ລ໋ອກດາວ ວັງວຽງ! ເນື່ອງຈາກພົບຜູ້ຕິດເຊື້ອໃນວັນທີ 30 ກໍລະກົດ ມີຄວາມສ່ຽງທີ່ຈະລະບາດໄປຫຼາຍບ້ານ ຄະນະສະເພາະກິດເມືອງວັງວຽງ ໄດ້ໃຫ້ຮູ້ວ່າ: ວັນທີ 30 ກໍລະກົດ 2021 ໄດ້ກວດພົບກໍລະນີຜູ້ຕິດເຊື້ອຈໍານວນ 01 ຄົນ, ຢູ່ບ້ານນາມອນ ເມືອງວັງວຽງ ແລະ ມີຄວາມສ່ຽງອາດຈະລະບາດໄປຫຼາຍບ້ານ, ເຊິ່ງເປັນເມືອງທ່ອງທ່ຽວ
ສະນັ້ນຈຶ່ງຈຳເປັນຕ້ອງໄດ້ຍົກລະດັບມາດຕະການປ້ອງກັນ, ຄວບຄຸມ, ສະກັດກັ້ນແລະ ແກ້ໄຂຢ່າງເລັ່ງດ່ວນ ແລະໄດ້ອອກແຈ້ງການເຖິງບັນດາຫ້ອງການ, ກົມກອງ, ບ້ານ, ຫົວໜ່ວຍທຸລະກິດ, ຜູ້ປະກອບການ ແລະ ປະຊາຊົນ ໃນທົ່ວເມືອງວັງວຽງ ພ້ອມກັນເປັນເຈົ້າການປະຕິບັດດັ່ງນີ້:
ຕ້ອງປິດລ້ອມອ້ອມປ່ຽວບັນດາບ້ານໃນກຸ່ມນາມອນ ເພື່ອຕິດຕາມ, ກວດກາ ເກັບຕົວຢ່າງຊອກຫາເຊື້ອ ຈັດຕັ້ງຈຸດກວດກາວິເຄາະຫາຜູ້ຕິດເຊື້ອພະຍາດ ໂຄວິດ-19, ຄົ້ນຫາຜູ້ທີ່ສາພັດໃກ້ຊິດ ປີດຮ້ານບັນເທີງ, ຮ້ານຄາຣາໂອເກະ, ຮ້ານກິນດື່ມ, ຮ້ານອິນເຕີເນັດກາເຟ, ຮ້ານເກມ, ຮ້ານນວດ-ສະປາ, ຮ້ານຮົມຢາພື້ນເມືອງ, ຮ້ານສະນຸກເກີ, ສັງວຽນຕີໄກ່, ສະໜາມບານເຕະ ແລະ ສູນກິລາທົ່ວເມືອງວັງວຽງ
ຫ້າມປະຊາຊົນ ຫຼື ບຸກຄົນ ເດີນທາງເຂົ້າ-ອອກໄປເຂດທີ່ມີການຕິດເຊື້ອ, ເຂດທີ່ມີຄວາມສ່ຽງ ຫ້າມຈັດງານລ້ຽງສັງສັນ, ຊຸມແຊວ, ມົ້ວສຸມດື່ມແອວກໍຮໍ (ເຫຼົ້າເບຍ) ທຸກຮູບແບບໃນທຸກສະຖານທີ່ ສໍາລັບໂຮງແຮມ, ລີສອດ, ເຮືອນພັກ ແລະ ບັງກະໂລ ແມ່ນຖ້າບໍ່ມີຄວາມຈຳເປັນແມ່ນບໍ່ໃຫ້ເຄື່ອນໄຫວໄປມາຕາມສະຖານທີ່ຕ່າງໆ