ທ່ານ ສອນໄຊ ສິດພະໄຊ ຜູ້ວ່າການທະນາຄານແຫ່ງ ສປປ ລາວ ໄດ້ຊີ້ແຈງບັນຫາວຽກງານທະນາຄານຕໍ່ກອງປະຊຸມ ສະໄໝວິສາມັນເທື່ອທີ 1 ຂອງສະພາແຫ່ງຊາດຊຸດທີ IX ວັນທີ 6 ສິງຫາ 2021 ນີ້ວ່າ: ໃນປີ 2021 ນີ້ ບັນຫາອັດຕາແລກປ່ຽນເປັນສິ່ງທ້າທາຍຕໍ່ເສດຖະກິດຂອງ ສປປ ລາວ ໂດຍສະເພາະໃນໄລຍະເດືອນມິຖຸນາ ຫາ ເດືອນກໍລະກົດ ຜ່ານມາ ເງິນກີບໄດ້ອ່ອນຄ່າລົງຫລາຍເມື່ອທຽບກັບເງິນໂດລາ ແລະ ເງິນບາດ ເຊິ່ງໄດ້ມີຄວາມຫລຸດໂຕນກັນຫລາຍລະຫວ່າງອັດຕາແລກປ່ຽນຂອງທະນາຄານ ກັບ ອັດຕາແລກປ່ຽນຕະຫລາດນອກລະບົບ
ໂດຍສະເພາະແມ່ນອັດຕາແລກປ່ຽນເງິນກີບກັບເງິນໂດລາ ຊຶ່ງໄດ້ກວ້າງອອກສູງສຸດເຖິງ 22,1% ໃນກາງເດືອນກໍລະກົດ ຈາກນັ້ນກໍຄ່ອຍໆແຄບລົງຢູ່ໃນລະດັບ 15,6% ໃນໄລຍະທ້າຍເດືອນກໍລະກົດ, ສະເລ່ຍ 7ເດືອນຕົ້ນປີ 2021, ສ່ວນອັດຕາແລກປ່ຽນຂອງທະນາຄານ ແລະ ຕະຫລາດນອກລະບົບລະຫວ່າງເງິນກີບ ກັບ ເງິນໂດລາ ມີສ່ວນຕ່າງຢູ່ໃນລະດັບ 9,98% ແລະ ເງິນກີບ ກັບ ເງິນບາດມີສ່ວນຕ່າງຢູ່ໃນລະດັບ0,25%. ສາເຫດຕົ້ນຕໍທີ່ພາໃຫ້ເກີດສະພາບດັ່ງກ່າວແມ່ນຍ້ອນ:
1. ການແຂງຄ່າຂອງເງິນໂດລາທຽບໃສ່ກີບ ແລະ ການແຂງຄ່າເງິນບາດ ທຽບໃສ່ເງິນໂດລາໃນຕະຫລາດສາກົນ ໂດຍລວມເຖິງແມ່ນວ່າໃນໄລຍະທ້າຍເດືອນກໍລະກົດ ຫາ ຕົ້ນເດືອນສິງຫາຄ່າເງິນບາດໃນຕະຫຼາດສາກົນໄດ້ອ່ອນຄ່າລົງກໍ ຕາມ,
2. ຄວາມຕ້ອງການເງິນຕາຕ່າງປະເທດຢູ່ພາຍໃນມີຫລາຍກວ່າຄວາມສາມາດໃນການສະໜອງ, ສະພາບການຂາດດຸນການຄ້າດ້ານສິນຄ້າ, ການບໍລິການ, ພາວະໃນການຊຳລະດອກເບ້ຍເງິນກູ້ຢືມຈາກຕ່າງປະເທດຍິ່ງມີຫລາຍຂຶ້ນຢ່າງຕໍ່ເນື່ອງ ແລະ ຍາວນານ, ໃນຂະນະທີ່ລາຍຮັບຂອງປະເທດຫລຸດລົງຍ້ອນຜົນກະທົບຈາກພະຍາດໂຄວິດ-19,
3. ຄວາມຈຳເປັນໃນການສະໜອງເງິນຕາຕ່າງປະເທດໃຫ້ແກ່ການນຳເຂົ້າສິນຄ້າບຸລິມະສິດຍັງຢູ່ໃນລະດັບສູງແຕ່ສະພາບຄ່ອງເງິນຕາຕ່າງປະເທດໃນທົ່ວລະບົບເສດຖະກິດຊ້ຳພັດຝືດເຄືອງ, ຄວາມສາມາດໃນການດັດສົມຕະຫຼາດເງິນຕາຕ່າງປະເທດຂອງຂະແໜງ ການທະນາຄານກໍຫລຸດລົງບໍ່ພຽງພໍກັບຄວາມຕ້ອງການຂອງສັງຄົມ,
4. ການຄຸ້ມຄອງເງິນຕາຕ່າງປະເທດຂອງພວກເຮົາແຕ່ລະພາກສ່ວນຍັງບໍ່ທັນກົມກຽວກັນ ແລະ ຮັດກຸມເທົ່າທີ່ຄວນເຮັດໃຫ້ຍັງມີການເຄື່ອນໄຫວທຸລະກຳທີ່ຕິດພັນກັບເງິນຕາຕ່າງປະເທດທີ່ບໍ່ສອດຄ່ອງກັບລະບຽບກົດໝາຍຈຳນວນບໍ່ໜ້ອຍໃນນີ້ຄວາມຕ້ອງການເງິນຕາຕ່າງປະເທດຂອງສັງຄົມມີຫຼາຍກວ່າຄວາມສາມາດໃນການສະໜອງຂອງລະບົບໄດ້ມີຮ້ານແລກປ່ຽນຈຳນວນໜຶ່ງທີ່ບໍ່ປະຕິບັດຕາມລະບຽບຫຼັກການມີການກຳນົດອັດຕາແລກປ່ຽນທີ່ບໍ່ສອດຄ່ອງກັບອັດຕາແລກປ່ຽນທີ່ທາງການໄດ້ກຳນົດໄວ້.
ຕໍ່ກັບສະພາບການດັ່ງກ່າວ ເພື່ອປັບປຸງກົນໄກຄຸ້ມຄອງທຸລະກິດແລກປ່ຽນເງິນຕາຕ່າງປະເທດໃຫ້ເຮັດກຸມຫລາຍຂຶ້ນໃນໄລຍະກາງເດືອນມິຖຸນາ 2021 ທະນາຄານແຫ່ງ ສປປ ລາວ ໄດ້ອອກແຈ້ງການໂຈະຮັບໃບຄຳຮ້ອງ ແລະ ການອອກໜັງສືອະນຸຍາດດຳເນີນທຸລະກິດຮ້ານແລກປ່ຽນໃນຂອບເຂດທົ່ປະເທດ, ໃນເດືອນກໍລະກົດ ແລະ ຕົ້ນເດືອນສິງຫາໄດ້ອອກແຈ້ງການຫັນຮ້ານແລກປ່ຽນເງິນຕາໄປເປັນຕົວແທນຂອງທະນາຄານທຸລະກິດໃນການດຳເນີນທຸລະກິດແລກປ່ຽນເງິນຕາ. ພ້ອມທັງສືບຕໍ່ປັບປຸງກົນໄກຄຸ້ມຄອງ ເພື່ອໃຫ້ບັນລຸເປົ້າໝາຍສ່ວນຕ່າງລະຫວ່າງອັດຕາແລກປ່ຽນຂອງທະນາຄານ ກັບຕະຫລາດບໍ່ໃຫ້ເກີນ 2% ໃນປີ 2023.