ຄົນເກີດວັນຈັນ:ການງານ ວຽກງານຫຼາຍກວ່າປົກກະຕິ ອາດເປັນເພາະໜ້າວຽກຮັບຜິດຊອບຫຼາຍຂຶ້ນ ການເງິນ ພົບເລື່ອງເສຍເງິນອອກໄປຈໍານວນຫຼາຍ ຄວາມຮັກ ໄດ້ພົບຄູ່ຄອງຮັກແທ້ ແຕ່ກໍຈະມີການບໍ່ເຂົ້າໃຈກັນບາງເລື່ອງ
ຄົນເກີດວັນອັງຄານ:ການງານ ແກ້ໄຂບັນຫາສະເພາະໜ້າ ແລະ ສ້າງຜົນງານໄດ້ໂດດເດັ່ນໄດ້ດີ ການເງິນ ເຄື່ອງໃຊ້ສິ່ງຂອງແຕກຫັກເສຍຫາຍ ຕ້ອງເສຍເງິນຊື້ສິ່ງຂອງໃໝ່ມາທົດແທນ ຄວາມຮັກ ໄດ້ພົບຮັກກັບຄົນທີ່ມີຄວາມສາມາດ ແຕ່ມີຄວາມໃຈຮ້ອນຫຼາຍ
ຄົນເກີດວັນພຸດ:ການງານ ເຮັດທຸລະກິດວຽກງານການບໍລິການປະສົບຄວາມສຳເລັດ ການເງິນ ຈະໄດ້ເງິນ ແລະ ເສຍເງິນໃນສິ່ງທີ່ບໍ່ຈໍາເປັນ ຄວາມຮັກ ໄດ້ພົບຄູ່ຄອງທີ່ຖືກໃຈແຕ່ບໍ່ມີເວລາໃຫ້ຄົນຮັກ
ຄົນເກີດວັນພະຫັດ:ການງານ ການລົງນາມເອກະສານທຸລະກິດເປັນບໍ່ເປັນດັ່ງທີ່ຕັ້ງເປົ້າໝາຍໄວ້ ການເງິນ ມື້ນີ້ໂຊກດີຈະໄດ້ເງິນເຂົ້າມາໃນການໃຊ້ຈ່າຍ ຄວາມຮັກ ໄດ້ພົບຮັກກັບຄົນຕ່າງອາຍຸ ເຂົ້າມາແບບບັງເອີນ
ຄົນເກີດວັນສຸກ:ການງານ ເຮັດທຸລະກິດຈະການຄ້າປະສົບຄວາມສຳເລັດ ການເງິນ ມື້ນີ້ຈະໄດ້ເງິນກ້ອນໃຫຍ່ ເຂົ້າມາໃຫ້ທ່ານໄດ້ໃຊ້ຈ່າ ຄວາມຮັກ ເດີນທາງຕິດຕໍ່ທຸລະກິດແລ້ວໄດ້ພົບຮັກຈາກຄົນໄກ
ຄົນເກີດວັນເສົາ:ການງານ ຕິດຕໍ່ເລີ່ມເຮັດທຸລະກິດໃໝ່ແລ້ວທ່ານປະສົບຄວາມສຳເລັດ ການເງິນ ມື້ນີ້ຈະໄດ້ຊັບສິນສິ່ງຂອງໃຫມ່ໆ ເຂົ້າມາໃຫ້ທ່ານ ຄວາມຮັກ ເກີດເລື່ອງເຄັ່ງຄຽດສາເຫດເພາະຄວາມຫຶງຫວງ
ຄົນເກີດວັນອາທິດ:ການງານ ຂະຫຍາຍທຸລະກິດໃໝ່ປະສົບຄວາມສຳເລັດໃນເລື່ອງວຽກງານ ການເງິນ ໃຫ້ລະວັງການໃຊ້ເງິນ ອາດພົບບັນຫາເລື່ອງລາຍຈ່າຍ ຄວາມຮັກ ຍັງບໍ່ໄດ້ໃຫ້ຄວາມສຳຄັນເລື່ອງຄວາມຮັກເທົ່າທີ່ຄວນ