ມາຊົມ ພາບຫຼ້າສຸດຂອງສະຖານີລົດໄຟລາວ-ຈີນ​

    0
    705

    ພາບຫຼ້າສຸດສະຖານີລົດໄຟລາວ-ຈີນ​ ສະຖານີຂອງທາງລົດໄຟລາວ-ຈີນ​ ເຊິ່ງມີທັງໝົດ 11​ ແຫ່ງ, ເຊິ່ງຈະເປີດນຳໃຊ້ກ່ອນ 10 ແຫ່ງຄື: ສະຖານີບໍ່ເຕັນ, ສະຖານີນາເຕີຍ, ສະຖານີນາໝໍ້, ສະຖານີເມືອງໄຊ, ສະຖານີເມືອງງາ, ສະຖານີຫຼວງພະບາງ, ສະຖານີວັງວຽງ, ສະຖານີກາສີ, ສະຖານີໂພນໂຮງ ແລະ ສະຖານີນະຄອນຫຼວງວຽງຈັນ; ໃນ

    ນັ້ນ,​ ສະຖານີທີ່ໃຫຍ່ທີ່ສຸດແມ່ນສະຖານີນະຄອນຫຼວງວຽງຈັນ, ສະຖານີຫຼວງພະບາງ, ສະຖານີບໍ່ເຕັນ, ສະຖານີວັງວຽງ ແລະ ສະຖານີເມືອງໄຊ.​ ເຊິ່ງທັງ 10 ສະຖານີທີ່ກ່າວ

    ມາ​ (ນອກຈາກສະຖານີບໍ່ເຕັນ,​ ສະຖານີນາໝໍ້,​ ສະຖານີເມືອງງາ ແລະ ສະຖານີນະຄອນຫຼວງ​ ທີ່ເປັນສະຖານີຂົນສົ່ງຜູ້ໂດຍສານຢ່າງດຽວແລ້ວ) ທີ່ເຫຼືອແມ່ນຈະເປັນທັງ

    ສະຖານີຂົນສົ່ງໂດຍສານ ແລະ ຂົນສົ່ງສິນຄ້າ. ການກໍ່ສ້າງອາຄານສະຖານີຂອງທາງລົດໄຟແມ່ນຈະມີຮູບຊົງປະສົມປະສານລະຫວ່າງວັດທະນະທຳ ແລະ ສະຖາປັດຕະຍະກຳຂອງລາວ ແລະ ຈີນໂດຍໃນອາຄານສະຖານີນອກຈາກຈະເປັນບ່ອນຂາຍປີ້ ແລະ ລໍຖ້າຂື້ນລົດໄຟແລ້ວຍັງມີຮ້ານເຄື່ອງດື່ມ, ຮ້ານສະດວກຊື້ ແລະ ສິ່ງອຳນວຍຄວາມສະດວກຕ່າງໆ

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.