ຜູ້ໄດ້ຮັບຜົນກະທົບຈາກໂຄວິດ ພາກັນເດີນທາງດ້ວຍລົດຈັກກັບເມື່ອຕັ້ງຫຼັກທີ່ບ້ານເກີດ

    0
    762

    ຜູ້ໄດ້ຮັບຜົນກະທົບຈາກໂຄວິດ ພາກັນເດີນທາງດ້ວຍລົດຈັກ ອອກຈາກເມືອງ ກັບເມື່ອຕັ້ງຫຼັກທີ່ບ້ານເກີດ

    ພາບຂະບວນລົດຈັກ​ ຜູ້ໄດ້ຮັບຜົນກະທົບຈາກການລ໊ອກດາວ ໃນນະຄອນໂຮຈິມິນ​ ປະເທດຫວຽດນາມ ຜູ້ຄົນເລີ່ມອອກຈາກເມືອງໃຫຍ່​ ແຕ່ວັນທີ​ 25​ ກໍລະກົດ​ ເພື່ອກັບໄປຕັ້ງຫຼັກທີ່ບ້ານເກີດ ເຊິ່ງບາງຄົນຕ້ອງເດີນທາງກວ່າ 1.000​ ກິໂລແມັດ​

    ຂະບວນລົດດັ່ງກ່າວ ພວກເຂົາໄດ້ມີການພັກລົດ,​ ນອນເອົາແຮງເປັນໄລຍະ ຜ່ານຫຼາຍເມືອງ ເຊິ່ງລະຫວ່າງທາງມີຜູ້ໃຈບຸນຊ່ວຍແຈກນ້ຳ,​ ເຂົ້າ​ ແລະ​ ເງິນເລັກນ້ອຍ ເພື່ອຊ່ວຍເຫຼືອກັນໃນຍາມ​ລຳບາກ ໃນ​ສະຖານະການ​ທີ່ກຳລັງຕໍ່ສູ້ກັບໂຄວິດ.​

    ໃນວັນທີ 31 ກໍລະກົດ 2021 ຜ່ານມາ ລັດຖະບານຫວຽດນາມ ໄດ້ປະກາດສືບຕໍ່ປະຕິບັດມາດຕະການລ໊ອກດາວນະຄອນໂຮຈິມິນ ອອກໄປອີກ 14 ວັນ ຫຼື ຈົນກວ່າການຕິດເຊື້ອໂຄວິດຈະຫຼຸດລົງ ໃນລະດັບທີ່ຄວບຄຸມໄດ້

    ແລະ ຄຳສັ່ງໃຫມ່ກວມຫຼາຍແຂວງ ໂດຍຫ້າມປະຊາຊົນອອກຈາກບ້ານເຮືອນ ຕັ້ງແຕ່ເວລາ 18:00 ຫາ 05.00 ໂມງ.

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.