ຄະນະສະເພາະກິດ ໃຫ້ຮີບຮ້ອນສົ່ງແພດພ້ອມອາສາສະໝັກລົງຊ່ວຍແຂວງພາກໃຕ້ຮັບມືກັບໂຄວິດ-19 ຄືທີ່ໄດ້ລາຍງານຂ່າວຢ່າງຕໍ່ເນື່ອງໃນແຕ່ລະວັນ ສະຖານະການໂຄວິດ-19 ຢູ່ປະເທດເຮົາ ການລະບາດໃນຊຸມຊົນໄດ້ຫຼຸດໜ້ອຍລົງ ແລະບໍ່ມີການລະບາດແລ້ວ ແຕ່ແຮງງານທີ່ກັບມາຈາກປະເທດໃກ້ຄຽງຍັງມີຫຼາຍ ແລະມີຜູ້ຕິດເຊື້ອຈຳນວນຫຼາຍໃນກຸ່ມນີ້ ໂດຍສະເພາະບັນດາແຂວງພາກໃຕ້ ເພື່ອເປັນການຊ່ວຍແບ່ງເບົາບັນແດາແຂວງເຫຼົ່ານັ້ນ ຄະນະສະເພາະກິດຂັ້ນສູນກາງໄດ້ມີທິດຊີ້ນຳໃຫ້ກະຊວງສາທາລະນະສຸກຮີບຮ້ອນຈັດກຳລັງຄົນ ແລະອຸປະກອນການແພດລົງຊ່ວຍເຫຼືອຢ່າງໄວທີ່ສຸດ
ຄະນະສະເພາະກິດ ໃຫ້ຮີບຮ້ອນສົ່ງແພດພ້ອມອາສາສະໝັກລົງຊ່ວຍແຂວງພາກໃຕ້ຮັບມືກັບໂຄວິດ-19
ຄະນະສະເພາະກິດ ໃຫ້ຮີບຮ້ອນສົ່ງແພດພ້ອມອາສາສະໝັກລົງຊ່ວຍແຂວງພາກໃຕ້ຮັບມືກັບໂຄວິດ-19