ໃຫ້ສືບຕໍ່ຄຳສັ່ງເລກທີ 15 ມີຜົນໄປອີກ 15 ວັນໃຫ້ທຸກຄົນປະຕິບັດຕາມ 7 ຂໍ້ຫ້າມນີ້ຢ່າງເຄັ່ງຄັດ

    0
    803

    ມື້ນີ້ກໍ່ໝົດກຳນົດການຜ່ອນຜັນໃນຊຸດຜ່ານມາ ແລະ ພ້ອມກັນກ້າວເດີນຕາມແຜນການໃນຕໍ່ໜ້າ ໂດຍທ່ານ ນາງ ທິບພະກອນ ຈັນທະວົງສາ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ຮອງຫົວໜ້າຄະນະສະເພາະກິດ, ຜູ້ປະຈຳການ, ຫົວໜ້າກອງເລຂາກ່ຽວກັບ ການສືບຕໍ່ປະຕິບັດມາດຕະການປ້ອງກັນ, ຄວບຄຸມ ແລະ ສະກັດກັ້ນການລະບາດຂອງພະຍາດ COVID-19 ໄດ້ຖະແຫຼງຂ່າວມື້ເຊົ້ານີ້( 3 ສິງຫາ 2021)  ໃນໄລຍະ ວັນທີ 04-18 ສິງຫາ 2021 ໂດຍອີງໃສ່ການ

    ປະເມີນສະພາບການລະບາດ ແລະ ການຈັດຕັ້ງປະຕິບັດມາດຕະການຕ່າງໆ ໃນຄຳສັ່ງຂອງນາຍົກລັດຖະມົນຕີ ເລກທີ 15/ນຍ, ລົງວັນທີ 21 ເມສາ 2021, ແຈ້ງການ ເລກທີ 829/ຫສນຍ, ລົງວັນທີ 19 ກໍລະກົດ 2021 ແລະ ມາດຕະການຕ່າງໆ ທີ່ໄດ້ວາງອອກ ຂອງຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດ ຂອງພະຍາດ COVID-19 ຂັ້ນສູນກາງ ເຫັນວ່າ ປະເທດພວກເຮົາ ສາມາດຄວບຄຸມການລະບາດໄດ້ໃນລະດັບດີ, ເຮັດໃຫ້ຕົວເລກຜູ້ຕິດເຊື້ອພາຍໃນຊຸມຊົນ ຫຼຸດລົງເປັນສູນໃນບາງໄລຍະ ໂດຍສະເພາະໃນນະຄອນຫຼວງວຽງຈັນ.

    ແຕ່ເຖິງຢ່າງໃດກໍ່ຕາມ, ເນື່ອງຈາກແຮງງານລາວ ທີ່ຢູ່ປະເທດໃກ້ຄຽງ ກັບຄືນມາ ສປປ ລາວ ນັບມື້ເພີ່ມຂຶ້ນ ເຮັດໃຫ້ຕົວເລກການຕິດເຊື້ອຈາກການນຳເຂົ້າ ໃນທົ່ວປະເທດ ແມ່ນເພີ່ມຂຶ້ນສູງ, ຊຶ່ງບາງວັນມີຫຼາຍກວ່າ 300 ກໍລະນີ ມີທັງສາຍພັນເດວຕາ ແລະ ອານຟາ.ດັ່ງນັ້ນ, ຕໍ່ໜ້າສະພາບການດັ່ງກ່າວ ລັດຖະບານ ຈຳເປັນຕ້ອງໄດ້ເພີ່ມທະວີຄວາມເຂັ້ມງວດ ໃນການປະຕິບັດບັນດາມາດຕະການ ທີ່ໄດ້ລະບຸໃນຄຳສັ່ງ ເລກທີ 15/ນຍ ອອກໄປຕື່ມອີກ 15 ວັນຕໍ່ໜ້າ ໂດຍເລີ່ມແຕ່ເວລາ 00:00 ໂມງ ຂອງວັນທີ 04 ຫາ ເວລາ 24:00 ໂມງ ຂອງວັນທີ 18 ສິງຫາ 2021 ໃຫ້ທຸກພາກສ່ວນເປັນເຈົ້າການປະຕິບັດມາດຕະການຫ້າມ ແລະ ຈໍາກັດເຫຼົ່ານີ້ຢ່າງເຂັ້ມງວດ.

    1. ສືບຕໍ່ເຝົ້າລະວັງຢູ່ບໍລິເວນຊາຍແດນຕ່າງໆ ດ້ວຍການຈັດຕັ້ງກຳລັງລາດຕາເວນ ຢ່າງເປັນປົກກະຕິ, ທັງເພີ່ມຄວາມເຂັ້ມງວດການກວດກາ, ວັດແທກອຸນຫະພູມ ຜູ້ຜ່ານດ່ານຕ່າງໆ ໃຫ້ເຄັ່ງຄັດ ຕິດພັນກັບການຂະຫຍາຍສູນຈຳກັດບໍລິເວນ ກໍ່ຄືສູນປິ່ນປົວ ຢູ່ບາງທ້ອງຖິ່ນ ທີ່ມີແຮງງານລາວ ກັບຄືນປະເທດ ຈຳນວນຫຼາຍ.2. ສືບຕໍ່ເພີ່ມທະວີການຊອກຫາຜູ້ຕິດເຊື້ອຢູ່ຕາມຊຸມຊົນຕ່າງໆ ມາປິ່ນປົວ ໂດຍມີການສົມທົບ ລະຫວ່າງ ອົງການປົກຄອງທ້ອງຖິ່ນຂັ້ນຕ່າງໆ ກັບ ຂະແໜງສາທາລະນະສຸກ ແລະ ສັງຄົມ ດ້ວຍຫຼາຍວິທີ, ພ້ອມທັງ ເພີ່ມການສັກວັກຊີນ ແກ່ກຸ່ມເປົ້າໝາຍຕ່າງໆ ໃຫ້ໄດ້ຕາມຄາດ ໝາຍ.

    3. ສືບຕໍ່ປິດຮ້ານກິນ-ດື່ມ, ຄາຣາໂອເກະ, ສະຖານບັນເທີງ, ໂຮງສາຍຮູບເງົາ, ຮ້ານສະໜຸກເກີ, ຮ້ານສະປາ, ອິນເຕີເນັດຄາເຟ ແລະ ຮ້ານເກມທຸກປະເພດ ໃນທົ່ວປະເທດ.4. ສືບຕໍ່ຫ້າມຫຼິ້ນກິລາທີ່ຮ່າງກາຍ ມີການສຳພັດກັນ ເຊັ່ນ: ບານເຕະ, ຕີມວຍ ແລະ ອື່ນໆ ຢູ່ແຂວງ ຫຼື ເຂດທີ່ມີການລະບາດໃນຊຸມຊົນ.5. ສືບຕໍ່ຫ້າມບຸກຄົນເດີນທາງ ເຂົ້າ-ອອກ ເຂດທີ່ມີການຕິດເຊື້ອ (ເຂດແດງ) ຕາມການກໍານົດ ຂອງຄະນະສະເພາະກິດ ຍົກເວັ້ນ ຜູ້ທີ່ໄດ້ຮັບອະນຸຍາດຈາກອົງການປົກຄອງຂັ້ນທີ່ກ່ຽວຂ້ອງ ດ້ວຍເງື່ອນໄຂ ແລະ ເຫດຜົນຈຳເປັນ.6. ສືບຕໍ່ຫ້າມຈັດງານລ້ຽງສັງສັນ ຫຼື ຊຸມແຊວທຸກຮູບແບບ ຢູ່ທຸກສະຖານທີ່.7. ສືບຕໍ່ເພີ່ມທະວີຄວາມເຂັ້ມງວດ ໃນການປະຕິບັດບັນດາມາດຕະການ ປ້ອງກັນການຕິດເຊື້ອ ແລະ ແຜ່ເຊື້ອ ດ້ວຍການວັດແທກອຸນຫະພູມ, ຮັກສາໄລຍະຫ່າງ ຢ່າງໜ້ອຍ 01 ແມັດ, ໃສ່ຜ້າອັດປາກ-ດັງ, ລ້າງມືດ້ວຍນໍ້າສະອາດ ໃສ່ສະບູ ຫຼື ເຈວລ້າງມື.

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.