ໂອໂຢ້! ຫາກໍ່ເຄີຍເຫັນ ງູຫຍັງເປັນແບບນີ້ ເຫັນແລ້ວຄິດໄປໄກເລີຍ

    0
    387

    ນັກຊີວະວິທະຍາພົບງູແປກ ຫຼື ງູອະໄວຍະວະເພດຊາຍ(Caecilian) ໃນຄອງໃກ້ສະໜ!ມບິນ ໄມອາມີ່ ຂະນະສໍາຫຼວດຄອງ ງູມີຄວາມຍາວປະມານ 60ຊັງຕີແມັດ.

    ຫຼັງຈາກມັນຕາຍ ໄດ້ສົ່ງຕົວຢ່າງໄປກວດສອບດີເອັນເອພົບວ່າເປັນຂຽດງູຊະນິດ Rio Cauca  ຫຼື Typhlonectes natans  ສັດທ້ອງຖິ່ນຈາກໂຄລໍາເບຍ ແລະ ເວເນຊູເອລາ ເຊິ່ງມີລາຍງານພົບໃນຫຼາຍແຫ່ງ ມີລັກສະນະຄືກັບງູ ຫຼື ອ່ຽນ.

    ຂຽດງູ ຫຼື ທີ່ເອີ້ນກັນອີກຊື່ວ່າງູຈູ໋  ມັນມີຊີວິດຢູ່ໄດ້ທັງເທິງບົກ ແລະ ໃນນໍ້າ(ສັດເຄີ່ງບົກເຄີ່ງນໍ້າ) ງູຈູ໋ກິນສັດຂະໜາດນ້ອຍເປັນອາຫານ ບໍ່ວ່າຈະເປັນ ມົດ, ປວກ ແລະ ສັດປະເພດອື່ນໆທີ່ມີຂະໜາດນ້ອຍ

    ການພົບງູຊະນິດນີ້ໃນສະຫະລັດ ອາດເປັນໄປໄດ້ວ່າຜູ້ລ້ຽງປ່ອຍລົງສູ່ທໍາມະຊາດ ເພາະງູຈູ໋ອະນຸຍາດໃຫ້ຊື້ຂາຍເປັນສັດລ້ຽງໄດ້ ລາຄາປະມານ 9.500 ຫາ 31.000 ບາດ, ທັ້ງນີ້ ງູຊະນິດນີ້ໃຫຍ່ເຕັມໄວຂະໜາດຍາວເຖິງ 81ຊັງຕີແມັດ.

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.