ປັດຈຸບັນ ມີ ຜ ູ ້ ຕ ິ ດ ເ ຊ ື ້ ອ ໂ ຄ ວ ິ ດ -19 ອາການໜັກ 10 ກໍລະນີ ແລະ ປານກາງ 11 ກໍລະນີ

    0
    1074

    ທ່ານດຣ ນາງສົມມະນາ ລັດຕະນະ ຮອງຫົວໜ້າກົມປິ່ນປົ່ວ ແລະ ຟື້ນຟູໜ້າທີ່ການ, ກະຊວງສາທາລະນະສຸກ ກ່າວໃນພິທີຖະແຫຼງຂ່າວການລະບາດຂອງພະຍາດໂຄວິດ-19 ປະຈໍາວັນທີ 8 ສິງຫາ 2021 ວ່າ: ວຽກງານຄຸ້ມຄອງກໍລະນີ ຮອດປັດຈຸບັນຈໍານວນຄົນເຈັບເຂົ້າໂຮງໝໍສະສົມ 7.904 ກໍລະນີ (ສູນກາງ 1.476 ກໍລະນີ, ແຂວງ 6.428 ກໍລະນີ) ເຊິ່ງຈໍານວນຄົນເຈັບເຂົ້າໃໝ່ທັງໝົດ 191 ກໍລະນີ (ສູນກາງ 50 ກໍລະນີ, ແຂວງ 141 ກໍລະນີ).

    ໃນນີ້, ຄົນເຈັບກຳລັງປິ່ນປົວມີທັງໝົດ 4.090 ກໍລະນີ, ຍິງ 2.239 ກໍລະນີ, ຕ່າງປະເທດ 3 ກໍລະນີ.ໃນນີ້, ຢູ່ສູນກາງ 435 ກໍລະນີ, ຍິງ 190 ກໍລະນີ, ຕ່າງປະເທດ 1 ກໍລະນີ (ຈີນ); ແຂວງ 3.655 ກໍລະນີ, ຍິງ 2.049 ກໍລະນີ, ຕ່າງປະເທດ 2 ກໍລະນີ (ຈີນ).


    ມີແມ່ຍິງຖືພາ 77 ກໍລະນີ, ສູນກາງ 7 ກໍລະນີ, ແຂວງ 70 ກໍລະນີ (ຄໍາມ່ວນ 4, ຄຳມ່ວນ ໂຮງໝໍທະຫານແຂວງ 2, ສະຫວັນນະເຂດ 6, ສະຫວັນນະເຂດ ໂຮງໝໍໂຄວິດ 39, ຈໍາປາສັກໂພນທອງ 7, ຈຳປາສັກກາງເງີນ 2, ສາລະວັນ 2, ສາລະວັນ ໂຮງໝໍສະໜາມ 8 ກໍລະນີ).


    ເດັກນ້ອຍ 241 ກໍລະນີ, ສູນກາງ 24, ແຂວງ 217 (ໄຊຍະບູລີ 3, ຄໍາມ່ວນ 7, ຄຳມ່ວນ ໂຮງໝໍທະຫານ 5, ສະຫວັນນະເຂດ 21, ສະຫວັນນະເຂດ ໂຮງໝໍໂຄວິດ 103, ສະຫວັນນະເຂດໂຮງງານອັບເກນ 42, ຈຳປາສັກ ໂພນທອງ 1, ຈຳປາສັກ ການເງີນ 8, ສາລະວັນໂຮງໝໍສະໜາມ 27 ກໍລະນີ).


    ທ່ານ ດຣ ສົມມະນາ ລັດຕະນະ ໃຫ້ຮູ້ຕື່ມວ່າ: ປັດຈຸບັນມີ ເຈັບໜັກ 10 ກໍລະນີ ຢູ່ສູນກາງ 1 (ມິດຕະພາບ), ແຂວງ 9 (ຄຳມ່ວນ 1, ສະຫວັນນະເຂດ ໂຮງໝໍໂຄງວິດ 2, ຈຳປາສັກ ໂພນທອງ 5, ສາລະວັນ 1); ເຈັບປານກາງ 11 ກໍລະນີ, ສູນກາງ 5 (ມິດຕະພາບ 4, 103: 1), ແຂວງ 6 (ຄຳມ່ວນ 1, ຈຳປາສັກໂພນທອງ 2, ສາລະວັນ 1, ສາລະວັນໂຮງໝໍສະໜາມ 2) ແລະ ເຈັບເບົາບາງ 4.069 ກໍລະນີ (ສູນກາງ 429 ກໍລະນີ, ແຂວງ 3.640 ກໍລະນີ).

    ເສຍຊີວິດສະສົມ 8 ຄົນ (ສູນກາງ 4, ແຂວງ 4) ແລະ ປິ່ນປົວຫາຍດີສະສົມ 3.806 ກໍລະນີ (ສູນກາງ 1.037 ກໍລະນີ, ແຂວງ 2.769 ກໍລະນີ)

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.