ອັດຕາແລກປ່ຽນລະຫວ່າງລະບົບທະນາຄານ ກັບອັດຕາແລກປ່ຽນນອກລະບົບຊ້ຳພັດຫຼຸດໂຕນກັນເນື່ອງຈາກຄວາມຕ້ອງການເງິນຕາຕ່າງປະເທດຢູ່ພາຍໃນມີຫຼາຍກວ່າຄວາມສາມາດໃນການສະ ໜອງເງິນຕາ ບວກກັບສະພາບການຂາດດຸນການຄ້າດ້ານສິນຄ້າ, ການບໍລິການ ແລະ ພາລະການຊຳລະດອກເບ້ຍເງິນກູ້ຢືມຈາກຕ່າງປະເທດກໍຍັງສູງ, ຂະນະທີ່ລາຍຮັບຫຼຸດລົງເນື່ອງຈາກໄດ້ຮັບຜົນກະທົບຈາກການລະບາດຂອງພະຍາດໂຄວິດ-19 ຈຶ່ງສົ່ງຜົນໃຫ້ເງິນກີບອ່ອນຄ່າ ເມື່ອທຽບກັບເງິນໂດລາ ແລະ ເງິນບາດ.
ທ່ານ ສອນໄຊ ສິດພະໄຊ ຜູ້ວ່າການທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ຊີ້ແຈງບັນຫາວຽກງານທະນາຄານຕໍ່ກອງປະຊຸມ ສະໄໝວິສາມັນເທື່ອທີ 1 ຂອງສະພາແຫ່ງຊາດຊຸດທີ IX, ພາຍໃຕ້ການເປັນປະທານຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ.
ທ່ານ ຜູ້ວ່າການ ທຫລ ກ່າວວ່າ: ໃນປີ 2021 ນີ້ ບັນຫາອັດຕາແລກປ່ຽນເປັນສິ່ງທ້າທາຍຕໍ່ເສດຖະກິດຂອງ ສປປ ລາວ ໂດຍສະເພາະໃນໄລຍະເດືອນມິຖຸນາຫາເດືອນກໍລະກົດຜ່ານມານີ້ ທີ່ເງິນກີບໄດ້ອ່ອນຄ່າລົງຫຼຼາຍເມື່ອທຽບກັບເງິນໂດລາ ແລະ ເງິນບາດ ແລະ ໄດ້ມີຄວາມຫຼຸດໂຕນກັນຫຼາຍລະຫວ່າງອັດຕາແລກປ່ຽນຂອງທະນາຄານກັບອັດຕາແລກປ່ຽນຕະຫຼາດນອກລະບົບ ໂດຍສະເພາະ ແມ່ນອັດຕາແລກປ່ຽນເງິນກີບກັບເງິນໂດລາ ຊຶ່ງໄດ້ກວ້າງອອກສູງສຸດເຖິງ 22,1% ໃນກາງເດືອນກໍລະກົດ ຈາກນັ້ນກໍຄ່ອຍໆແຄບລົງຢູ່ໃນລະດັບ 15,6% ໃນໄລຍະທ້າຍເດືອນກໍລະກົດ, ສະເລ່ຍ 7ເດືອນຕົ້ນປີ 2021, ສ່ວນອັດຕາແລກປ່ຽນຂອງທະນາຄານ ແລະ ຕະຫຼາດນອກລະບົບມີສ່ວນຕ່າງຢູ່ໃນລະດັບ 9,98% ສຳລັບອັດຕາແລກປ່ຽນລະຫວ່າງເງິນກີບກັບເງິນໂດລາ ແລະ 0,25% ສຳລັບເງິນກີບກັບເງິນບາດ.
ສາເຫດຕົ້ນຕໍທີ່ພາໃຫ້ເກີດສະພາບດັ່ງກ່າວແມ່ນຍ້ອນ: 1) ການແຂງຄ່າຂອງເງິນໂດລາທຽບໃສ່ກີບ ແລະ ການແຂງຄ່າເງິນບາດ ທຽບໃສ່ເງິນໂດລາໃນຕະຫຼາດສາກົນ ໂດຍລວມເຖິງແມ່ນວ່າໃນໄລຍະທ້າຍເດືອນກໍລະກົດ ຫາ ຕົ້ນເດືອນສິງຫາຄ່າເງິນບາດໃນຕະຫຼາດສາກົນໄດ້ອ່ອນຄ່າລົງກໍ ຕາມ, 2) ຄວາມຕ້ອງການເງິນຕາຕ່າງປະເທດຢູ່ພາຍໃນມີຫຼາຍກວ່າຄວາມສາມາດໃນການສະໜອງ, ສະພາບການຂາດດຸນການຄ້າດ້ານສິນຄ້າ, ການບໍລິການ, ພາວະໃນການຊຳລະດອກເບ້ຍເງິນກູ້ຢືມຈາກຕ່າງປະເທດຍິ່ງມີຫຼາຍຂຶ້ນຢ່າງຕໍ່ເນື່ອງ ແລະ ຍາວນານ, ໃນຂະນະທີ່ລາຍຮັບຂອງປະເທດຫຼຸດລົງຍ້ອນຜົນກະທົບຈາກພະຍາດໂຄວິດ-19.
3) ຄວາມຈຳເປັນໃນການສະໜອງເງິນຕາຕ່າງປະເທດໃຫ້ແກ່ການນຳເຂົ້າສິນຄ້າບຸລິມະສິດຍັງຢູ່ໃນລະດັບສູງແຕ່ສະພາບຄ່ອງເງິນຕາຕ່າງປະເທດໃນທົ່ວລະບົບເສດຖະກິດຊ້ຳພັດຝືດເຄືອງ, ຄວາມສາມາດໃນການດັດສົມຕະຫຼາດເງິນຕາຕ່າງປະເທດຂອງຂະແໜງ ການທະນາຄານກໍຫຼຸດລົງບໍ່ພຽງພໍກັບຄວາມຕ້ອງການຂອງສັງຄົມ, 4) ການຄຸ້ມຄອງເງິນຕາຕ່າງປະເທດຂອງພວກເຮົາແຕ່ລະພາກສ່ວນຍັງບໍ່ທັນກົມກຽວກັນ ແລະ ຮັດກຸມເທົ່າທີ່ຄວນເຮັດໃຫ້ຍັງມີການເຄື່ອນໄຫວທຸລະກຳທີ່ຕິດພັນກັບເງິນຕາຕ່າງປະເທດທີ່ບໍ່ສອດຄ່ອງກັບລະບຽບກົດໝາຍຈຳນວນບໍ່ໜ້ອຍໃນນີ້ຄວາມຕ້ອງການເງິນຕາຕ່າງປະເທດຂອງສັງຄົມມີຫຼາຍກວ່າຄວາມສາມາດໃນການສະໜອງຂອງລະບົບ, ໄມີຮ້ານແລກປ່ຽນຈຳນວນໜຶ່ງທີ່ບໍ່ປະຕິບັດຕາມລະບຽບຫຼັກການມີການກຳນົດອັດຕາແລກປ່ຽນທີ່ບໍ່ສອດຄ່ອງກັບອັດຕາແລກປ່ຽນທີ່ທາງການໄດ້ກຳນົດໄວ້.
ຕໍ່ກັບສະພາບການດັ່ງກ່າວ ເພື່ອປັບປຸງກົນໄກຄຸ້ມຄອງທຸລະກິດແລກປ່ຽນເງິນຕາຕ່າງປະເທດໃຫ້ເຮັດກຸມຫຼາຍຂຶ້ນໃນໄລຍະກາງເດືອນມິຖຸນາ 2021 ທະນາຄານແຫ່ງ ສປປ ລາວ ໄດ້ອອກແຈ້ງການໂຈະຮັບໃບຄຳຮ້ອງ ແລະ ການອອກໜັງສືອະນຸຍາດດຳເນີນທຸລະກິດຮ້ານແລກປ່ຽນໃນຂອບເຂດທົ່ປະເທດ, ໃນເດືອນກໍລະກົດ ແລະ ຕົ້ນເດືອນສິງຫາໄດ້ອອກແຈ້ງການຫັນຮ້ານແລກປ່ຽນເງິນຕາໄປເປັນຕົວແທນຂອງທະນາຄານທຸລະກິດໃນການດຳເນີນທຸລະກິດແລກປ່ຽນເງິນຕາ. ພ້ອມທັງສືບຕໍ່ປັບປຸງກົນໄກຄຸ້ມຄອງ ເພື່ອໃຫ້ບັນລຸເປົ້າໝາຍສ່ວນຕ່າງລະຫວ່າງອັດຕາແລກປ່ຽນຂອງທະນາຄານ ກັບຕະຫຼາດບໍ່ໃຫ້ເກີນ 2% ໃນປີ 2023.
ທີ່ມາ:ໜັງສືພິມປະຊາຊົນ