ບາງຄົນມັກເວົ້າວ່າ “ຕົ້ນທຶນຊີວິດບໍ່ເທົ່າກັນ”
ເມື່ອຟັງແລ້ວ ເຮົາຮູ້ເລີຍວ່າ ຄົນທີ່ເວົ້າ “ມັກຈະປຽບທຽບໂຕເອງກັບຄົນອື່ນ”
ຄວາມຈິງແລ້ວ, ການປຽບທຽບ ບໍ່ເຄີຍສ້າງຄວາມສຸກໃຫ້ໃຜເລີຍ!!!
ການທີ່ຕົ້ນທຶນຊີວິດບໍ່ເທົ່າກັນນັ້ນ ບາງເທື່ອ, ມັນຂຶ້ນຢູ່ກັບໂຊກວາດສະໜາ (ແທ້ບໍ?)
ແຕ່ສິ່ງໜຶ່ງທີ່ເຮົາເຮັດໄດ້ ໂດຍທີ່ບໍ່ຕ້ອງອາໄສຕົ້ນທຶນເງິນເລີຍກໍຄື
“ຄວາມພະຍາຍາມ” ຂອງເຮົານັ້ນເອງ.
ການສ້າງກຳແພງ ຕ້ອງເລີ່ມສ້າງຈາກອິດກ້ອນທຳອິດ ແລະຄ່ອຍໆວາງໃສ່ເທື່ອລະກ້ອນ ຈົນເລີ່ມເປັນຮູບຮ່າງ.
ຄວາມພະຍາຍາມກໍເຊັ່ນດຽວກັນ
ມັນຕ້ອງອາໄສວິໄນ ໃນການເຮັດຢູ່ສະເໝີ
ນອກຈາກຄວາມພະຍາຍາມແລ້ວ.. ສິ່ງໜຶ່ງທີ່ເຮົາບໍ່ຕ້ອງອາໄສຕົ້ນທຶນເງິນເລີຍ ກໍຄື “ປັນຍາ”
ມັນແມ່ນຄວາມຈິງ, ທີ່ການສຶກສາຕ້ອງອາໄສເງິນຄຳ ແຕ່ການມີສະຕິປັນຍາ ໃນການຮຽນຮູ້ສິ່ງຕ່າງໆດ້ວຍໂຕເອງໃນຍຸກສະໄໝນີ້ມັນຫຼາຍໆ ແລະງ່າຍອີຫຼີ.
ຖ້າຮູ້ຈັກການສະແຫວງຫາຄວາມຮູ້, ຮູ້ຈັກສ້າງສາຍສຳພັນ ຫຼື ຄອນເນັກຊັ່ນ ຫຼື ການຫາຊ່ອງທາງທຳມາຫາກິນ ແມ່ນສະແດງໃຫ້ເຫັນເຖິງຄວາມກະຕືລືລົ້ນທີ່ອອກມາຈາກພາຍໃນແທ້ໆ!!!
ທີ່ຢາກປ່ຽນແປງຊີວິດ ເມື່ອຄົນເຮົາເລືອກເກີດບໍ່ໄດ້ ແຕ່ເຮົາສາມາດເລືອກທີ່ຈະເປັນໄດ້.
ຫຼືວ່າ
ຖ້າເຮົາບໍ່ສາມາດເປັນໄດ້ ແຕ່ຖ້າເຮົາພະຍາຍາມຫຼາຍພໍ, ອົດທົນຫຼາຍພໍ.
ຢ່າງນ້ອຍຊີວິດເຮົາກໍຈະບໍ່ຢູ່ບ່ອນເກົ່າ.
ແຕ່ຊີວິດເຮົາຈະໄປໄກກວ່າເກົ່າ.
ດັ່ງນັ້ນ, ການມີແຕ່ແຕ່ຈົ່ມໃຫ້ກັບຊີວິດໂຕເອງ ດ້ວຍຄຳເວົ້າທີ່ວ່າ:
“ຕົ້ນທຶນຊີວິດບໍ່ເທົ່າກັນ”
ມັນບໍ່ໄດ້ຊ່ອຍໃຫ້ຊີວິດເຮົາດີຂຶ້ນ ແຕ່ການລົງມືເຮັດແທ້ທຳຈິງເທົ່ານັ້ນ! ທີ່ຈະສາມາດປ່ຽນແປງຊີວິດເຮົາໃຫ້ດີຂຶ້ນໄດ້
ຝາກໄວ້ເປັນຂໍ້ຄິດດດດດ.
ທີ່ມາ: ນັກທຸລະກິດ New CEO Laos