ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ກຳນົດ 6 ວຽກຈຸດສຸມ

    0
    3633

    ກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 6 ສິງຫາ 2021 ພາຍໃຕ້ການເປັນປະທານຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ, ທ່ານ ພົນໂທ ວິໄລ ຫຼ້າຄຳຟອງ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ໄດ້ຂຶ້ນສະເໜີຮ່າງວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ (2021-2023) ໃຫ້ສະມາຊິກສະພາແຫ່ງຊາດພິຈາລະນາ.

    ທ່ານ ພົນໂທ ວິໄລ ຫຼ້າຄຳຟອງ ກ່າວວ່າ: ການແກ້ໄຂບັນຫາຢາເສບຕິດ ໃນຮ່າງວາລະແຫ່ງຊາດສະບັບນີ້ ໄດ້ກຳນົດ 6 ວຽກງານຈຸດສຸມ ຄື:

    1). ສ້າງຄວາມຮັບຮູ້ໃນທົ່ວສັງຄົມ ດ້ວຍການສຶກສາອົບຮົມ, ໂຄສະນາເຜີຍແຜ່ລະບຽບກົດ ໝາຍ ແລະ ຜົນຮ້າຍຂອງຢາເສບຕິດ;
    2). ສ້າງ ແລະ ປັບປຸງກົດໝາຍ ແລະ ນິຕິກໍາໃຕ້ກົດໝາຍທີ່ກ່ຽວຂ້ອງກັບບັນຫາຢາເສບຕິດ;
    3). ປັບປຸງກົງຈັກການຈັດຕັ້ງ ແລະ ຍົກລະດັບຄວາມສາມາດໃນການເຄື່ອນໄຫວເຮັດໜ້າທີ່ການເມືອງຂອງອົງການສືບສວນ-ສອບສວນ, ອົງການສານປະຊາຊົນ, ອົງການໄອຍາການປະຊາຊົນ, ອົງການປະຕິບັດຄຳຕັດສິນຂອງສານ ແລະ ພາກສ່ວນທີ່ກ່ຽວຂ້ອງຕໍ່ການແກ້ໄຂບັນຫາຢາເສບຕິດ;

    4). ຍົກສູງປະສິດທິພາບດ້ານການຄຸ້ມຄອງ, ຊີ້ນໍາໃນການຈັດຕັ້ງປະຕິບັດຮອບດ້ານໃນວຽກງານແກ້ໄຂບັນຫາຢາເສບຕິດ; 5). ປັບປຸງຂີດຄວາມສາມາດການເຄື່ອນໄຫວເຮັດໜ້າທີ່ຂອງລະບົບການເມືອງແຕ່ລະຂັ້ນ ເພື່ອຊີ້ນໍາ-ນຳພາການແກ້ໄຂບັນຫາຢາເສບຕິດທີ່ເກີດຂຶ້ນຢູ່ໃນຂອບເຂດຄວາມຮັບຜິດຊອບຂອງຕົນ; 6). ເພີ່ມທະວີວຽກງານການຮ່ວມມືກັບສາກົນ ເພື່ອແກ້ໄຂບັນຫາຢາເສບຕິດ.


    ທ່ານ ພົນໂທ ວິໄລ ຫຼ້າຄຳຟອງ ຍັງໄດ້ສະເໜີເຖິງການແບ່ງຄວາມຮັບຜິດຊອບ ເພື່ອໃຫ້ວາລະແຫ່ງຊາດສະບັບນີ້ ມີປະສິດທິພາບ, ປະສິດທິຜົນ ໃຫ້ແກ່ທຸກຂະແໜງການກ່ຽວຂ້ອງທັງສູນກາງ ແລະ ທ້ອງຖິ່ນ ນັບແຕ່ບັນດາກະຊວງ-ອົງການ ແລະ ສະຖາບັນຄອບຄົວ. ນອກນີ້, ທ່ານ ຍັງໄດ້ໃຫ້ຮູ້ເຖິງບັນດາມາດຕະການ ໃນການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດສະບັບນີ້.

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.