ປະຊົດ ຫຼື ໄດ້ແທ້ປາຫັ້ນ ແຕ່ກໍເປັນຕາມ່ວນນຳຢູ່

    0
    1067

    ຊາວເມືອງຜາອຸດົມພາກັນມາງົມປາແຄມທາງໃຫຍ່ຢ່າງເມົາມັນ ເບິ່ງແລ້ວເປັນຕາສະອອນນຳ ບໍຮູ້ວ່າໄດ້ແທ້ ຫຼື ງົມເພື່ອຄວາມບັນເທິງ.

    ຈາກພາບອະທິບາຍໃຫ້ຮູ້ວ່າ ເມື່ອເກີດມີຝົນຕົກສະພາບເສັ້ນທາງເມືອງຜາອຸດົມ ແຂວງບໍ່ແກ້ວແມ່ນເປັນບວກເປັນຂູມຫຼາຍ ບາງບ່ອນກໍ່ເປັນໜອງເລີຍ ຊາວບ້ານກໍ່ບໍ່ວ່າຫຍັງຫຼາຍຂໍທຳມາຫາກິນຈັບປາໃນນັ້ນເລີຍສາ ສ່ວນຈະໄດ້ຫຼືບໍໄດ້ກໍ່ຄ່ອຍວ່າອີກແບບ.

    ແນວໃດກໍ່ຕາມຖ້າຈະພາກັນຫາປາແບບນີ້ເລີຍລະກໍ່ຕໍ່ໄປເສັ້ນທາງຈະຫຍຸ້ງຍາກຍິ່ງຂຶ້ນ ດີແທ້ພາຍຫຼັງໄດ້ປາແລ້ວຄວນລະດົມກັນປົວແປງເສ້ນທາງໃຫ້ດີສາມາດທຽວໄປມາໄດ້ສະດວກ ບໍ່ຕ້ອງສ່ຽງກັບອຸບັດຕິເຫດເນີ້.

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.