ສປປ ລາວ ຈະໄດ້ຮັບວັກຊີນປ້ອງກັນໂຄວິດ-19 ຈາກ ສປ ຈີນ ເພີ່ມອີກ 4 ແສນໂດສ ເພື່ອບັນລຸ 50% ຂອງປະຊາກອນທົ່ວປະເທດ ໃນປີ 2021 ທ່ານ ຈ່ຽງຈ້າຍຕົ່ງ ເອກອັກຄະລັດຖະທູດ ສປ ຈີນ ປະຈໍາ ສປປ ລາວ ໄດ້ກ່າວກັບທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີແຫ່ງ ສປປ ລາວວ່າ: ກອງທັບປົດປ່ອຍປະຊາຊົນຈີນຈະສະໜອງວັກຊີນປ້ອງກັນໂຄວິດ-19 ແລະອຸປະກອນການແພດທີ່ຈໍາເປັນໃຫ້ກັບກອງທັບປະຊາຊົນລາວອີກ 400,000 ໂດສພາຍ ໃນໄວໆນີ້.ເພື່ອປະກອບສ່ວນໃຫ້ລັດຖະບານລາວບັນລຸເປົ້າໝາຍການສັກວັກຊີນໃຫ້ກັບປະຊາກອນເຖິງໄດ້ 50% ພາຍໃນປີ 2021.
ຂໍ້ມູນ: CRI