ໜຸ່ມນ້ອຍໜ້າຕາດີ! ຊານະ ຂວັນໃຈສາວໆ ກີລາກໍເກັ່ງ -ບັນເທີງກໍໄດ້

    0
    1071

    ສ່ອງ ຫນຸ່ມນັກກີລາບານເຕະຜູ້ຫລົງໃຫລໃນວຽກງານບັນເທີງ. ຊານະມີຄວາມຕັ້ງໃຈ ແລະ ສົນໃຈໃນດ້ານການສະແດງເປັນພິເສດ, ຈຶ່ງໄດ້ພັດທະນາຕົນເອງຢູ່ສະເໝີ, ກຽມພ້ອມສຳລັບທຸກບົດບາດທີ່ຈະໄດ້ຮັບ.

    ຕອນນີ້ມີທັງຜົນງານຖ່າຍໂຄສະນາ, ຣີວິວ ແລະ ສະແດງ MV ເພງ, ພ້ອມກ້າວສູ່ວົງການເຕັມໂຕ ໃນຖານະສິລະປິນ ຄ້າຍ SN Entertainment ຮັບຮອງວ່າມີຜົນງານລົວໆມາໃຫ້ແຟນໆຕິດຕາມແນ່ນອນ.

    ສໍາລັບ ຊານະ ມະນີຜົນ ປັດຈຸບັນ ອາຍຸ 17 ປີ, ເປັນນັກເຕະບານຂອງທີມແຂວງຫຼວງພະບາງ ປັດຈຸບັນເປັນນັກສຶກສາປີທີ 1 ຄະນະເສດຖະສາດ ພາກວິຊາການເງິນ-ການທະນາຄານ ມະຫາວິທະຍາໄລແຫ່ງຊາດ.

    ສ່ວນ ກຳລັງໃຈໃນການລົງຫຼິ້ນເຕະບານໃນແຕ່ລະຄັ້ງແມ່ນພໍ່ແມ່, ອ້າຍນ້ອງ, ໝູ່ເພື່ອນ ແລະ ແຟນຄລັບ ທີ່ສຳຄັນທີ່ສຸດກໍແມ່ນຄອບຄົວຫັ້ນແຫຼະທີ່ເປັນກຳລັງໃຈອັນດັບໜຶ່ງໃຫ້ແກ່ນ້ອງເລີຍ.

    ປົກກະຕິແລ້ວນ້ອງເປັນຄົນແນວໃດ? ຕະຫຼົກ ເວົ້າເກັ່ງ ບໍ່?
    ຊານະ: ຮາຮາ ນ້ອງເປັນຄົນທີ່ປາກໄວ, ມັກໂຍນມຸກ, ຕົບມຸກເປັນປະຈຳ, ບາງເທື່ອໝູ່ກະຈົນຄຽດໃຫ້ນ້ອງຍ້ອນ. ແບບວ່າເປັນຄົນທີ່ຂີ້ດື້ຫັ້ນແຫຼະ, ເບິ່ງອີກມຸມໜຶ່ງຫຼາຍຄົນກະວ່ານ້ອງເປັນຄົນໃຈຮ້ອນ, ຂີ້ນ້ອຍໃຈ. ແຕ່ບາດເຮົາກັບມາເບິ່ງຕົນເອງກະຄືວ່າບໍ່ໄດ້ເປັນຄົນຂີ້ຄຽດປານນັ້ນໜາ (ຫົວ).

    ອາຫານທີ່ມັກທີ່ສຸດ?
    ຊານະ: ອາຫານທີ່ມັກຕ້ອງແມ່ນລາບ. ໂດຍສະເພາະແມ່ນລາບປາເມືອງຫຼວງບ້ານເຮົາແທ້ໆ (ຫົວ) ນອກຈາກນີ້ກໍຍັງມັກປີ້ງປາ, ປີ້ງໄກ່, ກິນກັບແຈ່ວແຊບສຸດ (ຫົວ). ປົກກະຕິນ້ອງເປັນຄົນມັກກິນເຜັດໄດ້ແບບສະບາຍໆເລີຍເລື່ອງນີ້, ສ່ວນວ່າເລື່ອງແຕ່ງກິນນີ້ບໍ່ມັກເລີຍ, ເມນູທີ່ເຮັດໄດ້ແມ່ນຕົ້ມໝີ່ ກັບ ຈືນໄຂ່ ເປັນເມນູຫຼັກເລີຍ (ຫົວ).

    ຕິດຕາມຜົນງານ ແລະ ການເຄື່ອນໄຫວໄດ້ທີ່:
    ເຟສບຸກ: Sana Mnp

    ຂໍຂອບໃຈຂໍ້ມູນຈາກ: muan.la

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.