ນູ້ ນູ້ເລົ່າ MTL25 ຕົວເຕັງຕິດທັອບ 3 ຜົນໂຫວດສູງສຸດ ໃນເວທີ Miss Teen Laos 2021

    0
    691

    ເຮົາບໍ່ສາມາດບັງຄັບທິດທາງລົມໄດ້ ແຕ່ເຮົາສາມາດບັງຄັບເຮືອໃຫ້ໄປສູ່ເປົ້າໝາຍໄດ້ ຄໍາຄົມຈາກນ້ອງ ນູ້ເລົ່າ ຫວາເມັ່ງລໍ່ ຫຼື ນູ້ MTL25 ໜຶ່ງໃນ 25 ຄົນ ຈາກການປະກວດເວທີ Miss Teen Laos 2021 ປັດຈຸບັນ ອາຍຸ 19 ປີ ນໍ້າໜັກ 55 ກິໂລກຣາມ ລວງສູງ 165 ຊັງຕີແມັດ ກຳລັງສຶກສາທີ່ສະຖາບັນການທະນາຄານ ປີ 2 ມາຈາກແຂວງຊຽງຂວາງ.

    ການປະກວດເວທີ Miss Teen Laos 2021 ເປັນເວທີທໍາອິດຂອງນູ້ ເຊິ່ງຄວາມໃຝ່ຝັນທີ່ນູ້ຫວັງໄວ້ໃນເວທີນີ້ຄືການໄດ້ເປັນແຮງບັນດານໃຈໃຫ້ກັບໄວໜຸ່ມລາວທຸກໆຊົນເຜົ່າ ໃຫ້ເຂົາເຈົ້າເບິ່ງມາທີ່ນູ້ແລ້ວຮູ້ສຶກມີຄວາມຫວັງມີແຮງຜັກດັນໃຫ້ໄວໜຸ່ມລາວກ້າວໄປຫາຄວາມຝັນ ເປັນທັງກະບອກສຽງ ແລະ ລົງມືເຮັດໃນການຊ່ວຍເຫຼືອສັງຄົມເທົ່າທີ່ນູ້ສາມາດເຮັດໄດ້ ສຳລັບນູ້ຄິດວ່າວົງການບັນເທີງມັນໄກຈາກຕົວນູ້ຫຼາຍ ເພາະວ່າເຮົາເປັນເດັກນ້ອຍຕ່າງແຂວງແດ່ບໍ່ຄ່ອຍຮູ້ວິທີເຂົ້າສັງຄົມແດ່ ແຕ່ຖ້ານູ້ມີໂອກາດໄດ້ເຮັດວຽກດ້ານວົງການບັນເທີງກໍຈະດີໃຈ ແລະ ເຮັດໃຫ້ເຕັມທີ່.

    ອີກສິ່ງໜຶ່ງທີ່ເປັນເປົ້າໝາຍຂອງນູ້ກໍຄື ຢາກໃຫ້ທຸກຄົນໄດ້ຮູ້ຈັກນູ້ຫຼາຍຂຶ້ນໃນຖານະໄວໜຸ່ມທີ່ເປັນແຮງຜັກດັນເປັນກະບອກສຽງໃນການຊ່ວຍເຫຼືອສັງຄົມ ເຮັດໃຫ້ສັງຄົມມີການພັດທະນາໄປໃນທິດທາງທີ່ດີຂຶ້ນ ໂດຍສະເພາະກໍແມ່່ນທາງດ້ານການສຶກສາໃຫ້ແກ່ເດັກນ້ອຍທີ່ດ້ອຍໂອກາດໃນເຂດຫ່າງໄກສອກຫຼີກໃຫ້ສາມາດເຂົ້າເຖິງການສຶກສາໄດ້ຫຼາຍຂຶ້ນ.

    ຈຸດເດັ່ນທີ່ຄິດວ່າຕົນເອງມີຄື ນູ້ເປັນຄົນທີ່ບໍ່ໄດ້ເກັ່ງທີ່ສຸດ ບໍ່ໄດ້ງາມທີ່ສຸດ ແຕ່ນູ້ມີຄວາມຕັ້ງໃຈ ນູ້ພະຍາຍາມຮັບຟັງທຸກໆຄໍາຕໍາໜິຕິຊົມແລ້ວນໍາເອົາມາປັບປຸງປ່ຽນແປງຕົວເອງໃຫ້ອອກມາດີທີ່ສຸດໃນແບບຂອງຕົວເອງ ສິ່ງເຫຼົ່ານີ້ທີ່ນູ້ຄິດວ່າຈະສາມາດເຮັດໃຫ້ນູ້ໄດ້ຕຳແໜ່ງຂອງການເປັນດວງດາວແຫ່ງຍຸກສະໄໝ ໃນເວທີ Miss Teen Laos 2021 ໃນປີນີ້.

    ສໍາລັບການກຽມຕົວກ່ອນເຂົ້າມາປະກວດ ນູ້ກໍສຶກສາ ແລະ ເບິ່ງວິທີການຍ່າງ, ການເວົ້າຂອງນາງງາມຈາກເວທີສາກົນ, ອອກກໍາລັງກາຍເພື່ອມີຮູບຮ່າງທີ່ສວຍງາມ ສຸຂະພາບທີ່ດີ ແລະ ໝັ່ນສ້າງຄວາມໝັ້ນໃຈໃຫ້ຕົວເອງສະເໝີ ສ່ວນກິດຈະກໍາຍາມວ່າງຄືມັກຮ້ອງເພງ, ຟັງເພງ ແລະ ອ່ານນິຍາຍຮູບແບບການແຕ່ງຕົວ ຄືສະບາຍໆສະຕາຍຫວານໆໜ້ອຍໜຶ່ງ ສຸດທ້າຍແລ້ວ ນູ້ຂໍກຳລັງໃຈຈາກທຸກຄົນຝາກເຊຍ ແລະ ຕິດຕາມນູ້ແດ່ເດີ MTL25 Miss Teen Laos ເຟສບຸ໊ກ Nou Nou.

    ຮູບ: Nou Nou

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.