ທ່ານ ດຣ. ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກ່າວໃນພິທີຖະແຫຼງຂ່າວ ປະຈຳວັນ ໃນວັນທີ 7 ສິງຫາ ໄດ້ຮັບວັກຊີນ Sinopharm ຈໍານວນ 1.000.000 ໂດສ ຈາກ ສປ ຈີນ ໂດຍສະຫລຸບຮອດເດືອນສິງຫາ ຈະໄດ້ຮັບວັກຊີນສະສົມລວມທັງໝົດ 5.176. 490 ໂດສ໌ ສັກໄດ້ 3.092.245 ຄົນ.
ໂດຍຍັງມີຄວາມຕ້ອງການສັກເປົ້າໝາຍຈໍານວນ 607.755 ຄົນ ຊຶ່ງຍັງມີຄວາມຕ້ອງການວັກຊິນ ຈຳນວນ 1.215.510 ໂດສ.
.
ສຳລັບແຜນຈະໄດ້ຮັບວັກຊີນ ແລະ ຄວາມຕ້ອງການ ພາຍໃນໄຕມາດ 4 ປີ 2021ຄາດວ່າໄຕມາດ 4 ເດືອນ ຕຸລາ 2021 ລັດຖະບານ ອົດສະຕາລີ ຈະສະໜອງ ວັກຊີນ AstraZeneca ຈຳນວນ 1.000.000 ໂດສ໌ ໂດຍຜ່ານອົງການອຸຍນີເຊັບ ເປັນຜູ້ຈັດຊື້.
ຄາດວ່າໄຕມາດ 3-4 ປີ2021 ໂດຍ ເງິນບໍລິຈາກຂອງບັນດາພາກເອກະຊົນລາວທີ່ມອບໃຫ້ລັດຖະບານຈັດຊື້ວັກຊິນ ປະມານ 266.000 ໂດລາ
.