ໃນວັນທີ 6 ສິງຫາ 2021 ຜ່ານມານີ້. ທີ່ຫ້ອງວ່າການແຂວງ. ແຂວງຈຳປາສັກ ໄດ້ປະຊຸມ ປຶກສາ ຫາລື ເພື່ອຮັບຮອງ ໂຄງການນໍາໃຊ້ຢາພື້ນເມືອງເພື່ອປິ່ນປົວຜູ້ຕິດເຊື້ອພະຍາດ COVID-19 ໂດຍການເປັນປະທານ ຂອງທ່ານ ວິໄລວົງ ບຸດດາຄຳ ເຈົ້າແຂວງຈຳປາສັກ, ທ່ານ ພອນເທບ ພົນເສນາ ທີ່ປຶກສາວຽກຕ້ານໂຄວິດ-19 ຢູ່ແຂວງຈຳປາສັກ. ມີ ພຣະອາຈານ ຄໍາຕູ້ ອິນທະວົງ, ຮອງເຈົ້າຄະນະແຂວງ, ຫົວໜ້າກໍາມາທິການສາທາລະນຸປະການ, ມີ ຄະນະຊ່ຽວຊານ ຈາກ ໂຮງໝໍແຂວງ ແລະພະແນກສາທາລະນະສຸກ, ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ກອງປະຊຸມດັ່ງກ່າວ ແມ່ນໄດ້ປຶກສາຫາລື ແລະເພື່ອຮັບຮອງ ໃນການທົດລອງ ນໍາໃຊ້ຢາພື້ນເມືອງເພື່ອປິ່ນປົວຜູ້ຕິດເຊື້ອພະຍາດ COVID-19 ຢູ່ແຂວງຈໍາປາສັກ ໂດຍມີ ຈຸດປະສົງໂຄງການ ແມ່ນ ເພື່ອສຶກສາເບິ່ງປະສິດທິພາບຂອງຢາພື້ນເມືອງລາວ ແລະສົມທຽບຜົນ ທີ່ໃຊ້ເຂົ້າໃນການປິ່ນປົວຄົນເຈັບຕິດເຊື້ອພະຍາດໂຄວິດ-19. ຍ້ອນວ່າ ຈໍານວນຜູ້ຕິດເຊື້ອນັບມື້ເພີ້ມຂື້ນ, ມາຮອດ ເດືອນສິງຫາ ປີ 2021 ມີຜູ້ຕິດເຊື້ອທີ່ຍັງປິ່ນປົວຢູ່ ທັງໝົດ 845 ຄົນ.
ປະຈຸບັນມີຜູ້ເສຍຊີວິດຢູ່ແຂວງຈໍາປາສັກແລ້ວ 1 ຄົນ, ແລະ ຢາທີ່ໃຊ້ປິ່ນປົວ COVID-19 ແມ່ນມີບໍ່ພຽງພໍ ແລະ ການກີນຢາສະໝຸນໄພລາວ ເພື່ອປິ່ນປົວຄົນເຈັບຕິດເຊື້ອ ແມ່ນຍັງບໍ່ທັນມີການຈັດຕັ້ງປະຕິບັດ ແລະ ສຶກສາຢູ່ໃນປະເທດລາວ. ເຊິ່ງຢາພື້ນເມືອງທີ່ຈະນຳໃຊ້ ເປັນຢາທີ່ສະກັດຈາກ ກະຊາຍຂາວ ແລະຢາຕົ້ມ.
ໂອກາດດັ່ງກ່າວ, ທ່ານ ວິໄລວົງ ບຸດດາຄຳ ເຈົ້າແຂວງຈຳປາສັກ, ໄດ້ມີຄຳເຫັນໃຫ້ ພາກສ່ວນທີ່ກ່ຽວຂ້ອງ ຕ້ອງຮິບຮ້ອນແຕ່ງຕັ້ງຄະນະຮັບຜິດຊອບ, ກຳນົດການຈັດຕັ້ງປະຕິບັດ, ແບ່ງວຽກ ຂອງ ຄະນະຊ່ຽວຊານ ສ້າງແຜນ ແລະກຳນົດຈຸດໃນການປິ່ນປົວ, ເພື່ອ ການເກັບ ແລະວິເຄາະຂໍ້ມູນ ໃຫ້ເຮົາສາມາດຮູ້ໄດ້ເຖິງປະສິດທິຜົນໃນການປິ່ນປົວພະຍາດ ໂດຍນໍາໃຊ້ຢາພື້ນເມືອງລາວ ທີ່ຜະລິດມາຈາກພູມປັນຍາຂອງຄົນລາວ.
ພ້ອມທັງ ເປັນຂໍ້ມູນພື້ນຖານໃຫ້ແກ່ການສຶກສາໃນຂັ້ນຕໍ່ໄປ ເພື່ອພັດທະນາຢາພື້ນເມືອງລາວ ໃຫ້ມີຄວາມກ້າວໜ້າ.
ຂ່າວ: ທັດຊະນະ