ຊ່ວຍແຊຣ໌ ປະກາດໃຜພົບເຫັນຫລືຮູ້ຈັກຜູ້ຊາຍຄົນນີ້ຊ່ວຍແຈ້ງແດ່

    0
    756

    ປະກາດເດີ້ໃຜພົບເຫັນ ຫຼຶ ຮູ້ຈັກຜູ້ຊາຍຄົນນີ້ ຊ່ວຍແຈ້ງແດ່ ລາວເຂົ້າມາລັກແທັບແລດຂາຍເລກນຳລູກຊາຍຂ້ອຍໃນຮ້ານເລີຍ.

    ຊ່ວຍເຫລືອຂ້ອຍແດ່ຜູ້ໃດພົບເຫັນຊ່ວຍແດ່ເບິ່ງລັກສະນະຄົນກາແຕ່ງໂຕໂຕດີຢູ່ , ແຕ່ກ່ອນຂ້ອຍບໍມີກ້ອງຖືກພວກໂຈນໃຈຊົ່ວມາລັກເອົາຫລາຍເທືອແລ້ວ ຂ້ອຍເຮັດຫຍັງບໍໄດ້ເລີຍ ແຕ່ນີ້ຂ້ອຍຕັດສິນໃຈຊື້ກ້ອງມາໃສ່

    ເພາະຂ້ອຍຢ້ານ ຮ້ານຂ້ອຍມັນຢາກປ່ຽວໆແດ່ ຂ້ອຍຜູ້ຍິງຢູ່ຮ້ານກັບລູກ 2ຄົນ ບໍມີຜູ້ຊາຍຢູ່ມັນເລີຍເປັນຈຸດອ່ອນໃຫ້ໂຈນເຂົ້າມາງ່າຍ ຂ້ອຍອາໃສເຊົ່າຮ້ານເປີດຮ້ານເສີມສວຍຫາເງິນລ້ຽງລູກ 2ຄົນ ຜູ້ຍິງໂຕຄົນດຽວບໍມີຜົວ ຊ່ວງວິກິດໂຄວິດແບບນີ້ຂ້ອຍແຮງຫາເງິນບໍໄດ້.

    ຊຸດກ່ອນທີໂຈນເຂົ້າຮ້ານມັນໄດ້ໂທລະສັບກັບເຄືອງຂາຍເລກຂ້ອຍໄປຂ້ອຍໃຊ້ຫນີ້ຜ່ອນຈ່າຍປີ1ຍັງບໍຫມົດເທືອ ຍັງມາລັກໄປເຄືອງຂາຍເລກໄປອີກແລ້ວ ຂ້ອຍຊິຫາເງິນໃສໄປໃຊ້ບໍລິສັດເພິ່ນອີກເດ.

    ເຫດເກີດທີບ້ານໂພນທັນໃຕ້ ຫວຍ13 ທາງໂຄງຊິອອກໄປໂພນປາເປົ່າ ວອນຜູ້ໃຈບຸນຊ່ວຍແດ່ ໃຜພົບເຫັນບຸກຄົນນີ້ແຈ້ງແດ່ ຂ້ອຍບໍຮູ້ຊິເຮັດຈັງໃຈແລ້ວ ຂໍຄວາມຊ່ວຍເຫລືອແດ່ ແຈ້ງທາງເຮົາແດ່ ເບີໂທ 02091112178.

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.