ສະຫວັນນະເຂດປິ່ນປົວຫາຍດີຕື່ມ 138 ຄົນໃນ 15 ສິງຫານີ້

    0
    716

    ຖືວ່າເປັນຂ່າວດີ ທີ່ຕົວເລກປິ່ນປົວຜູ້ຕິດເຊື້ອພະຍາດໂຄວິດ-19 ຫາຍດີເຖິງ 138 ຄົນ ທີ່ສະຫວັນະເຂດ ຈາກໂຮງໝໍສະໜາມໂນນສະຫວາດ ( ໂຮງງານອັບເກນ ) ແລະ ໄດ້ມີການຈັດພິທີ ມອບ – ຮັບຜູ້ທີ່ປິ່ນປົວຫາຍດີຈາກເຊື້ອພະຍາດດັ່ງກ່າວ ໃນວັນທີ ວັນທີ 15 ສິງຫາ 2021 ເວລາ 15:00 ໂມງ.

    ໃນການມອບ-ຮັບ ຄັ້ງນີ້ໂດຍການເຂົ້າຮ່ວມຂອງ ທິມແພດປິ່ນປົວ, ຄອບຄົວ ຂອງຄົນເຈັບກໍ່ໄດ້ເຂົ້າຮ່ວມ ກ່ອນກັບບ້ານທິມແພດປິ່ນປົວ ໄດ້ກ່າວຕໍ່ໍ່ຄົນເຈັບ ແລະຄອບຄົວວ່າ: ພາຍຫຼັງທີ່ກັບເມືອບ້ານແລ້ວ ຕ້ອງໄດ້ມີການສືບຕໍ່ແຍກປ່ຽວກັກບໍລິເວນໂຕເອງຢູ່ສູນກັກບໍລິເວນຂອງເມືອງຕື່ມອີກ 14 ວັນ ທີ່ໄດ້ກຳນົດໄວ້ໃນແຕ່ລະເມືອງ, ໃຫ້ເອົາໃຈໃສ່ປະຕິບັດມາດຕະການປ້ອງກັນຢ່າງເຂັ້ມງວດ ໃຫ້ຮັກສາໄລຍະຫ່າງທາງສັງຄົມ, ໃສ່ຜ້າອັດປາກ, ແລະ ໝັ່ນລ້າງມືໃສ່ສະບູຫຼື ເຈວຂ້າເຊື້ອ ເປັນປະຈໍາ ຕະຫຼອດເຖິງ ການຕິດຕາມອຸນຫະພູມ ແລະ ອາການເຈັບເປັນຂອງຕົນເອງໃນແຕ່ລະວັນ.

    ຖ້າມີອາການເຈັບເປັນໃດນຶ່ງ ແມ່ນໃຫ້ໂທປຶກສາແພດເພື່ອຂໍຄໍາແນະນໍາໃນການປະຕິບັດຕົນ, ເນັ້ນໜັກໃຫ້ທາງຄອບຄົວ ແລະ ອໍານາດການປົກຄອງບ້ານໄດ້ຊີ້ແຈງຕໍ່ປະຊາຊົນພາຍໃນບ້ານໃຫ້ມີຄວາມເຂົ້າໃຈ ແລະ ໂດຍສະເພາະບໍ່ໃຫ້ມີການລັງກຽດຕໍ່ຜູ້ຕິດເຊື້ອພະຍາດໂຄວິດ-19, ຜູ້ທີ່ໄດ້ຮັບການປິ່ນປົວດີແລ້ວ ແລະ ຄອບຄົວຂອງເຂົາເຈົ້າ, ໃຫ້ທຸກຄົນໃນສັງຄົມພ້ອມກັນເປັນກຳລັງໃຈ ແລະ ໃຫ້ການສະໜັບສະໜູນ ແລະ ການແນະນຳທີ່ດີຜູ້ທີ່ຕິດເຊື້ອ ກໍ່ຄືຜູ້ທີ່ປິ່ນປົວດີ ແລ້ວເພື່ອໃຫ້ມີກຳລັງໃຈສືບຕໍ່ການປະຕິບັດມາດຕະການປ້ອງກັນພະຍາດໂຄວິດ-19 ແລະ ການດໍາລົງຊີວິດປົກກະຕິແບບໃໝ່ ( New normal ) ທີ່ປອດໄພໃນຄອບຄົວ ແລະ ໃນສັງຄົມ.

    ເຊີ່ງປະຈຸບັນທີ່ແຂວງ ສະຫວັນນະເຂດ ແມ່ນມີ ຜູ້ຕິດເຊື້ອສະສົມ 3.400 ຄົນ, ຍັງຄ້າງສູນປິ່ນປົວ 1.282 ຄົນ, ປິ່ນປົວດີແລ້ວ 2.118 ຄົນ, ຍິງ 1.066 ຄົນ ແລະ ເສັຍຊີວິດ 2 ຄົນ, ຍິງ 1 ຄົນ.

    (ຂໍ້ມູນ 15 ສິງຫາ 2021)

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.