ທຸກຄົນຕ້ອງໃຫ້ຄວາມຮ່ວມມື ເ ຊ ື ້ ອ ພ ະ ຍ າ ດ ໂ ຄ ວ ິ ດ ຈຶ່ງຈະໝົດໄປ

    0
    752

    ດັ່ງທີ່ທຸກຄົນໄດ້ຮູ້ເຖິງຄວາມອັນຕະລາຍຂອງການແຜ່ເຊື້ອພະຍາດໂຄວິດ-19 ແລ້ວວ່າ ເມື່ອມີຈຸດເລີ່ມຕົ້ນ ຂອງການແຜ່ເຊືອແນ່ນອນຕ້ອງມີອີກຫຼາຍຄົນທີ່ອາດຈະຕົກເປັນເຫຍື່ອຂອງເຊື້ອພະຍາດດັ່ງກ່າວ ເນື່ອງຈາກມັນສາມາດຕິດຕໍ່ໄດ້ໄວ ແລະ ຫຼາຍຊ່ອງທາງໂດຍທີ່ເຮົາບໍ່ສາມາດຮັບຮູ້ໄດ້ເລີຍວ່າ ຕົວເຮົາເອງກຳລັງຕົກເປັນກຸ່ມທີ່ສ່ຽງ ຫຼື ບໍ່.


    ເຊິ່ງປັດຈຸບັນກໍ່ຍິ່ງມີຫຼາຍສາຍພັນທີ່ພົບເຫັນໄດ້ ນັ້ນໝາຍຄວາມວ່າທຸກຄົນມີຄວາມສ່ຽງສູງ ດັ່ງນັ້ນ ເພື່ອເປັນຊ່ອງທາງໃນການປະກອບສ່ວນ ຊ່ວຍເຫຼືອປະເທດຊາດ ຊ່ວຍຫຼຸດຜ່ອນການແຜ່ເຊື້ອ ພ້ອມທັງເປັນການຮັກສາຕົວຂອງທ່ານເອງ ແລະ ຄົນທີ່ທ່ານຮັກເຮົາຈຶ່ງຄວນ ປະຕິບັດຕໍ່ມາດຕະການຕ່າງໆທີ່ທາງຄະສະເພາະກິດໄດ້ວາງອອກຢ່າງເຂັ້ມງວດ.


    ບັນຫາດັ່ງກ່າວເປັນບັນຫາທີ່ໃຫຍ່ເພາະຖ້າເກີດຂຶ້ນມາແລ້ວແມ່ນແກ້ໄຂລຳບາກ ດັ່ງນັ້ນຈຶ່ງຕ້ອງຂໍຄວາມຮ່ວມມືຈາກທຸກພາກສ່ວນໃຫ້ມີສະຕິນຳກັນ ໂດຍສະເພາະກຸ່ມສ່ຽງ ຫຼື ຜູ້ທີ່ຄິດວ່າຕົນເອງມີຄວາມສ່ຽງ ແມ່ນຄວນແຍກຕົວອອກຈາກຄົນອື່ນທັນທີ ແລະ ຕິດຕໍ່ພົວພັນກັບຄະນະສະເພາະກິດໂດຍການນຳພາຕົນເອງ ໄປກວດຫາເຊື້ອພະຍາດ ເພື່ອໃຫ້ໝັ້ນໃຈວ່າຕົນຍັງປອດເຊື້ອຫຼືບໍ.
    ພ້ອມນັ້ນເວລາຈະອອກໄປຂ້າງນອກ, ໄປຊຸມຊົນທີ່ມີຄົນຫຼາຍ ຕ້ອງໃສ່ຜ້າອັດປາກ-ດັງ ແລະ ຮັກສາໄລຍະຫ່າງຕະຫຼອດເວລາ ອັນສຳຄັນໃນໄລຍະນີ້ໄປໃສກໍ່ຕ້ອງໄດ້ຈົດຈຳບັນທຶກ ເພື່ອສາມາດໃຫ້ຂໍ້ມູນຕົວຈິງທັງໝົດຕໍ່ຄະນະຮັບຜິດຊອບຫາກເກີດການຕິດເຊື້ອຂຶ້ນມາ ແລະ ໃນຂະນະເວລາທີ່ລໍຖ້າຜົນກວດເຮົາຄວນ ແຍກຕົວ ຫຼື ກັກຕົວຈາກຄອບຄົວ ແລະ ຄົນທີ່ທ່ານຮັກ ເພື່ອຄວາມປອດໄພ.


    ຄວາມຈີງແລ້ວໂຄວິດລະບາດມາດົນ ກາຍເປັນບັນຫາທີ່ທຸກຄົນຄຸ້ນເຄີຍແລ້ວ ແຕ່ກໍ່ບໍ່ໃຫ້ຖືເບົາ ຕ້ອງຄິດໃສ່ສະພາບສ່ວນລວມເປັນຫຼັກ ເພາະເວລາຕິດເຊື້ອຂຶ້ນມາຈາກໜຶ່ງຄົນຈະລາມໄປໃສ່ອີກຫຼາຍຄົນ ແລະ ເພີ່ມພາລະໜັກໃຫ້ແພດໝໍທີ່ມີຄວາມອິດເມື່ອຍຈາກການປິ່ນປົວທົ່ວໄປຕາມໂຮງໝໍແລ້ວ ຈະເມື່ອຍເພີ່ມຂຶ້ນອີກ.
    ດັ່ງນັ້ນຖ້າເຮົາໃຫ້ຄວາມຮ່ວມມື ແລະ ເຂົ້າໃຈຕໍ່ກັບສະຖານະການໃນປັດບັນກໍ່ຈະເປັນການຊ່ວຍເຫຼືອຊາດ ແລະ ສະພາບການເດີມທີ່ເຄີຍເປັນຢູ່ກໍ່ຈະກັບມາ ຖ້າຫາກເຊື້ອພະຍາດໂຄວິດ-19 ໝົດຫາຍໄປ ໂດຍຕ້ອງເລີ່ມຈາກຕົວຂອງເຮົາເອງເປັນຜູ້ກະທຳ.

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.