ວັນຈັນ:ການງານ ຈະເຮັດວຽກສິ່ງໃດໃນຊ່ວງນີ້ກໍຈະປະສົບຄວາມສຳເລັດດ້ວຍດີ ພົບອຸປະສັກ ພົບຄວາມກົດດັນດ້ວຍ ແຕ່ກໍຈະແກ້ບັນຫາໃຫ້ຜ່ານພົ້ນໄປໄດ້ຢ່າງເປັນໂຊກ
ການເງິນ ລະມັດລະວັງການໃຊ້ຈ່າຍໃນຊ່ວງນີ້ ຫາມາໄດ້ໄວກໍຕ້ອງຈ່າຍອອກໄປຢ່າງວ່ອງໄວດ້ວຍເຊັ່ນກັນ ບໍ່ຄ່ອຍມີເງີນເກັບໃນໄລຍະນີ້ ຄວາມຮັກ ຖ້າຈະພົບໃຜໃນຊ່ວງນີ້ ທ່ານເປັນຄົນສະຫລຽວສະຫລາດ ຊ່າງເວົ້າ ອາຍຸນ້ອຍກວ່າ ໝັ່ນໃຈໃນຕົນເອງ
ວັນຄານ:ການງານ ຈະຈັບງານຫຍັງໃນຊ່ວງນີ້ເປັນເງີນເປັນທອງໄປທຸກຢ່າງ ປະສົບຄວາມສຳເລັດຢູ່ໃນເກນທີ່ໂຊກດີ ຕ້ອງໃຊ້ຄວາມພະຍາຍາມ ແລະຄວາມສາມາດຂອງຕົນເອງຫລາຍໆ ການເງິນ ລະວັງໃຜບາງຄົົນທີ່ເຂົ້າມາເພື່ອຫວັງຫຢິບຢືມເງີນຂອງທ່ານ ແລ້ວຈະບໍ່ໄດ້ຄືນ ແລະບໍ່ຄວນເຊັນຄ້ຳປະກັນເລື່ອງເງີນໃຫ້ໃຜ ຄວາມຮັກ ສະຖານນະການດ້ານຄວາມຮັກຍັງບໍ່ຊັດເຈນ ແຕ່ກໍພະຍາຍາມເຮັດໃຫ້ລົງຕົວຢູ່ ແມ່ນຕ້ອງໃຊ້ເວລາດ້ວຍກໍຕາມ
ວັນພຸດ:ການງານ ຊ່ວງນີ້ການງານບາງເທື່ອເກີດຄວາມຕິດຂັດ ຊ້າຊັກ ບາງເທື່ອກໍສະລັບປັບປ່ຽນກັນໄປ ເບິ່ງຄືຈະດີ ແຕ່ກໍຍັງບໍ່ແມ່ນ ເຮັດຢ່າງເຕັມທີ່ໃຫ້ດີທີ່ສຸດກໍພໍ ການເງິນ ມີແຕ່ເລື່ອງຈ່າຍໃນຊ່ວງນີ້ ພາລະການໃຊ້ຈ່າຍມີຫລາຍ ບໍ່ສາມາດຫຼີກລ້ຽງລາຍຈ່າຍໃນຕອນນີ້ໄດ້ ຄວາມຮັກ ຍັງຮູ້ສຶກວຸ້ນວາຍໃຈກ່ຽວກັບຄວາມສຳພັນດ້ານຄວາມຮັກໃນເທື່ອນີ້ ເພາະມີຫຼາຍສິ່ງຫຼາຍຢ່າງທີ່ຕ້ອງໄປຈັດການໃຫ້ສຳເລັດ
ວັນພະຫັດ:ການງານ ຈະຈັບງານຫຍັງໃນຊ່ວງນີ້ຈະປະສົບຄວາມສຳເລັດ ແລະປະສົບໂຊກດີ ແຕ່ກໍຕ້ອງພົບອຸປະສັກແດ່ເປັນທຳມະດາ ການເງິນ ຍັງຢູ່ໃນເກນຊົງຕົວໃນຊ່ວງນີ້ ແຕ່ທ່ານບໍ່ຄວນເຊັນຄ້ຳປະກັນເລື່ອງການເງີນໃຫ້ໃຜໃນຊ່ວງນີ້ຈຶ່ງຈະດີທີ່ສຸດ ຄວາມຮັກ ຍັງບໍ່ຕັດສິນໃຈໃນເລື່ອງເຫຼົ່ານີ້ ຍັງເບິ່ງໆ ຢູ່ຫລາຍກວ່າ ຖ້າຫາກມີຄົນຮັກຢູ່ແລ້ວຄວນຊວນກັນໄປເຮັດບຸນ ຜົນບຸນຈະເຮັດໃຫ້ຄວາມສຳພັນລົງຕົວໄດ້ນັ້ນເອງ
ວັນສຸກ:ການງານ ຈະຈັບງານຫຍັງໃນຊ່ວງນີ້ຈະປະສົບຄວາມສຳເລັດແຕ່ກໍຕ້ອງໃຊ້ຄວາມພະຍາຍາມເປັນຢ່າງຫລາຍດ້ວຍເຊັ່ນກັນ ໂດຍສະເພາະໃນເລື່ອງຂອງບໍລິວານທີ່ຕ້ອງບໍລິຫານໃຫ້ໄດ້ ການເງິນ ມີໂຊກຈະໄດ້ເງີນ ໝຸນຫາໃຊ້ຈ່າຍເງີນໄດ້ຢ່າງຄ່ອງຕົວ ໃນຊ່ວງນີ້ໂດດເດັ່ນທາງດ້ານການເງີນ ແລະຄວາມຈະເລີນຮຸ່ງເຮືອງ ຄວາມຮັກ ມີໂອກາດພົບຮັກ ພົບຄົົນທີ່ຖືກໃຈໃນຊ່ວງນີ້ ເປັນການຄົບຫາກັນແບບສ່ວນຕົວ ບໍ່ເປີດເຜີຍ ຊຶ່ງທ່ານເປັນຄົນເກັ່ງ ມີຄວາມສາມາດ ທີ່ລາວຈະພູູມໃຈໃນຕົວທ່ານໄດ້
ວັນເສົາ:ການງານ ຈະເຮັດຫຍັງໃນຊ່ວງນີ້ຕ້ອງລະວັງ ຢ່າໃຊ້ຄວາມໃຈຮ້ອນ ຕ້ອງໃຊ້ຄວາມໃຈເຢັນ ແລະສຸຂຸມອ້ອມຄອບຫລາຍໆ ການເງິນ ຍັງຢູ່ໃນເກນຊົງຕົວ ແລະລ່າຊ້າ ຄວນລະມັດລະວັງກ່ຽວກັບການໃຊ້ຈ່າຍ ແລະໃຊ້ເງີນເປັນຢ່າງຫລາຍ ມີໂອກາດດຶງເງີນເກັບອອກມາໃຊ້ຈ່າຍກ່ອນກໍເປັນໄປໄດ້ ຄວາມຮັກ ໂດດເດັ່ນກ່ຽວກັບຄວາມສຳພັນດ້ານຄວາມຮັກ ມີຄົນຍາກເຂົ້າມາເຮັດຄວາມຮູ້ຈັກທ່ານຫລາຍກວ່າໜຶ່ງຄົນເພາະຄວາມມີສະເນ່ຂອງທ່ານນັ້ນເອງ
ວັນອາທິດ:ການງານ ເມື່ອຍກ່ຽວກັບເລື່ອງການງານໃນຊ່ວງນີ້ເປັນຢ່າງຫລາຍ ຈະຖອຍກໍບໍ່ໄດ້ຈຶ່ງຕ້ອງພະຍາຍາມສູ້ເພື່ອຍ່າງໜ້າຕໍ່ໄປກໍຈະສາມາດສ້າງຜົນງານທີ່ດີໄດ້ ການເງິນ ບໍລິຫານການໃຊ້ຈ່າຍດ້ານການເງີນໄດ້ເປັນຢ່າງດີ ແຕ່ຕ້ອງລະວັງຄົົນທີ່ເຂົ້າມາເພື່ອຢິບຢືມເງີນຂອງທ່ານໂດຍການຫລອກລວງ ຫລື ເອົາປຽບ ຄວາມຮັກ ລະວັງການຂັດແຍ້ງກັບຄົນຮັກ ຕ້ອງໃຊ້ຄວາມໃຈເຢັນ ແລະການໃຫ້ອາໄພຊຶ່ງກັນແລະກັນ ຄວາມສຳພັນຈຶ່ງຈະໄປນຳກັນໄດ້