ຄອບຄົວການນຳ ນຳໂດຍ ທ່ານ ນາງ ນາລີ ສີສຸລິດ ມອບເຄື່ອງຊ່ວຍເຫຼືອພາກໃຕ້ ມູນຄ່າ 2 ຕື້ກ່ວາກີບ

    0
    1113

    3 ແຂວງພາກໃຕ້ ໄດ້ຮັບເຄື່ອງຊ່ວຍເຫລືອຈາກຄອບຄົວການນຳ ລວມມູນຄ່າ 2,1 ຕື້ກວ່າກີບ ຂປລ. ຕອນເຊົ້າວັນທີ 31 ກໍລະກົດ 2021 ນີ້, ຢູ່ກະຊວງສາທາລະນະສຸກ ໄດ້ຈັດພິທີມອບ-ຮັບເຄື່ອງຊ່ວຍເຫລືອຈາກຄອບຄົວການນຳ ໃຫ້ກະຊວງສາທາລະນະສຸກ ເພື່ອນຳໄປມອບຕໍ່ໃຫ້ 3 ແຂວງພາກໃຕ້ຄື: ແຂວງສະຫວັນນະເຂດ, ຈຳປາສັກ ແລະ ສາລະວັນ ຕາງໜ້າມອບໂດຍ ທ່ານ ນາງ ນາລີ ສີສຸລິດ ພັນລະຍາຂອງທ່ານ ທອງລຸນ ສີສຸລິດ ປະທານປະເທດ ແລະ ຮັບໂດຍ ທ່ານ ດຣ ບຸນແຝງ ພູມມະໄລສິດ

    ລັດຖະມົນຕີກະຊວງສາທາລະນະສຸກ, ມີບັນດາເຈົ້າແຂວງ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.ສໍາລັບເຄື່ອງທີ່ນໍາມາມອບໃນຄັ້ງນີ້, ປະກອບມີ: ເງິນສົດຈຳນວນ 170 ລ້ານກີບ ພ້ອມອຸປະກອນການແພດປ ເປັນຕົ້ນ ຜ້າອັດປາກ-ດັງ, ຊຸດແພດປ້ອງກັນແບບສະເພາະ, ຊຸດແພດປ້ອງກັນແບບຄຸມໂຕ ແລະ ແວ່ນຢາງປ້ອງກັນ ລວມມູນຄ່າທັງໝົດ 2,1 ຕື້ກວ່າກີບ, ເຊິ່ງເງິນ ແລະ ເຄື່ອງຊ່ວຍເຫລືອທັງໝົດ ຈະສົ່ງຕໍ່ໄປຍັງຄະນະສະເພາະກິດເພື່ອ ປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ຂັ້ນແຂວງ ຢູ່ໃນ 3 ແຂວງດັ່ງກ່າວ ເພື່ອຮັບມື ແລະ ແກ້ໄຂຜົນກະທົບຈາກການລະບາດຂອງພະຍາດໂຄວິດ-19.

    ໃນໂອກາດດຽວກັນນີ້, ສະຫະພັນແມ່ຍິງ ຫ້ອງວ່າການສຳນັກງານນາຍົກລັດຖະ ມົນຕີ ຮ່ວມກັບ ພັນລະຍາການນຳຂອງສຳນັກງານນາຍົກລັດຖະມົນຕີ ນຳໂດຍ ທ່ານ ນາງ ສີຈັນ ວິພາວັນ ພັນລະຍາຂອງທ່ານນາຍົກລັດຖະມົນຕີແຫ່ງ ສປປ ລາວ ກໍໄດ້ມອບເຄື່ອງອຸປະໂພກ ແລະ ບໍລິໂພກ ລວມມູນຄ່າ 43 ລ້ານກວ່າກີບ ໃຫ້ຄະນະສະເພາະກິດ 3 ແຂວງດັ່ງກ່າວ ເຊັ່ນດຽວກັນ.
    ຂ່າວ-ພາບ: ສຸກສະຫວັດ ສົມສະໜິດ

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.