ດວງລາຍວັນປະຈຳວັນທີ 10 ສິງຫາ 2021 ການງານ ການເງິນ ຄວາມຮັກ

    0
    806

    ຄົນເກີດວັນຈັນ:ການ​ງານ ຈະ​ຈັບ​ທຸລະກິດ​ງານ​ຫຍັງ​ໃນ​ຊ່ວງ​ນີ້​ຕິດ​ຂັດ​ລ່າ​ຊ້າ​ ຫລື​ຕ້ອງ​ຕິດ​ຕໍ່​ກັນ​ແບບ​ສ່ວນ​ຕົວ​ ຈຶ່ງ​ຈະ​ເກີດ​ຜົນ​ດີີ​ແຫ່ງ​ຄວາມ​ສຳ​ເລັດ​ໃ​ນຕອນ​ນີ້​ ຊຶ່ງ​ຕ້ອງ​ໃຊ້​ຄວາມ​ພະຍາຍາມ​ຫລາຍ​ໆ​ ແລະ​ມີ​ຄວາມ​ກົດ​ດັນ​ສູງ​ ການ​ເງິນ​ ຍັງ​ຫາ​ໃຊ້​ຫາ​ຈ່າຍ​ໄດ້​ຢູ່​ເລື່ອຍ​ໆ​ ເພາະ​ທ່ານ​ເປັນ​ຄົົນທີ່​ມີ​ຄວາມ​ສາມາດ​ ຈຶ່ງ​ບໍ່​ຍອມ​ໃຫ້​ຕົນເອງ​ເກີດ​ຄວາມ​ຂັດ​ສົນ​ ຄວາມ​ຮັກ​ ຈະ​ໄດ້​ພົບ​ຄົນ​ໜັ່ນ​ໃນ​ໃນ​ຕົນເອງ​ ມີ​ພາ​ວະ​ຄວາມ​ເປັນ​ຜູ້​ນຳ​ ຫລື​ຄົນ​ໃນ​ເຄື່ອງ​ແບບ​ກໍ​ເປັນ​ໄປ​ໄດ້​ທີ່​ມີ​ໂອ​ກາດ​ພົບ​​ກັນ​ໃນ​ຊ່ວງ​ນີ້​

    ຄົນເກີດວັນອັງຄານການ​ງານ​ ເປົ້າ​ໝາຍ​ໃນ​ເລື່ອງ​ການ​ເຮັດ​ວຽກງານ​ເບິ່ງ​ເໝືອນ​ຈະ​ຍາກ​ ແຕ່​ຫາກ​ຕັ້ງ​ໃຈ​ຈິງ​ ຫາ​ປະສົບການ​ໃໝ່​ໆ​ ແລະ​ຝຶກ​ຝົນ​ເລື້ອຍ​ໆ​ ກໍ​ຈະ​ເຮັດໃຫ້​ການ​ງານ​ນັ້ນ​ສຳ​ເລັດ​ໄດ້​ ການ​ເງິນ​ ມີ​ທັງ​ຮັບ​ທັງ​ຈ່າຍ​ ຫາ​ໄດ້​ຫລາຍ​ກໍ​ໃຊ້​ອອກ​ໄປ​ຫລາຍ​ໃນ​ຊ່ວງ​ນີ້​ ລະ​ວັງ​ຈະ​ເຂົ້າ​ສູ່​ສະພາ​ວະ​ຝືດ​ເຄືອງ​ຖ້າ​ບໍ່​ເຕືອນ​ສະຕິ​ຕົນເອງ​ໃນ​ການ​ໃຊ້​ເງີນ​ ຄວາມ​ຮັກ ທ່ານ​ເປັນ​ຜູ້​ທີ່​ມີ​ສະເນ່​ ແຕ່​ຖ້າ​ຫາກ​ຈະ​ມີຄົ​ນ​​ເຂົ້າມາ​ໃນ​ຊ່ວງ​ນີ້​ ກໍ​ຈະ​ເຮັດໃຫ້​ເກີດ​ຄວາມ​ກັງ​ວົນ​ໃຈ​ຫລາຍກວ່າ​ຈະ​ມີ​ຄວາມ​ສຸກ​

    ຄົນເກີດວັນພຸດ:ການ​ງານ ຊ່ວງ​ນີ້​ເໝາະ​ກັບ​ທຸລະກິດ​ການ​ບໍລິການ​ຕ່າງ​ໆ​ ຫລາຍກວ່າ​ ເຮັດ​ຕາມ​ຫນ້າທີ່​ໃຫ້​ດີ​ທີ່ສຸດ​ ແລະ​ສ້າງ​ຄວາມ​ສົມ​ດຸນ​ໃນ​ເລື່ອງ​ການ​ເຮັດ​ວຽກງານ​ ແລະ​ພັກ​ຜ່ອນ​ໃຫ້​ລົງ​ຕົວ​ ການ​ເງິນ ໃຊ້​ຈ່າຍ​ສິ່ງ​ໃດ​ໃນ​ຊ່ວງ​ນີ້​ຕ້ອງ​ເປັນ​ເຫດ​ເປັນ​ຜົນ​ ລະ​ແວດ​ລະ​ວັງ​ໃນ​ການ​ໃຊ້​ເງີນ​ຈຶ່ງ​ເຮັດໃຫ້​ມີ​ເງີນ​ເຫຼືອ​ເກັບ​ນັ້ນ​ເອງ​ ຄວາມ​ຮັກ ລະ​ວັງ​ຄວາມ​ໃຈ​ຮ້ອນ​ໃນ​ການ​ຖືຮັກສາ​ຄວາມ​ສຳພັນ​ດ້ານ​ຄວາມ​ຮັກ​ ຫາເລີ່ມ​ກຳ​ລັງ​ຄົບ​ຫາ​ໃຫ້ເປັນ​ແບບ​ເພື່ອນ​ກັນ​ໄປ​ກ່ອນ​ ຄ່ອຍ​ໆ​ ເບິ່ງ​ໃຈ​ກັນ​ໄປ​

    ຄົນເກີດວັນພະຫັດ:ການ​ງານ ຈະ​ຈັບ​ງານ​ຫຍັງ​ໃນ​ຊ່ວງ​ນີ້​ມີ​ແຕ່​ຄວາມ​ສຳ​ເລັດ​ ການ​ງານ​ມີ​ຫລາຍ​ເຮັດ​ຈົນບໍ່​ທັນ​ ມີ​ຄວາມ​ຈະເລີນ​ກ້າວ​ໜ້າ​ເປັນ​ຢ່າງ​ດີ​ ການ​ເງິນ ຫາ​ໄດ້​ຫລາຍ​ກໍ​ໃຊ້​ອອກ​ໄປ​ຫລາຍ​ ແຕ່​ກໍ​ຈະ​ຫາ​ເຂົ້າ​ມາ​ໄດ້​ເພິ່ມເຕິມ​ເພີ່ມ​ຂຶ້ນ​ຢ່າງ​ເປັນ​ໂຊກ​ ແຕ່​ກໍ​ຕ້ອງ​ຮູ້​ຈັກ​ເກັບ​ດ້ວຍ​ ຄື​ເມື່ອ​ໄດ້​ເງີນ​ເຂົ້າ​ມາ​ກໍ​ແບ່ງ​ສ່ວນຫນຶ່ງ​ເກັບ​ໄວ້​ເລີຍ​ ຄວາມ​ຮັກ ໂດດ​ເດັ່ນ​ທີ່​ຈະ​ມີ​ໃຜ​ເຂົ້າ​ມາ​ໃນ​ຊ່ວງ​ນີ້​ ທ່ານ​ເປັນ​ຄົນ​ຮູບ​ຮ່າງ​ສັນ​ທັດ​ ໝູ່ແນະ​ນຳ​ໃຫ້​ຮູ້​ຈັກ​ກັນ​ກໍ​ເປັນ​ໄປ​ໄດ້​

    ຄົນເກີດວັນສຸກ:ການ​ງານ​ ງານ​ດ້ານ​ຕົວ​ເລກ​ຕ້ອງ​ຮີບ​ຈັດການ​ໃຫ້​ລົງ​ຕົວ​ໃຫ້​ໄວ​ທີ່ສຸດ​ ແມ່ນ​ຈະ​​ເມື່ອຍ​ແຕ່​ກໍ​ຕ້ອງ​ພະຍາຍາມ​ຈຶ່ງ​ຈະ​ມີ​ຄວາມ​ສຳ​ເລັດ​ ການ​ເງິນ ຫາ​ໄດ້​ຢ່າງ​ຕໍ່​ເນື່ອງ​ ຫລື​ຈະ​ມີຄົນ​ເຂົ້າ​ມາ​ຊ່ວຍ​ເຫລືອ​ດ້ານ​ການ​ເງີນ​ໃຫ້​ຜ່ານ​ພົ້ນ​ສະຖານນະການ​ ເຫຼົ່າ​ນີ້​ໄປ​ໄດ້​ຢ່າງ​ເປັນ​ໂຊກ​ ຄວາມ​ຮັກ ຄວາມ​ສຳພັນ​ດ້ານ​ຄວາມ​ຮັກ​ໃນ​ຊ່ວງ​ນີ້​ໂດດ​ເດັ່ນ​ກັບ​ຄົນ​ຜິວ​ຂາວ​ ທີ່​ທ່ານຈະ​ໄດ້​ພົບ​ ແຕ່​ກໍ​ຂຶ້ນ​ຢູ່​ກັບ​ທ່ານ​ວ່າ​ຈະ​ຈິງ​ຈັງ​ປານໃດ​

    ຄົນເກີດວັນເສົາ:ການ​ງານ ຊ່ວງ​ນີ້​ຫນ້າທີ່​ຮັບ​ຜິດຊອບ​ຄ່ອນ​ຂ້າງ​ຫລາຍ​ ເຮັດໃຫ້​ຕ້ອງ​ໃຊ້​ຄວາມ​ຄິດ​ ການ​ເງິນ ໝຸນ​ຫາ​ດ້ານ​ການ​ເງີນ​ໃຫ້​ຜ່ານ​ໄປ​ໄດ້​ດ້ວຍ​ຄວາມ​ຂະຫຍັນ​ຂອງ​ທ່ານ​ ເມື່ອ​ຫາ​ເຂົ້າ​ມາ​ໄດ້​ກໍ​ຄວນ​ເປີດ​ບັນ​ຊີ​ເງີນ​ຝາກ​ເອົາ​ໄວ້​ ຄວາມ​ຮັກ ໂດດ​ເດັ່ນ​ຖ້າ​​ຈະ​ພົບ​ໃຜ​ເຂົ້າ​ມາ​ໃນ​ຊ່ວງ​ນີ້​ ລາວ​ເປັນ​ຄົນ​ອາ​ຍຸ​ນ້ອຍ​ກວ່າ​ ສະຫລາດ​ ແລະ​ ລາວກໍຈະເຂົ້າມາ​ ​ຊ່ວຍ​ເຫລືອ​ທ່ານ​ກໍ​ເປັນ​ໄປ​ໄດ້​

    ຄົນເກີດວັນອາທິດ:ການ​ງານ ຈະ​ຈັບ​ງານ​ຫຍັງ​ໃນ​ຊ່ວງ​ນີ້​ກໍ​ຖື​ວ່າ​ຈະ​ປະ​ສົບ​ຄວາມ​ສຳ​ເລັດ​ ແລະ​ຄວາມ​ໂຊກ​ດີ​ ແຕ່​ກໍ​ຕ້ອງ​ຜ່ານ​ອຸປະສັກ​ກ່ອນ​ ຈຶ່ງ​ບໍ່​ຄວນ​ຈະ​ຫຍໍ້​ທໍ້​ ການ​ເງິນ ​ ກັງ​ວົນ​ໃຈ​ກ່ຽວກັບ​ການ​ໃຊ້​ເງີນ​ໃນ​ຊ່ວງ​ນີ້​ ແຕ່​ເມື່ອ​ກັງ​ວົນ​ໃຈ​​ກໍ​ຈະ​ໄດ້​ເງີນ​ເຂົ້າ​ມາ​ທຸກ​ເທື່ອ​ ການ​ຂໍ​ເຄ​ດິດ​ຈາກ​ທະ​ນາ​ຄານ​ຈະ​ໄດ້ຮັບ​ການ​ອ​ະນຸ​ມັ​ດ​ໃນ​ໄລຍະ​ນີ້​ ຄວາມ​ຮັກ ຈະ​ໄດ້​ພົບ​ຄົນ​ໃຈ​ຮ້ອນ​ ສະຫລຽວ​ສະຫລາດ​ ຊ່າງ​ເວົ້າ​ ໝັ່ນໃຈ​ໃນ​ຕົນເອງ​ ແລະ​ເອົາ​ອົກ​ເອົາ​ໃຈ​ທ່ານເປັນ​ຢ່າງ​ດີ​

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.