ອາຫານທີ່ຄວນກິນ ແລະ ບໍ່ຄວນກິນໃນເວລາເມົາຄ້າງມີດັ່ງນີ້:
+ ສິ່ງທີ່ບໍ່ຄວນກີນ 1. ບໍ່ຕ້ອງກິນຢາດີເຈັບຫົວ ເພາະຖ້າເຮົາກິນຢາລົງໄປຈະເຮັດໃຫ້ຕັບເຮັດວຽກບໍ່ເປັນປົກ ກະຕິ ເນື່ອງຈາກໃນຮ່າງກາຍ ມີທາດ ເຫຼົ້າປົນເປຢູ່ ແລະ ກົງກັນຂ້າມ ຢາທີ່ກິນໄປນັ້ນກັບເປັນ ອັນຕະລາຍຕໍ່ລະບົບພາຍໃນອີກ ຮ້າຍແຮງກວ່ານັ້ນ ຖ້າຮ່າງກາຍສະ ສົມຫຼາຍໆ ອາດເຮັດໃຫ້ຕັບ ເປັນອຳມະພາດ ຄືບໍ່ສາມາດປິ່ນປົວໄດ້
2. ບໍ່ຄວນກິນໄສ້ກອກ ແລະ ໝູສາມຊັ້ນ ເພາະໄສ້ກອກ ຫຼື ໝູສາມຊັ້ນລ້ວນແຕ່ເປັນ ອາຫານທີ່ມັນໆ ທັງນັ້ນເຖິງທ່ານຈະເຄີຍ ໄດ້ຍິນວ່າການກິນໄສ້ກອກ ຫຼື ຫມູສາມຊັ້ນເປັນ ວິທີແກ້ການເມົາຄ້າງໄດ້ ບໍ່ແມ່ນຄວາມຈິງກົງກັນຂ້າມຈະເຮັດໃຫ້ເມື່ອຍ ຂຶ້ນກວ່າເກົ່າອີກ.
3. ບໍ່ອອກກຳລັງກາຍ ໃນຂະນະທີ່ເຮົາຮູ້ສຶກເມົາເຫຼົ້າຈະເຮັດໃຫ້ຮ່າງກາຍຂາດນ້ຳ ເມື່ອ ເປັນແນວນັ້ນ ຖ້າເຮົາອອກກຳລັງກາຍ ຍິ່ງເຮັດໃຫ້ຮ່າງກາຍຂາດນ້ຳອີກສອງເທົ່າ ສະນັ້ນ ວິທີດັ່ງກ່າວຈຶ່ງບໍ່ເປັນວິທີທີ່ດີສຳລັບຄົນເມົາຄ້າງ ປານໃດ.
4. ບໍ່ກິນອາຫານປະເພດຈືນ ເຊັ່ນ: ມັນຝຣັ່ງຈືນ ຖ້າເຮົາກິນເຂົ້າໄປ ເໝືອນກັບວ່າເຮົາ ໄດ້ກິນໝູ 3 ຊັ້ນ ຫລື ໄສ້ກອກ ເພາະສິ່ງ ເຫຼົ່ານີ້ມີແຄລໍຣີສູງ ເຖິງຈະຮູ້ສຶກວ່າເປັນອາຫານຮອງທ້ອງໄດ້ດີ ແຕ່ຫລັງຈາກກິນເຂົ້າໄປແລ້ວ 2-3 ຊົ່ວໂມງຕໍ່ມາເຮັດໃຫ້ອາ ການເມົາໜັກຂຶ້ນກວ່າເກົ່າ.
5. ບໍ່ດື່ມເຫລົ້າແບບແກ້ ເພາະການດື່ມເຫຼົ້າເປັນການແກ້ງ້ວງນັ້ນ ອາດເຮັດໃຫ້ທ່ານຮູ້ສຶກດີຂຶ້ນໄດ້ໄລຍະໜຶ່ງ ແຕ່ຫລັງຈາກນັ້ນອາການ ຍິ່ງຮ້າຍແຮງກວ່າເກົ່າ ດັ່ງນັ້ນ ແນວຄິດແບບນີ້ຈຶ່ງບໍ່ເປັນວິທີທາງແກ້ໄຂການເມົາເຫລົ້າປານໃດ.
ຄົນສ່ວນໃຫຍ່ເຊື່ອກັນວ່າ ຖ້າກິນອາຫານ ຫລື ເຂົ້າແລ້ວ ຈະເຮັດໃຫ້ສວ່າງເມົາ, ແຕ່ຢາກໃຫ້ເປັນວິທີທາງທີ່ດີກວ່ານີ້ເຮົາຕ້ອງ ກິນອາຫານກ່ອນດື່ມເຫລົ້າ ຄື: ກິນອາຫານໃຫ້ອີ່ມກ່ອນໄປດື່ມເຫລົ້າ ແລະ ທີ່ສຳຄັນຕ້ອງໃຫ້ກິນກ່ອນ ເວລາດື່ມເຫຼົ້າກ່ອນ ທຸກຄັ້ງ.
+ ສິ່ງທີ່ຄວນກີນ:
1. ຄວນດື່ມນ້ຳລ້າ ຫລື ນ້ຳຫວານທີ່ມີທາດກາເຟອິນສະສົມຢູ່ປະລິມານໜ້ອຍຈະເປັນຜົນດີຕໍ່ຮ່າງກາຍ ພັກຜ່ອນໃຫ້ພຽງພໍ ຊ່ວຍເພີ່ມພະລັງງານໄດ້ດີ ໂດຍສະເພາະຊາດຳປະສົມກັບນ້ຳ ແຕ່ເປັນກາເຟອິນກໍຕ້ອງເປັນກາເຟທີ່ມີຄຸນນະພາບທີ່ສຳຄັນ ພະຍາຍາມດື່ມຕະຫລອດໃນມື້ທີ່ເຮົາມີອາການເມົາເຫຼົ້າ.
2. ກິນໄຂ່ ແຕ່ຕ້ອງເປັນໄຂ່ຕົ້ມ ເນື່ອງຈາກໄຂ່ຈືນອາດມີນ້ຳມັນປົນຢູ່ ແລະ ແນະນຳໃຫ້ກິນໄຂ່ນີ້ກໍເພາະວ່າ ເມື່ອເວລາເຮົາກິນ ເຂົ້າໄປ ໄຂ່ຈະຊ່ອຍລະລາຍທາດ acetaldehyde ລົງ ເຊິ່ງ ທາດດັ່ງກ່າວເກີດຈາກການດື່ມເຫລົ້າຫລາຍ ແລະ ກາຍເປັນ ພະລັງງານໃຫ້ແກ່ເຮົາທັນທີເມື່ອເຮົາກິນໄຂ່ເຂົ້າໄປ.
3. ອາບນ້ຳ ແລະ ພັກຜ່ອນໃຫ້ພຽງພໍ ເພາະການອາບນ້ຳເຮັດໃຫ້ອຸນຫະພູມໃນຮ່າງກາຍ ເພີ່ມຂຶ້ນ ເຊິ່ງເປັນການກະກຽມທີ່ດີ ແລະ ຈະເຮັດໃຫ້ເຮົາບໍ່ສຳຜັດກັບການເຈັບປວດ ຫລື ມີຜົນຂ້າງຄຽງແຕ່ຢ່າງໃດ. ແຕ່ຖ້າຫາກອາບນ້ຳເຢັນເກີນໄປຈະເຮັດ ໃຫ້ນອນບໍ່ຫລັບ
4. ກິນປະເພດເຂົ້າໜົມ ຫລືເຂົ້າຈີ່ ເພາະອາຫານທີ່ມີລົດຈືດຈາງເຮັດໃຫ້ປະລິມານນ້ຳຕານໃນເລືອດຫຼຸດລົງ ເຂົ້າໜົມທີ່ເຮົາກິນ ລົງໄປຈະຊ່ວຍບັນເທົາອາການປວດຮາກໄດ້ ແລະ ບໍ່ສົ່ງຜົນສະທ້ອນໃຫ້ຮ່າງກາຍຄືມັນຝຣັ່ງ ທັງຍັງເປັນການເພີ່ມທາດ ໂປແຕສຊຽມ (potassium) ດ້ວຍການກິນໝາກໄມ້ສົດ ຫລື ບໍ່ກໍໝາກກ້ວຍ ເປັນຕົ້ນ.
5. ດື່ມນ້ຳຫລາຍໆ ໂດຍສະເພາະນ້ຳດື່ມສຳລັບນັກກິລາ ເພື່ອໃຫ້ທາດ electrolytes ທີ່ຮ່າງກາຍເຮົາຕ້ອງການເປັນພິເສດ, ນ້ຳໝາກກ້ຽງຊ່ອຍເພີ່ມວິຕາມິນຊີໃຫ້ຮ່າງກາຍໄດ້ ແລະ ນ້ຳໝາກໄມ້ສົດຈາກທຳມະຊາດ ເພື່ອຊ່ວຍຮັກສາລະດັບນ້ຳຕານ ໃນເລືອດ.