ສາວພອນບອກວ່າມື້ນີ້ສັກວັກຊິນແລ້ວເດີ້ ບໍ່ວ່າຫຍັງຫຼາຍໂຊຫຼັກຖານດີກວ່າ ເພາະວ່າຈັ່ງໃດເປັນຄົນຂອງສັງຄົມຕ້ອງໃຫ້ທຸກຄົນເຫັນໄດທຸກວັນນີ້ວ່າດ້ວຍຫຼັກຖານ.
ສາວພອນສາວສຸດຮອດທີ່ຜູ້ໃດກໍ່ເອີ້ນທີ່ຮັກໄປທົ່ວ ເຂົາກໍເອີ້ນຄົນຂອງສັງຄົມໄດນໍ ແອັດມິນບໍເຂົ້າໃຈຜິດຕິ ມື້ນີ້ເພິ່ນໄປສັກວັກຊິນປ້ອງກັນໂຄວິດ-19 ແລ້ວ.
ລະຍັງໃຜທີ່ເປັນ FC ສາວພອນຍັງບໍ່ທັນໄປກໍ່ຮີບຮ້ອນຈັດແຈງເວລາໄປຫາສັກສານໍ ເພື່ອສ້າງພູມຄຸ້ມກັນໃນຕົນເອງ ແລະຄົນອ້ອມຂ້າງ ອັນສຳຄັນເວລາເຈັບເປັນມາກໍ່ໃຫ້ຫາຍຫ່ວງແນ່ໜ້ອຍໜຶ່ງຫັ້ນແລ ແຕ່ບັນຫາສັກວັກຊິນນີ້ບໍອົດບໍທົນອີຫຼີກໍ່ບໍໄດ້ສັກເພາະຕອນນີ້ໃຜໆກໍຢາກສັກ ແລະລໍຖ້າດົນບາງຄົນໄປຫຼາຍມື້ຈັ່ງໄດ້ສັກສູ້ຊົນເດີ້ທຸກຄົນ
ເພື່ອຈະໄດ້ບໍ່ປ່ວຍໜັກ ແລະ ເສຍຊີວິດຈາກພະຍາດໂຄວິດ ແຕ່ກໍ່ຢ່າພາກັນຖືເບົາຄືກັນເດີ້ ເຖິງແມ່ນວ່າເຮົາຈະສັກວັກຊີນແລ້ວກໍ່ຕາມໃຫ້ຮູ້ໄວ້ວ່າເຮົາກໍ່ຍັງສາມາດຕິດເຊື້ອພະຍາດໂຄວິດໄດ້ເຊັ່ນກັນ ບໍ່ແມ່ນວ່າສັກວັກຊີນແລ້ວຈະບໍ່ຕິດ ຈັ່ງໃດກໍ່ຍັງໄດ້ປະຕິບັດຕົນເອງໃສ່ຜ້າປິດປາກປິດດັງ ແລະ ໝັ່ນລ້າງມືຕະຫຼອດ ແລະ ກໍ່ຢ່າໄປຊຸມແຊວກັນເດີ້
ສາວພອນບໍ່ປ່ອຍໃຫ້ໂຕເອງຕ້ອງສ່ຽງສັກວັກຊີນແລ້ວ ໝັ້ນໃຈໄດ້ແລ້ວເດີ້