1. ພະຍາດຄວາມດັນເລືອດສູງ :ໝາກໄຂ່ຫຼັງມີໜ້າທີ່ປັບລະດັບນ້ຳ ແລະ ໂຊດຽມໃນຮ່າງກາຍໃຫ້ສົມດຸນ ຖ້າຮ່າງກາຍໄດ້ຮັບເກືອຫຼາຍຈົນເກີນໄປ ໝາກໄຂ່ຫຼັງຕ້ອງເຮັດວຽກໄດ້ໜັກຂື້ນ ແລະ ເຮັດວຽກບໍ່ດີເທົ່າເດີມ ນ້ຳ ແລະ ໂຊດ້ຽມຈະບໍ່ສົມດຸນຄືກັນ ເມື່ອນ້ຳເພີ່ມຂຶ້ນ ເລືອດເຊິ່ງມີນ້ຳເປັນສ່ວນປະສົມຢູ່ກໍ່ຈະເພີ່ມປະລິມານຂື້ນໄປດ້ວຍ ເມື່ອເລືອດໄຫຼຜ່ານເສັ້ນເລືອດຫຼາຍ ກໍ່ຈະເຮັດໃຫ້ເກີດພາວະຄວາມດັນເລືອດສູງນັ້ນເອງ
2. ພະຍາດຫົວໃຈ :ເມື່ອຄວາມດັນເລືອດສູງ ຫົວໃຈຕ້ອງເຮັດວຽກໜັກ ຕ້ອງສູບສີດເລືອດໃຫ້ພຽງພໍຕໍ່ຄວາມຕ້ອງການຂອງຮ່າງກາຍ ທັງຍັບຢັ້ງໃຫ້ຫົວໃຈເຕັ້ນໄວຂື້ນ ນອກຈາກນີ້ການທີ່ໂຊດ້ຽມໃນເລືອດຫຼາຍຈົນເຮັດໃຫ້ເກີດອາການບວມນ້ຳ ເຊິ່ງອາດຈະສ່ຽງຕໍ່ການເປັນໂລກຫົວໃຈຂາດເລືອດ ອັນຕະລາຍເຖິງຂັ້ນຫົວໃຈວາຍໄດ້
3. ພະຍາດໄຂ່ຫຼັງ :ການກິນເກືອຫຼາຍຈະເຮັດໃຫ້ໝາກໄຂ່ຫຼັງເຮັດວຽກໜັກເພື່ອພະຍາຍາມປັບສົມດຸນຂອງນ້ຳ ແລະ ເກືອແຮ່ໃນຮ່າງກາຍ ຫາກໄຂ່ຫຼັງຕ້ອງເຮັດວຽກໜັກຢູ່ຕະຫຼອດເວລາ ຈະເຮັດໃຫ້ເຊື່ອມສະພາບລົງ ເຮັດໃຫ້ບໍ່ມີປະສິດທິພາບ ແລະ ບໍ່ສາມາດກຳຈັດຂອງເສຍຕ່າງໆ ອອກຈາກຮ່າງກາຍໄດ້ ເມື່ອອາການຮຸນແຮງ ໄຂຫຼັງຈະເຊື່ອມ ແລະ ເປັນໂລກໄຂ່ຫຼັງໄດ້
4. ອຳມະພຶດ ອຳມະພາດ :ເມື່ອປ່ອຍໃຫຄວາມດັນເລືອດສູງດົນໆ ອາດຈະເຮັດໃຫ້ເສັ້ນເລືອດໃນສະໝອງແຕກ ຫຼື ຫຼອດເລືອດບໍລິເວນອື່ນໆແຕກ ເຮັດໃຫ້ສູນເສຍຄວາມສາມາດໃນການຄວບຄຸມຮ່າງກາຍຕົນເອງໃນທີ່ສຸດ
5. ພະຍາດລິດສິດວງ :ການກິນເຄັມມີຜົນຕໍ່ໂລກລິດສິດວງຢ່າງບໍ່ໜ້າເຊື່ອ ເພາະການກິນເກືອຫຼາຍຈົນເກີນໄປຈະເຮັດໃຫ້ຫິວນ້ຳຫຼາຍຂື້ນ ຮ່າງກາຍຕ້ອງການນ້ຳເພື່ອຈາງເກືອ ເມື່ອດື່ມນ້ຳຫຼາຍໆ ຈະເຮັດໃຫ້ຂອງເຫຼວໃນຮ່າງການເພີ່ມຂື້ນ ຂອງເຫຼວນີ້ຈະວຽນທົ່ວຮ່າງກາຍທາງເສັ້ນເລືອດ ເຊິ່ງມີຜົນຕໍ່ຫຼອດເລືອດດຳບໍລິເວນທະວານໜັກໂປ່ງພອງ ຈຶ່ງເຮັດໃຫ້ລິດສິດວງບໍ່ດີນັ້ນເອງ
6. ພະຍາດອື່ນໆ :ການກິນເກືອໃນປະລິມານຫຼາຍ ເຮັດໃຫ້ເຈັບຫົວ ໂລກໄມເກນ ແລະ ມີງານວິໄຈພົບວ່າປະລິມານໂຊດ້ຽມສູງອາດຈະເຮັດໃຫ້ຜູ້ປ່ວຍໂລກຫອບຫືດອາການຮຸນແຮງຈົນຖິງແກ່ຊີວິດໄດ້