ເຫດຊາຍທີ່ລົ້ມ ແລະ​ ຊັກຢູ່ກັບພື້ນຢູ່ສູນຈໍາກັດບໍລິເວນ ແມ່ນປອດໄພ​ ແລະ​ ແຂງແຮງດີແລ້ວ

    0
    807

    ວິທະຍຸກະຈາຍສຽງແຫ່ງຊາດ ລາຍງານວ່າ ຈາກເຫດການທີ່ມີຊາຍໜຶ່ງຄົນ ເຊີ່ງເປັນແຮງງານລາວເຮັດວຽກຢູ່ໄທເດີນທາງກັບຄືນປະເທດ ລົ້ມລົງ ແລະ ຊັກຢູ່ກັບພື້ນຢູ່ສູນຈໍາກັດບໍລິເວນຂອງແຂວງຄຳມ່ວນ (ສະໜາມກິລາແຂວງ) ທີ່ລົງໃນສື່ສັງຄົມອອນລາຍເຮັດ ໃຫ້ສັງຄົມແຕກຕື່ນ ແລະ ເກີດຄວາມຢ້ານວ່າຜູ້ກ່ຽວຈະເສຍຊີວິດຍ້ອນຕິດເຊື້ອພະຍາດໂຄວິດ-19, ຫລ້າສຸດຜູ້ກ່ຽວປອດໄພ ແລະ ແຂງແຮງດີແລ້ວ ແຕ່ຍັງລໍຖ້າຜົນກວດຫາເຊື້ອພະຍາດໂຄວິດ-19 ຈາກໜ່ວຍງານທີ່ກ່ຽວຂ້ອງ.

    ດຣ. ແສງອຸທິດ ວິຊາການຮັບຜີດຊອບວຽກງານລະບາດຂັ້ນແຂວງຄໍາມ່ວນ ໄດ້ຊີ້ແຈງຜ່ານນັກຂ່າວວິທະຍຸກະຈາຍສຽງແຫ່ງຊາດລາວວ່າ: ຜ່ານການເກັບກໍາຂໍ້ມູນເຫັນວ່າ ຄົນທີ່ລົ້ມ ແລະຊັກຢູ່ກັບພື້ນຊື່ ທ້າວ ວົງ ສີຈັນປັນຍາ, ອາຍຸ 32 ປີ, ຢູ່ບ້ານມ່ວງໄຂ່, ເມືອງໜອງບົກ, ແຂວງຄໍາມ່ວນ, ຜູ້ກ່ຽວບໍ່ເຄີຍມີພະຍາດປະຈໍາຕົວມາກ່ອນ, ເຮັດວຽກເປັນພໍ່ຄົວຢູ່ ຈັງຫວັດນົນທະບູລີ, ປະເທດໄທ ໄດ້ເດີນທາງຈາກຈັງຫວັດນົນທະບູລີ ເພື່ອກັບຄືນມາລາວດ້ວຍລົດໂດຍສານເຊີ່ງມີທັງໝົດ 20 ຄົນ, ເລີ່ມອອກເດີນທາງໃນ

    ເວລາ 15 ໂມງ ຂອງວັນທີ 1 ສິງຫາ 2021 ມາຮອດດ່ານສາກົນຂົວມິດຕະພາບລາວ-ໄທ ແຫ່ງທີ 3 ໃນເວລາ 3 ໂມງເຊົ້້າຂອງວັນທີ 2 ສິງຫາ, ແລ້ວລໍຖ້າດ່ານເປີດ ຈົນຮອດເວລາປະມານ 17 ໂມງ 50 ນາທີ ຈິ່ງສາມາດຂ້າມມາດ່ານຝັ່ງລາວໄດ້. ຈາກນັ້ນ ໄດ້ເດີນທາງມາຮອດສູນຈໍາກັດບໍລິເວນຂອງແຂວງຄໍາມ່ວນ ທີ່ເມືອງທ່າແຂກ ໃນເວລາ 18ໂມງ 45 ນາທີ, ແຕ່ຍ້ອນຜູ້ກ່ຽວຂົນເຄື່ອງເຖີງ 6 ເປົາ ແລະ ໂທລະພາບ 40 ນີ້ວ ຈຳນວນ 1 ໜ່ວຍ, ບວກກັບຄວາມອິດເມື່ອຍຍ້ອນການເດີນທາງເພາະບໍ່ໄດ້ນອນ

    ຈິ່ງເຮັດໃຫ້ລາວໜ້າມືດ, ລາຍຕາ ແລະ ເປັນລົມລົ້ມລົງກັບພື້ນ.ດຣ. ແສງອຸທິດ ທຳມະໂນລາດ ຢືນຢັນວ່າ: ປັດຈຸບັນ ຜູ້ກ່ຽວ ໄດ້ຮັບການປິ່ນປົວຈາກເຈົ້າໜ້າທີ່ກ່ຽວຂ້ອງ ເຮັດໃຫ້ລາວປອດໄພ ແລະ ແຂງແຮງດີແລ້ວ ແຕ່ຕ້ອງຈຳກັດບໍລິເວນຢູ່ສູນຈໍາກັດບໍລິເວນຂອງແຂວງ, ພ້ອມທັງລໍຖ້າຜົນການກວດຫາເຊື້ອພະຍາດໂຄວິດ-19 ຈາກໜ່ວຍງານທີ່ກ່ຽວຂ້ອງຂອງແຂວງ.

    Cr: ບຸນຕຽງ ຈັນທະວົງ, ວິທະຍຸກະຈາຍສຽງແຫ່ງຊາດ

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.