ອົງການອະນາໄມໂລກ ຮ້ອງຮຽກໃຫ້ປະເທດຮັ່ງມີແລ້ວ ຢ່າຟ້າວສັກວັກຊີນເຂັມທີ 3 ເທື່ອ ປະໄວ້ໃຫ້ປະເທດຍາກຈົນໃຊ້ກ່ອນ

    0
    997

    ອົງການອະນາໄມໂລກຮຽກຮ້ອງໃຫ້ຊາດຮັ່ງມີສະລໍການສັກວັກຊີນຕ້ານໂຄວິດ-19 ເຂັມທີ 3 ອອກໄປກ່ອນ ເພື່ອນຳວັກຊີນໄປໃຫ້ປະເທດມີລາຍໄດ້ໜ້ອຍ ຊຶ່ງຂະນະນີ້ອັດຕາການສັກວັກຊີນຕໍ່າຫຼາຍ.

    ໃນວັນທີ 5 ສິງຫາ 2021 ນີ້ ສຳນັກຂ່າວ ແຊນແນລນິວສເອເຊຍ ລາຍງານວ່າ ດຣ. ເທດຣອດ ອັດຮາມອມ ເກເບຣເຢຊຸສ ຜູ້ອຳນວນການອົງການອະນາໄມໂລກ ອອກມາຮຽກຮ້ອງ ໃຫ້ປະເທດຕ່າງໆ ຜ່ອນແຜນການສັກວັກຊີນຕ້ານໂຄວິດ-19 ເຂັມທີ 3 ເພື່ອເປັນວັກຊິນກະຕຸ້ນພູມຄຸ້ມກັນອອກໄປຈົນເຖິງທ້າຍເດືອນກັນຍາເປັນຢ່າງໜ້ອຍ ເພື່ອນຳວັກຊິນໄປໃຊ້ໃນປະເທດຍາກຈົນ ແລະ ເຊື່ອວ່າການເຮັດແບບນີ້ຈະຊ່ວຍໃຫ້ທຸກປະເທດມີປະຊາກອນທີ່ໄດ້ຮັບວັກຊິນຢ່າງໜ້ອຍ 10% ຂອງປະຊາກອນທັງໝົດ.

    ທັງນີ້ WHO ກຳລັງພະຍາຍາມຫາທາງຫຼຸດຊ່ອງວ່າງຄວາມເລື່ອມລໍ້າທາງວັກຊີນລະຫວ່າງປະເທດທີ່ມີລາຍຮັບສູງ ແລະ ຊາດທີ່ມີລາຍຮັບໜ້ອຍ ໂດຍພວກເຂົາຕ້ອງການໃຫ້ທຸກປະເທດໃນໂລກມີປະຊາກອນທີ່ໄດ້ຮັບວັກຊີນແລ້ວຢ່າງໜ້ອຍ 10% ພາຍໃນເດືອນ ກັນຍາ ແຕ່ແນວໂນ້ມໃນປັດຈຸບັນເຮັດໃຫ້ສິ່ງທີ່ພວກເຂົາຕ້ອງການບໍ່ສາມາດເກີດຂຶ້ນໄດ້.

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.