ວັນທີ 10 ສິງຫາ 2021 ເວລາ 15:00 ໂມງ ແຂວງສະຫວັນນະເຂດໄດ້ມີພິທີມອບ – ຮັບຜູ້ທີ່ປິ່ນປົວດີຈາກພະຍາດ ໂຄວິດ-19 ຕື່ມອີກ 107 ກໍລະນີ ຖືເປັນຜົນງານຂອງທີມປິ່ນປົວທີ່ເຮັດໜ້າທີ່ຂອງຕົນຢ່າງສຸດຄວາມສາມາດເພື່ອຜ່ານຜ່າກັບພະຍາດຮ້າຍດັ່ງກ່າວ.
ເຂົ້າຮ່ວມສົ່ງຄົນເຈັບເຫຼົ່ານັ້ນກັບບ້ານໂດຍ ທິມແພດປິ່ນປົວ, ຄອບຄົວ ຂອງຄົນເຈັບ ກ່ອນກັບຄືນສູ່ບ້ານເຮືອນ ທິມແພດປິ່ນປົວ ໄດ້ກ່າວຕໍ່ໍ່ ຜູ້ທີ່ປີ່ນປົວດີເເລ້ວ, ຄອບຄົວວ່າ: ພາຍຫຼັງທີ່ກັບເມືອບ້ານແລ້ວ ຕ້ອງໄດ້ມີການສືບຕໍ່ ແຍກປ່ຽວກັກບໍລິເວນໂຕເອງຢູ່ເຮືອນຕື່ມອີກ 14 ວັນ, ໃຫ້ເອົາໃຈໃສ່ປະຕິບັດມາດຕະການປ້ອງກັນຢ່າງເຂັ້ມງວດ ໃຫ້ຮັກສາໄລຍະຫ່າງທາງສັງຄົມ, ໃສ່ຜ້າອັດປາກ, ແລະ ໝັ່ນລ້າງມືໃສ່ສະບູຫຼື ເຈັວຂ້າເຊື້ອ ເປັນປະຈໍາ ຕະຫຼອດເຖິງ ການຕິດຕາມອຸນຫະພູມ ແລະ ອາການເຈັບເປັນຂອງຕົນເອງໃນແຕ່ລະວັນ.
ຖ້າມີອາການເຈັບເປັນໃດນຶ່ງ ແມ່ນໃຫ້ໂທປຶກສາແພດເພື່ອຂໍຄໍາແນະນໍາໃນການປະຕິບັດຕົນ,ທ່ານຍັງໄດ້ເນັ້ນໜັກໃຫ້ທາງຄອບຄົວ ແລະ ອໍານາດການປົກຄອງບ້ານໄດ້ຊີ້ແຈງຕໍ່ປະຊາຊົນພາຍໃນບ້ານໃຫ້ມີຄວາມເຂົ້າໃຈ ແລະ ໂດຍສະເພາະບໍ່ໃຫ້ມີການລັງກຽດຕໍ່ຜູ້ຕິດເຊື້ອພະຍາດໂຄວິດ-19, ຜູ້ທີ່ໄດ້ຮັບການປິ່ນປົວດີແລ້ວ ແລະ ຄອບຄົວຂອງເຂົາເຈົ້າ.
ໃຫ້ທຸກຄົນໃນສັງຄົມພ້ອມກັນເປັນກຳລັງໃຈ ແລະ ໃຫ້ການສະໜັບສະໜູນ ແລະ ການແນະນຳທີ່ດີຜູ້ທີ່ຕິດເຊື້ອ ກໍຄືຜູ້ທີ່ປິ່ນປົວດີ ແລ້ວເພື່ອໃຫ້ມີກຳລັງໃຈສືບຕໍ່ການປະຕິບັດມາດຕະການປ້ອງກັນພະຍາດໂຄວິດ-19 ແລະ ການດໍາລົງຊີວິດປົກກະຕິແບບໃໝ່ ( New normal ) ທີ່ປອດໄພໃນຄອບຄົວ ແລະ ໃນສັງຄົມ.
ສຳລັບແຂວງສະຫວັນນະເຂດມາຮອດປະຈຸບັນແມ່ນມີ ຜູ້ຕິດເຊື້ອສະສົມ 3.047 ຄົນ, ຍັງຄ້າງສູນປິ່ນປົວ 1.640 ຄົນ, ປິ່ນປົວດີແລ້ວ 1.407 ຄົນ, ຍິງ 713 ຄົນ ແລະ ເສັຍຊີວິດ 2 ຄົນ, ຍິງ 1 ຄົນ.