມງເວລາທີ່ກຳນົດແກ່ຍາວເວລາປິດບໍລິການບາງມື້ຮອດ 3-4 ໂມງເຊົ້າ) ແລະ ມີຄົນເຂົ້າໃຊ້ບໍລິການເປັນຈຳນວນຫຼາຍອັ່ງອໍແອອັດ ບໍ່ຮັກສາໄລຍະຫ່າງຕາມມາດຕະການປ້ອງກັນຄວບຄຸມການແຜ່ລະບາດພະຍາດໂຄວິດໃນເວລາກວດພົບເຫັນຜູ້ມາໃຊ້ບໍລິການ 43 ຄົນ.
ຕໍ່ບຸກຄົນເຂົ້າໃຊ້ບໍລິການເຈົ້າໜ້າທີ່ໄດ້ສຶກສາອົບຮົມກ່າວເຕືອນເນາະນຳໃຫ້ກັບບ້ານພ້ອມທັງປັບໃໝຕາມແຈ້ງການໃນອັດຕາຕ່ຳສຸດ 500.000 ກີບ 43 ຄົນ ເປັນເງິນ 21.500.000 ກີບ, ຕໍ່ກັບເຈົ້າຂອງຮ້ານໄດ້ສຶກສາອົບຮົມກ່າວເຕືອນ ແລະ ນຳໃຊ້ມາດຕະການປັບໃໝໃນອັດຕາຕໍ່ສຸດ 5.000.000 ກີບ ລວມເປັນເງິນ 26.500.000 ກີບ ພ້ອມທັງບັນທຶກປະຫວັດໄວ້.
ກອງບັນຊາການ ປກສ ນວ ຮຽກຮ້ອງມາຍັງຜູ້ປະກອບການ, ຫົວໜ່ວຍທຸລະກິດທຸກພາກສ່ວນໃນໄລຍະຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ 19 ໃຫ້ພ້ອມກັນຈັດຕັ້ງປະຕິບັດຕາມຄຳສັ່ງ, ແຈ້ງການວາງອອກຢ່າງເຂັ້ມງວດ.
ນອກຈາກນີ້ໃຫ້ພ້ອມກັນປະກອບສ່ວນພັນທະເຂົ້າໃນວຽກງານປ້ອງກັນຄວາມສະຫງົບ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ ຖ້າພົບເຫັນໃຫ້ລາຍງານຜ່ານຊ່ອງທາງເບີວອດແອບ 02029988774 ແລະ ຊ່ອງທາງເຟັສ໌ບຸກປ້ອງກັນຄວາມສະຫງົບ ນະຄອນຫຼວງວຽງຈັນ.