ຫວຍເຖື່ອນບັນຫາໃຫຍ່ທີ່ຈຳເປັນຕ້ອງແກ້ໄຂໃຫ້ໄດ້ໂດຍໄວ

    0
    1278

    ຫວຍແນ່ນອນຢູ່ແລ້ວເປັນທີ່ສົນໃຈຂອງຄົນທົ່ວໄປ ແຕ່ຫວຍເຖື່ອນແມ່ນຍິ່ງມີຄົນໃຫ້ຄວາມສົນໃຈຫຼາຍ ເນື່ອງຈາກບໍມີໃຜຮູ້ທີ່ໄປທີ່ມາຂອງມັນທັງຜູ້ຊື້ ແລະ ຂາຍ ອັນສຳຄັນກວ່ານັ້ນ ຫວຍເຖື່ອນເຫຼົ່ານັ້ນບໍ່ໄດ້ສ້າງຜົນປະໂຫຍດຫຍັງແກ່ລັດຖະບານ.ດ້ວຍເຫດນີ້ ຕໍ່ຈາກນີ້ໄປລັດຖະບານຈະສຸມໃສ່ແກ້ໄຂບັນຫາດັ່ງກ່າວຢ່າງຈີງຈັງ ເນື່ອງຈາກຜິດຕໍ່ລະບຽບກົດໝາຍ ທີ່ສໍາຄັນຫວຍເຖື່ອນບໍ່ໄດ້ມອບພັນທະຫຍັງໃຫ້ແກ່ລັດຖະບານ ແລະ ທັງເປັນການເບື່ອເມົາສັງຄົມຕື່ມອີກ.


    ທ່ານ ບຸນໂຈມ ອຸບົນປະເສີດ, ລັດຖະມົນຕີກະຊວງການເງິນ ໃຫ້ຮູ້ໃນໂອກາດຊີ້ແຈງຕໍ່ກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດທີ IX ທີ່ຈັດຂຶ້ນເມື່ອບໍ່ດົນມານີ້ວ່າ: ເມື່ອກ່ອນລັດວິສາຫະກິດຫວຍພັດທະນາລາວ ອອກຫວຍອາທິດລະ 4 ຄັ້ງ ແລະ ມີຫວຍຂູດຕື່ມອີກ, ແຕ່ສັງຄົມຕ້ອງຕິ ຫລື ວິຈານຫລາຍລັດຖະບານໄດ້ຕົກລົງໃຫ້ຍຸບຫວຍຂູດ ແລ້ວໃຫ້ອອກຫວຍພັດທະນາລາວອາທິດລະ 2 ຄັ້ງ. ເມື່ອກ່ອນລັດວິສາຫະກິດຫວຍພັດທະນາລາວ ມອບພັນທະໃຫ້ລັດຖະບານປີລະ 60 ຕື້ກີບ, ແຕ່ປັດຈຸບັນເຫລືອພຽງປີລະ 20 ຕື້ກີບ ເຫັນວ່າຫລຸດລົງ.


    ສໍາລັບຫວຍເຖື່ອນເຫັນລະບາດຮ້າຍແຮງຫລາຍໃນສັງຄົມປັດຈຸບັນ, ໂດຍສະເພາະການຊື້-ຂາຍຫວຍຕ່າງປະເທດ, ໃນນີ້ ມີຫວຍຂອງບາງປະເທດອອກຫລາຍຄັ້ງຕໍ່ວັນ ແຕ່ທັງໝົດນີ້ບໍ່ໄດ້ມອບພັນທະຫຍັງໃຫ້ແກ່ລັດຖະບານ. ນອກຈາກນີ້ ຍັງເປັນການເບື່ອເມົາສັງຄົມ ເພາະມີທັງພະນັກງານລັດ ແລະ ປະຊາຊົນຊື້ຫວຍເຫລົ່ານີ້.


    ລັດຖະມົນຕີກະຊວງການເງິນ ກ່າວຕື່ມວ່າ: ໄລຍະຜ່ານມາ ລັດຖະບານ ໄດ້ແຕ່ງ ຕັ້ງຄະນະຮັບຜິດຊອບເພື່ອແກ້ໄຂບັນຫາຫວຍເຖື່ອນຂຶ້ນມາ ແຕ່ໃນການປະຕິບັດວຽກ ງານຕົວຈິງບໍ່ສາມາດແກ້ໄຂໄດ້ ຍ້ອນຫວຍເຖື່ອນມີ ການຊື້-ຂາຍຜ່ານລະບົບອອນລາຍ ແລະ ຫາຈຸດແກ້ໄຂບໍ່ໄດ້. ຢ່າງໃດກໍ່ຕາມ ລັດຖະບານ ກໍຄື ກະຊວງການເງິນຈະພະຍາຍາມຊອກຫາຫລາຍກົນໄກ ຫລື ຫລາຍມາດຕະການ ແລະ ຈະໃຫ້ລັດວິສາຫະກິດຫວຍພັດທະນາລາວເປັນຜູ້ອອກທຶນໃຫ້ໃນການຈັດຕັ້ງປະຕິບັດວຽກງານຕ່າງໆ ທີ່ກ່ຽວ ຂ້ອງເພື່ອແກ້ໄຂບັນຫາຫວຍເຖື່ອນທີ່ເກີດຂຶ້ນໃຫ້ໄດ້ໂດຍໄວ.

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.