ສະແດງຄວາມດີໃຈນຳ…!!! ພິທີມອບ-ຮັບ ຫໍສະພາແຫ່ງຊາດຫຼັງໃໝ່ ຂອງຂວັນຈາກພັກ-ລັດ ແລະ ປະຊາຊົນຫວຽດນາມ

    0
    1053

    ໃນວັນທີ 10 ສິງຫາ 2021 ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສປປ ລາວ ແລະ ພະນະທ່ານ ຫງວຽນ ຊວັນ ຟຸກ, ປະທານປະເທດ ແຫ່ງ ສສ ຫວຽດນາມ ເຂົ້າຮ່ວມເປີດແຖບຜ້າຫິນສີລາລຶກ ພິທີມອບ-ຮັບ ຫໍສະພາແຫ່ງຊາດ ຂອງຂວັນຈາກ ພັກ,ລັດ ແລະ ປະຊາຊົນຫວຽດນາມ ໃຫ້ແກ່ ສປປ ລາວ

    ໂຄງການກໍ່ສ້າງຫໍສະພາແຫ່ງຊາດຫລັງໃໝ່ ໄດ້ຮັບການວາງສີລາລຶກການກໍ່ສ້າງຢ່າງເປັນທາງການໃນວັນທີ 01 ພະຈິກ 2017 ໂດຍແມ່ນແມ່ທັບນ້ອຍ 11 ຫວຽດນາມ ເປັນຜູ້ຮັບເໝົາກໍ່ສ້າງ, ຊຶ່ງເປັນອາຄານ 5 ຊັ້ນ, ປະກອບມີຫ້ອງປະຊຸມໃຫຍ່ເພື່ອນໍາໃຊ້ເຂົ້າໃນການດໍາເນີນກອງປະຊຸມສະພາແຫ່ງຊາດ, ຫ້ອງໂຖງໃຫຍ່, ຫ້ອງກຽດຕິຍົດ, ຫ້ອງປະຊຸມຂະໜາດນ້ອຍ ແລະ ກາງ, ຫ້ອງເຮັດວຽກຂອງບັນດາຄະນະປະຈຳສະພາແຫ່ງຊາດ, ບັນດາຫ້ອງກະກຽມຮອງຮັບວຽກປະຊຸມ ແລະ ອື່ນໆ.

    ໂຄງການກໍ່ສ້າງກໍ່ສ້າງຫໍສະພາແຫ່ງຊາດຫລັງໃໝ່ ມີມູນຄ່າ 100 ລ້ານກວ່າໂດລາສະຫະລັດ ຊຶ່ງເປັນທຶນຊ່ວຍເຫລືອລ້າຈາກ ພັກ-ລັດ ແລະ ປະຊາຊົນຫວຽດນາມ ເພື່ອເປັນຂອງຂວັນແກ່ ພັກ-ລັດ ແລະ ປະຊາຊົນລາວ ໂດຍການອອກແບບແມ່ນເນັ້ນເອກະລັກວັດທະນະທຳຂອງຊາດລາວ, ມີຄວາມສະຫງ່າງາມ ແລະ ທັນສະໄໝ, ແຂງແຮງທົນທານ ແລະ ສາມາດໃຊ້ງານໄດ້ຫລາຍກວ່າ 100 ປີ.

    ພາບໂດຍ: Vientiane​ Post

    ຂອບໃຈທີ່ມາ:Lao Youth Radio FM 90.0 Mhz

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.