ນະຄອນປາກເຊ! ຢຸດສັກວັກຊີນຈອນສັນແອນຈອນສັນ ທ່ານ ດຣ ວຽງສີ ສຸພັກດີ ຫົວຫນ້າພະແນກສາທາແຂວງຈຳປາສັກ ໄດ້ໃຫ້ຮູ້ວ່າ: ເນື່ອງຈາກພົບວ່າມີຜົນຂ້າງຄຽງຈຳນວນຫລາຍ ໃນກຸ່ມຜູ້ທີ່ມີອາຍຸ 20 ປາຍປີ ເປັນຕົ້ນແມ່ນ ເປັນໄຂ້, ເປັນລົມ (ເຖິງຂັ້ນຊັກລົງຕໍ່ໜ້າກໍມີ) ແລະ ປວດຕົນໂຕ ຈຶ່ງໄດ້ມີການຢຸດສັກວັກຊີນດັ່ງກ່າວ ເພື່
ຄວາມປອດໄພເຊິ່ງທາງຄະນະສະເພາະກິດກໍ່ໄດ້ແຈ້ງແຕ່ຕົ້ນແລ້ວວ່າ ວັກຊີນຈອນສັນແອນຈອນສັນ ຈະສັກໃຫ້ສະເພາະຜູ້ເຖົ້າ (ອາຍຸ 60ປີ ຂຶ້ນໄປ), ຜູ້ມີພະຍາດປະຈຳໂຕ ຫຼືຜູ້ມີພະຍາດຊຳເຮື້ອ ແຕ່ກໍ່ຍັງມີບາງກຸ່ມຄົນທີ່ບໍ່ຢູ່ໃນກຸ່ມດັ່ງກ່າວຍັງຢາກໄປສັກ