ຊ່ວຍກົດແຊຣ໌ເອົາບຸນມ້ຽນຄາບອາບສົບຮ່ວມກິນທານໃຫ້ທ້າວໄອ້ອາຍຸ6ປີເສຍຊີວິດ

    0
    1145

    ທ້າວ ໄອ້ ອາຍຸ 6 ປີ ເພດຊາຍ ຄອບຄົວຜູ້ກ່ຽວມີແມ່ເປັນເສົາຫລັກແລະມີເອື້ອຍເປັນແຝດກັບທ້າວໄອ້ ແມ່ທ້າວໄອ້ປະກອບອາຊີບກຳມະກອນ ຫາເງິນລ້ຽງລູກທັງສອງ ສ່ວນພໍ່ແມ່ນແຍກທາງກັນກັບແມ່

    ປະຈຸບັນຢູ່ບ້ານ ນາບົງ ເມືອງປາກງື່ມ ໃນວັນທີ່2772021 ຜູ້ກ່ຽວໄດ້ຈົມນໍ້າເນື່ອງຈາກໄປຫລິ້ນນໍ້າຫນອງ ບໍ່ຮູ້ວ່າຈົມແຕ່ຕອນໃດຈົນມີຫມູທີ່ໄປຫລິ້ນນຳແລ່ນມາບອກຜູ້ໃຫຍ່ໄປງົມເອົາຈົນພົບສົບ ດັ່ງນັ້ນຈຶ່ງໄດ້ຂໍວອນສັງຄົມທຸກພາກສ່ວນຊ່ວຍເຫລືອຊ່ວຍຈັດງານສົບໃຫ້ ປະຈຸບັນໜ່ວຍກູ້ໄພໄດ້ນຳສົບມາຄົບງັນຢູ່ ປ່າຊ້າວັດນາບົງ

    ທ່ານໄດ້ຢາກ ຮ່ວມກີນທານແລະບູຊາເຕົາຟືນຫີ ບໂ ລ ງໂຕະຕັ່ງເຕັ້ນ ລົດສົ່ງສະການ ຈັດງານ ເກັບດູກໃຫ້ ນຳສາມາດບໍລິຈາກເຂົ້າບັນຊີ ລວມຂອງຫນ່ວຍກູ້ໄພອາສາເພື່ອປະຊາຊົນໄດ້ ຜູ້ລະເລັກນ້ອຍກໍຕາມກຳລັງສັດທາ 10000~20000 ກີບ ບໍລິຈາກຜ່ານທະນາຄານການຄ້າຕ່າງປະເທດລາວ ສະກຸນເງິນກີບໝາຍເລກ:54323636 ຊື່ບັນຊີແມ່ນ ບຸນຄ້ຳ ຫຼວງລາດ ເຊິງຄະນະບໍລິຫານງານ: ເປັນບັນຊີກາງຂອງຫນ່ວຍກູ້ໄພອາສາເພື່ອປະຊາຊົນ ລະບຸເຫດຜົນທີ່ບໍລິຈາກດ້ວຍ ວ່າກິນທ່ານນຳທ້າວໂອບີ້ເສຍຊີວິດບໍ່ມີໂລງໃສ່

    ເນື່ອງຈາກໜ່ວຍງານຍັງລໍຖ້າທາງການ ໜ່ວຍງານໄດ້ ເລີຍໄດ້ໃສ່ຊື່ບັນຊີລວມຂອງຫນ່ວຍງານແທນ ຕັ້ງຈາກເບີແຈ້ງເຫດມີຝ່າຍຮັບຜິດຊອບແລະກວດສອບ ບໍ່ໄດ້ເປັນບັນຊີສ່ວນໂຕຂອງໃຜພຽງແຕ່ໃສ່ຊື່ຂອງຜູ້ບໍລິຫານແທນ

    ຖ້າທ່ານໃດຕ້ອງການມາມອບດ້ວຍໂຕທ່ານເອງ ສາມາດເຂົ້າມາສອບຖາມພົວພັນທີ່ຫ້ອງການໜ່ວຍກູ້ໄພອາສາເພື່ອປະຊາຊົນ ບ້ານ ບໍ່ເຫລັກ ເມືອງໄຊທານີ ນະຄອນຫລວງວຽງຈັນສາມາດຕິດຕໍ່ໄດ້ທີ່ເບີໂທ:02056421624

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.