ເຂດເສດຖະກິດສາມຫຼ່ຽມຄຳ ກໍ່ຖືວ່າໄດ້ແຈ້ງ ລັອກດາວເປັນທີ່ຮຽບຮ້ອຍແລ້ວ ຫຼັງເກີດການລະບາດຂອງພະຍາດໂຄວີດ-19 ໃນຊຸມຊົນ ແຕ່ຄືດັ່ງທີ່ຮູ້ກັນວ່າ ພາຍໃນເຂດດັ່ງກ່າວ ແມ່ນມີຈຳນວນແຮງງານຈຳນວນບໍ່ໜ້ອຍທີ່ອາໄສຢູ່ ທັງແຮງງານລາວເຮົາເອງ ແລະ ຈາກມຽນມາ ແລະ ສັນຊາດອື່ນ ເຮັດໃຫ້ແຮງງານເຫຼົ່ານັ້ນພົບບັນຫາອາຫານການກິນຂາດແຄນ ແລະອອກມາຮຽກຮ້ອງຫວ່າງບໍ່ດົນມານີ້.
ເພື່ອແກ້ໄຂສຸກເສີນ ໃນຕອນເຊົ້າວັນທີ 09 ສິງຫາ 2021 ທີ່ຜ່ານມາ ທ່ານ ເພັງສອນ ແກ້ວວິໄລ ຮອງເລຂາພັກແຂວງບໍ່ແກ້ວ ຜູ້ຊີ້ນຳວຽກງານ ພັກ-ພະນັກງານ, ໄດ້ລົງຢ້ຽມຢາມ ແລະນຳເອົາເຂົ້າສານອາຫານແຫ້ງ ຈຳນວນໜຶ່ງ ມູນຄ່າ 44.580.000 ກີບ ໃຫ້ກັບເຂດເສດຖະກິດພິເສດ ສາມຫຼ່ຽມຄຳ, ເພື່ອນຳໄປມອບຕໍ່ໃຫ້ແຮງງານທີ່ອາໄສຢູ່ພາຍໃນເຂດເສດຖະກິດພິເສດ ສາມຫຼ່ຽມຄຳ.
ການລົງຢ້ຽມຢາມເຮັດວຽກໃນຄັ້ງນີ້ຂອງທ່ານຮອງເລຂາພັກແຂວງບໍ່ພຽງນຳເຂົ້າສານອາຫານແຫ້ງໄປຊ່ວຍແຮງງານເທົ່ານັ້ນ ແຕ່ຍັງເປັນການໃຫ້ກຳລັງໃຈຊ່ວຍແບ່ງເບົາ, ພ້ອມໃຫ້ຄຳແນະນຳກັບແຮງງານ ກ່ຽວກັບວິທີການປ້ອງກັນໂຕເອງ ຈາກເຊື້ອພະຍາດດໂຄວິດ-19 ຕື່ມອີກ.
ແລະແຮງງານເຫຼົ່ານັ້ນຍັງຕ້ອງການຄວາມຊ່ວຍເຫຼືອຫຼາຍຢ່າງ ຖ້າຫາກພາກສ່ວນໃດທີ່ຕ້ອງການຢາກຊ່ວຍເຫຼືອພວກເຂົາແມ່ນສາມາດຕິດຕໍ່ກັບຄະນະສະເພາະກິດ ທີ່ຮັບຜິດຊອບໃນເຂດດັ່ງກ່າວ ຕາມເບີໂທລະສັບດ້ານລຸ່ມນີ້:
020 23653656
020 55787983
020 22381221
020 55400666
(ໜ່ວຍງານຄຸ້ມຄອງແຮງງານ ແລະ ສະໜອງສະບຽງອາຫານ)