ດວງລາຍວັນປະຈຳວັນທີ 15 ສິງຫາ 2021 ການງານ ການເງິນ ຄວາມຮັກ

    0
    908

    ວັນຈັນ:ການ​ງານ ມີ​ຄວາມ​ຮີບ​ຮ້ອນ​ໃນ​ສະພາ​ວະ​ແວດ​ລ້ອມ​ການ​ເຮັດ​ວຽກງານ​ທີ່​ທ່ານ​ຕ້ອງ​ພົບ​​ອຸປະສັກ​ຕ່າງ​ໆ​ ແລະ​ຕ້ອງ​ແກ້​ໄຂ​ ຫວັງ​ພຶ່ງ​ພາ​ ຫລື​ໄວ້​ໃຈ​ໃຜ​ບໍ່​ໄດ້​ ຕ້ອງ​ແກ້​ບັນຫາ​ດ້ວຍ​ຕົນເອງ​ ການ​ເງິນ​ ຊ່ວງ​ນີ້​ມີ​ເລື່ອງ​ທີ່​ຕ້ອງ​ຈ່າຍ​​ ພາລະ​ການ​ໃຊ້​ຈ່າຍ​ທີ່​ຈຳ​ເປັນ​ມີ​ຫລາຍ​ ແຕ່​ເຄື່ອງ​ທີ່​ຢາກ​ໄດ້​ກໍ​ມີ​ຫລາຍ​ຫຼາຍ​ຢ່າງ​ເຊັ່ນ​ກັນ​ ຄວາມ​ຮັກ​ ຄວາມ​ສຳພັນ​ດ້ານ​ຄວາມ​ຮັກ​ຖືກ​ພັດທະນາ​ໄປ​ໃນ​ເກນ​ທີ່​ຄື​ຈະ​ລົງ​ຕົວ​ ແຕ່​ກໍ​ຍັງ​ບໍ່​ເປັນ​ເຊັ່ນ​ນັ້ນ​ ຂຶ້ນ​ຢູ່​ກັບ​ການ​ປະຕິບັດ​ຕົວ​ຕໍ່​ກັນ​

    ວັນຄານ:ການ​ງານ ການ​ຕິດ​ຕໍ່​ການ​ງານ​ໃນ​ຊ່ວງ​ນີ້​ຍັງມີ​ຄວາມ​ເລັ່ງ​ຮີບ​ ຕ້ອງ​ໃຊ້​ຄວາມ​ໃຈ​ເຢັນ​ໃນ​ວາງ​ແຜນ​ ແລະ​ຕັ້ງ​ເປົ້າ​ໝາຍ​ໃນ​ການ​ບໍລິຫານ​ຈັດການ​ໃຫ້​ຖືກ​ຕ້ອງ​ ການ​ເງິນ​ ​ ຫາ​ເຂົ້າ​ມາ​ໄດ້​ຫລາຍ​ກໍ​ໃຊ້​ອອກ​ໄປ​ຫລາຍ​ ເປັນ​ການ​ຊື້​ຫາ​ສິ່ງ​ຂອງ​ທີ່​ຖືກ​ໃຈ​ເຂົ້າ​ມາ​ກໍ​ເປັນ​ໄປ​ໄດ້​ໃນ​ໄລຍະ​ນີ້​ ຄວາມ​ຮັກ ຍັງ​ບໍ່​ມຸ້ງ​ເນັ້ນ​ທາງ​ດ້ານ​ຄວາມ​ຮັກ​ໂດຍ​ກົງ​ ເພາະ​ຍັງມີ​ຫຼາຍ​ເລື່ອງ​ທີ່​ຕ້ອງ​ຈັດການ​ ແລະ​ຕ້ອງ​ໃຊ້​ເວລາ​ໃນ​ການເດິນທາງ​ຢູ່​ເປັນ​ປະຈຳ​

    ວັນພຸດ:ການ​ງານ ມີ​ໂອ​ກາດ​ເດິນທາງ​ໂຍກ​ຢ້າຍ​ທາງ​ດ້ານ​ການ​ງານ​ ຫລື​ມີ​ການ​ປ່ຽນ​ແປງ​ພາຍ​ໃນ​ອົງ​ກອນ​ທີ່​ທ່ານ​ພົບ​ໃນ​ຊ່ວງ​ນີ້​ ການ​ເງິນ ມີ​ໂຊກ​ຈະ​ໄດ້​ເງີນ​ ຫາ​ເຂົ້າ​ມາ​ໄດ້​ຫລາຍ​ກໍ​ໃຊ້​ອອກ​ໄປ​ຫລາຍ​ ແຕ່​ກໍ​ຍັງ​ຫາ​ເຂົ້າ​ມາ​ໄດ້​ເພິ່ມເຕິມ​ເພີ່ມ​ຂຶ້ນ​ຢູ່​ເລື່ອຍ​ໆ​ ຄວາມ​ຮັກ ຕ້ອງ​ເວົ້າ​ຈາ​ດີ​ໃນ​ການ​ເລື່ອງ​ການ​ຜູກ​ຄວາມ​ສຳພັນ​ກັບ​ຄົນ​ຮັກ​ໃນ​ຊ່ວງ​ນີ້​ ຄວາມ​ສຳພັນ​ຈະ​ລົງ​ຕົວ​ໄດ້​ຖ້າ​ບໍ່​ໃຊ້​ຄວາມ​ໃຈ​ຮ້ອນ​

    ວັນພະຫັດ:ການ​ງານ ເຮັດ​ເຕັມ​ທີ່​ໃຫ້​ດີ​ທີ່ສຸດ​ ແມ່ນ​ຈະ​ຮູ້ສຶກ​ເບື່ອ​ ແຕ່​ເມື່ອ​ມີ​ຄວາມ​ຕັ້ງ​ໃຈ​ກໍ​ຈະ​ສາມາດ​ສ້າງ​ຜົນ​ງານ​ທີ່​ດີ​ໄດ້​ຢ່າງ​ທີ່​ຄາດ​ຫວັງ​ການ​ເງິນ ມີ​ທັງ​ຮັບ​ທັງ​ຈ່າຍ​ສະ​ລັບ​ປັບ​ປ່ຽນ​ກັນ​ໄປ​ໃນ​ຊ່ວງ​ນີ້​ ຫາ​ເຂົ້າ​ມາ​ໄດ້​ຫລາຍ​ກໍ​ໃຊ້​ອອກ​ໄປ​ຫລາຍ​ ຄວາມ​ຮັກ ມີ​ໂອ​ກາດ​ພົບ​ຮັກ​ ແຕ່​ທ່ານ​ກໍ​ຍັງ​ບໍ່​ຕັດ​ສິນ​ໃຈ​ ເພາະ​ເລື່ອງ​ໃນ​ເລື່ອງ​ຂອງ​ໄລຍະ​ທາງ​ ແລະ​ບັນຫາ​ບາງຢ່າງ​ທີ່​ຍັງ​ບໍ່​ຖືກ​ຈັດການ​ໃຫ້​ເກີດ​ຄວາມ​ຊັດເຈນ​ໄດ້​ນັ້ນ​ເອງ​

    ວັນສຸກ:ການ​ງານ​ ມີ​ໂອ​ກາດ​ປ່ຽນ​ແປງ​ໂຍກ​ຍ້າຍ​ ເດິນທາງ​ ແລະ​ການ​ເຈລະ​ຈາ​ຕ່າງ​ໆ​ ມີ​ຄວາມ​ກົດ​ດັນ​ທີ່​ຕ້ອງ​ພົບ​​ ແລະ​ຕ້ອງ​ມີ​ການ​ຕັດ​ສິນ​ໃຈ​ທີ່​ເດັດ​ຂາດ​ ການ​ເງິນ ຊ່ວງ​ນີ້​ລາຍ​ຈ່າຍ​ຫລາຍ​ ເພາະ​ຄ່າ​ໃຊ້​ຈ່າຍ​ ແລະ​ຕົ້ນ​ທຶນ​ຕ່າງ​ໆ​ ຄ່ອນ​ຂ້າງ​ສູງ​ ທີ່​ທ່ານ​ຕ້ອງ​ໃຊ້​ເງິນ​ລົງ​ທຶນ​ອອກ​ໄປ​ ຄວາມ​ຮັກ ລະ​ວັງ​ຢູ່ໃນ​ສະຖານນະການ​ຄວາມ​ຮັກ​ທີ່​ບໍ່​ເປີດ​ເຜີຍ​ໃນ​ຊ່ວງ​ນີ້​ ເຮັດໃຫ້​ລັງ​ເລ​ໃນ​ການ​ທີ່​ຈະ​ຕັດ​ສິນ​ໃຈ​

    ວັນເສົາ:ການ​ງານ ມີ​ຄວາມ​ສຳ​ເລັດ​ໃນ​ເລື່ອງ​ຂອງ​ການ​ງານ​ທີ່​ທ່ານ​ມີ​ຄວາມ​ອ້ອມ​ຄອບ​ ແລະ​ອົດ​ທົນ​ ສົ່ງ​ຜົນ​ຕໍ່​ຊື່​ສຽງ​ທີ່​ດີ​ຂຶ້ນ​ ແລະ​ລະ​ວັງ​ຄົົນທີ່​ຈະ​ເຂົ້າ​ມາ​ເພື່ອ​ຫາ​ຜົນ​ປະ​ໂຫຍດ​ ຕ້ອງ​ຮູ້​ຈັກ​ເລືອກ​ຄົບ​ຄົນ​ ການ​ເງິນ ກັງ​ວົນ​ກ່ຽວກັບ​ເລື່ອງ​ການ​ໃຊ້​ຈ່າຍ​ ແລະ​ການ​ໃຊ້​ເງີນ​ ບໍ່​ຄວນ​ປະ​ມາດ​ໃນ​ການ​ໃຊ້​ຈ່າຍ​ ຄວາມ​ຮັກ ຫາກ​ຈະ​ພົບ​​ໃຜ​ໃນ​ຊ່ວງ​ນີ້​ທີ່​ຈະ​ມີ​ເຂົ້າ​ມາ​ ເປັນ​ຄົນ​ອາ​ຍຸນ້ອຍ​ກວ່າ​ ມີ​ການ​ເວົ້າ​​ ແຕ່​ຍັງ​ບໍ່​ໄດ້​ຕັດ​ສິນ​ໃຈ​ ເປັນ​ການ​ເບິ່ງ​ໆ​ ກັນ​ຫລາຍ​ກວ່າ​

    ວັນອາທິດ:ການ​ງານ ມີ​ຄວາມ​ສະຫລຽວ​ສະຫລາດ​ໃນ​ເລື່ອງ​ຂອງ​ການ​ຕໍ່​ລອງ​ຕ່າງ​ໆ​ ຊຶ່ງ​ຈະ​ກໍ່​ໃຫ້​ເກີດ​ໂຊກ​ ແລະ​ການ​ເປັນ​ຄົນ​ມີ​ທັກ​ສະ​ຈະ​ສາມາດ​ສ້າງ​ທຸລະກິດ​ໃໝ່​ຂຶ້ນ​ມາ​ໄດ້​
    ການ​ເງິນ ໃນ​ຊ່ວງ​ນີ້​ຍັງ​ຢູ່ໃນ​ເກນ​ຊົງ​ຕົວ​ ແລະ​ລະ​ມັດ​ລະ​ວັງ​ໃນ​ເລື່ອງ​ຂອງ​ການ​ໃຊ້​ຈ່າຍ​ຊຶ່ງ​ຕ້ອງ​ມີ​ຄວາມ​ອ້ອມ​ຄອບ​ ​ ​ຄວາມ​ຮັກ ຍັງ​ບໍ່​ລົງ​ຕົວ​ທາງ​ດ້ານ​ຄວາມ​ສຳພັນ​ດ້ານ​ຄວາມ​ຮັກ​ໃນ​ຊ່ວງ​ນີ້​ ເພາະ​ໃນ​ເລື່ອງ​ຂອງ​ເວລາ​ ແລະ​ໄລຍະ​ທາງ​ເຮັດໃຫ້​ເກີດ​ຄວາມ​ຫ່າງ​ເຫີນ​

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.