ອີກແລ້ວ! ລັກອອກຈາກສູນກັກກັນ ໄປນອນໂຮງແຮມ ເດືອດຮ້ອນນຳກັນໝົດບາດນິຈາກເຟສບຸກທ່ານໜຶ່ງໄດ້ໂພສວ່າ:ຄົນລັກໜີຈາກສູນກັກໂຕໂຄວິດມີມາຕະຫຼອດແທ້ເດ
ອົດທົນປະຕິບັດນຳກັນກ່ອນກະບໍ່ໄດ້ນໍ ລັກອອກຈາກສູນ ແລ້ວໄປນອນໂຮງແຮມ ສ່ຳລາວສິເລາະ, ສຸດທ້າຍຜົນກວດອອກມາເປັນບວກ, ເດືອດຮ້ອນນຳກັນໝົດບາດ
ນິ.ພີ່ນ້ອງທາງປາກເຊ-ປາກຊ່ອງ ໃຜພົວພັນກັບລາວແມ່ນກັກໂຕເອງດ່ວນ ແທນທີ່ສິກັກຕົວຄົບຕາມກຳນົດແລ້ວອອກໄປແບບດີໆ ຮູ້ບໍ່ວ່າເຮັດໃຫ້ຄົນອື່ນນັ້ນຍາກນຳເຮັດໃຫ້ທຸກຄົນລະແວງໄປທົ່ວ ຢາກໃຫ້ຄິດໃຫ້ດີໆກ່ອນບໍ່ແມ່ນມີແຕ່ໂຕຜູ້ດຽວທີ່ເດືອດຮ້ອນ ຈະພາເຮັດໃຫ້ຄົນອື່ນຕິດເຊື້ອໄປນຳ ທາງທີ່ດີຄວນກັບມາກັກບໍລິເວນຕົນເອງໃຫ້ຄົບ ແລະ
ເມື່ອຕິດເຊື້ອແລ້ວກໍ່ໃຫ້ແພດໝໍເພີ່ນປິ່ນປົວໃຫ້ດີສາກ່ອນ ບໍ່ແມ່ນຈະອອກໄປເລາະແບບນີ້ເຮັດແບບບໍ່ມີຫັຍງເກີດຂື້ນແບບນີ້ບໍ່ໄດ້ຕ້ອງປະຕິບັດມາດຕະການຊ່ວຍກັນ ອົດທົນໄປກ່ອນ ແລ້ວຈະດີຕໍ່ຄົວເຮົາເອງແລະຄົນອື່ນ
ອີກແລ້ວ! ລັກອອກຈາກສູນກັກກັນ ໄປນອນໂຮງແຮມ
ອີກແລ້ວ! ລັກອອກຈາກສູນກັກກັນ ໄປນອນໂຮງແຮມ